ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Netdrive ໂປຼແກຼມ ເຊື່ອມຕໍ່ FTP ທີ່ເຮັດໃຫ້ FTP ເປັນໄດຼວ໌ໃນວິນໂດວ໌

FREE WARE

NetDrive ເປັນ​ໂປຼ​ແກຼມ​ທີ່​​ໜ້າ​ໃຊ້ ງານ​ຫລາຍ​ໆ, ມັນສາມາດ​ສ້າງ​ໄດຼວ໌ ​ສຳລັບ​ເກັບ​ຂໍ້​ມູນ​ໃນ​ເຄື່ອງ​ເຮົາ ຈາກ​ພື້ນ​ທີ່​ເທິງ FTP Server ໂດຍ​ເຮົາ​ສາມາດ​ໃຊ້​ງານ​ໄດ​ຼວ໌ ​ນັ້ນໆ ໄດ້​ຄືກັບໄດຼວ໌ ​ເທິງ​ຮາລ໌​ດ​ດິດຂອງ​ເຮົາ​ແທ້ໆ ເໝາະ​ສຳລັບ​ຄົົນທີ່​ມັກ​ເກັບ​ຂໍ້​ມູນ​ໄວ້​ເທິງ Server ສ່ວນ​ຕົວ ຫລື​ເຈົ້າ​ຂອງ​ເວັບ​ທີ່​ຕ້ອງ​ການ​ແກ້​ໄຂ​ເວັບ​ເລື້ອຍໆ ກໍ​ສາມາດ​ໃຊ້ NetDrive ຈຳ​ລອງ​ໃຫ້​ໂຮດ FTP ເຫລົ່າ​ນັ້ນ​ປຽບ​ມາ​ຢູ່​ເທິງ​ເຄື່ອງ​ເຮົາ​ໄດ້​ເລີຍ!!


ຄຸນສົມບັດ​ທີ່​ໜ້າ​ສົນ​ໃຈ:

  1. ສ້າງ FTP Server ຂອງ​ເຮົາ​ໃຫ້​ຄືກັບວ່າມີ​ໄດຼວ໌ ​ໃນ​ຄອມ ງ່າຍ​ຕໍ່​ການ​ເຂົ້າ​ເຖິງ​ແລະ​ຈັດການ
  2. ຈັດການ​ໄຟລ໌​ໄດ້​ຄືກັບ windows explorer (ຄິ​ກລາກ,ວາງ, ລຶບ, ຄັດ​ລອກ)
  3. ເປີດ​ໄຟລ໌​ຕ່າງໆ​ໄດ້​ເລີຍ (ເອກະສານ ຮູບ​ພາບ ເພງ ວິ​ດີ​ໂອ ລວມ​ເຖິງ exe ດ້ວຍ)

ມາເບິງຕົວຢ່າງກັນກ່ອນ:

  • ຫນ້າຕາໂປຼເເກຼມ ເເລະການເຊື່ອມຕໍ່

  • ຫລັງຈາກເຊື່ອມຕໍ່ເເລ້ວຈະເຫັນ Drive ຂຶ້ນມາ

  • ທາງໃນຂອງ Drive ທີ່ເຮົາເຊຶ່ອມຕໍ່ ສ່ວນນີ້ຈະບໍ່ຄືກັນຂຶ້ນຢູ່ກັບການເກັບໄຟລ໌ຂອງທ່ານ

ສົນໃຈດາວໂຫລດ: http://www.netdrive.net

ລອງອ່ານກ່ຽວກັບ  Winamp App ຟັງເພງ ສຳລັບໂທລະສັບ ລະບົບປະຕິບັດການ Android

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.