ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Neckey ຂາຕັ້ງໂນ້ດບຸ໊ກທີ່ໃສ່ໃຈສຸຂະພາບ ຂອງທ່ານ

Gadget

ໃຜ​ຈະ​ຄິດວ່າ ມື້​ໜຶ່ງ​ເຮົາ​ຕ້ອງ​ຢູ່​ກັບ​ຄອມພິວເຕີ​ໂນ້​ດ​ບຸ໊​ກເປັນ​ເວລາ​ດົນ​ຫລາຍ​ຊົ່ວ​ໂມງ ຊຶ່ງ​ຜົນ​ທີ່​ຕາມ​ມາ​ກໍ​ຄື ການ​ກົ້ມ​ສີ​ສະ​ເພື່ອ​ຈ້ອງ​ເບິ່ງ​ໜ້າ​ຈໍ​ຈົນ​ປວດ​ຕົ້ນ​ຄໍ ຫລື​ເສຍ​ບຸກຄະລິກກະພາບ ຈົນກະທັ້ງ​ມີ​ຜູ້​ຜະລິດ​ປິ໊ງ​ໄອ​ເດຍ​ທີ່​ຕອບ​ໂຈດສອງ​ຢ່າງ​ຄື ແທ່ນ​ຮອງ ຫລື​ຂາ​ຕັ້ງ​ທີ່​ຊ່ວຍ​ລະບາຍ​ຄວາມ​ຮ້ອນ ແລະ​ຍົກລະດັບ​ໜ້າ​ຈໍ​ຂອງ​ໂນ້​ດບຸ໊​ກ​ໃຫ້​ສູງ​ຂຶ້ນ ແຕ່​ກະ​ນັ້ນ​ມັນ​ກໍ​ຍັງ​ຕ່ຳ​ກວ່າ​ລະ​ດັບ​ສາຍ​ຕາ ລ່າ​ສຸດ Neckey ອຸປະກອນ​ເສີມ​ການ​ໃຊ້​ງານ​ໂນ້​ດ​ບຸ໊​ກ​ທີ່​ສາມາດ​ແກ້​ບັນຫາ​ນີ້​ໄດ້​ຢ່າງ​ສົມບູນ ແຖມ​ຍັງ​ມາ​ພ້ອມ​ກັບ​ຄຸນສົມບັດ​ອື່ນໆ ອີກ​ຫລວງຫລາຍ​ອີກ​ດ້ວຍ

Neckey ແທ່ນ​ຮອງ​ໂນ້​ດບຸ໊​ກ​ທີ່​ບໍ່ ພຽງ​ແຕ່​ຈະ​ເຮັດວຽກ​ໄດ້​ຫລາຍ​ຟັງຊັນ (Multi-function Laptop Stand) ແຕ່​ມັນ​ຍັງ​ໃສ່​ໃຈ​ເລື່ອງ​ສຸກຂະພາບ​ຂອງ​ຜູ້​ໃຊ້​ອີກ​ດ້ວຍ ແກັດ​ເຈັດ (Gadget) ໂຕນີ້​ຜະລິດ​ໂດຍ Wuchuan Network ຊຶ່ງ​ເປັນ​ບໍລິສັດ​ຜູ້​ຊ່ຽວຊານ​ທາງ​ດ້ານ​ກະດູກ  ເຮັດໃຫ້ Neckey ໄດ້ຮັບ​ການ​ອອກ​ແບບ​ໃຫ້​ມາ​ຊ່ວຍ​ແກ້​ບັນຫາ​ຜູ້​ໃຊ້​ທີ່​ຕ້ອງ​ເຮັດວຽກ​ກັບ​ໂນ້​ດ​ບຸ໊​ກ​ດົນໆ ນັ້ນ​ກໍ​ຄື ອາການ​ປວດ​ຕົ້ນ​ຄໍ​, ບ່າໄຫລ່, ຫລັງ, ເລີຍ​ໄປ​ເຖິງ​ການ​ໃຊ້​ສາຍ​ຕາ​ໃນ​ການ​ເບິ່ງທີ່​ບໍ່​ຄ່ອຍ​ສະ​ດວກ​ປານໃດ

Neckey ແກ້​ບັນຫາ​ດັ່ງ​ກ່າວ​ດ້ວຍ​ການ​ຍົກລະດັບ​ການຕັ້ງ​ໂນ້​ດ​ບຸ໊​ກ​ໃຫ້​ສູງ​ຂຶ້ນ​ຈົນ​ຈໍ​ຂອງ​ມັນ​ຢູ່ໃນ ລະ​ດັບ​ດຽວ​ກັບ​ສາຍ​ຕາ ໃນ​ຂະນະ​ດຽວ​ກັນ ຂາ​ຕັ້ງ​ລຸ້ນ​ນີ້​ຍັງ​ມາ​ພ້ອມ​ກັບ​ຄີຍ໌​ບອລ໌​ດ ພັດ​ລົມ​ລະບາຍ​ຄວາມ​ຮ້ອນ ພ້ອມ​ກັບ​ການ​ເປັນ​ຮັບ USB 2.0 ໃຫ້​ເຖິງ 2 ພອລ໌​ຕ ສາມາດ​ພັບ​ເກັບ​ນຳ​ຕິດ​ຕົວ​ໄປ​ໃຊ້​ງານ​ໃນ​ທີ່​ຕ່າງ ໆ ໄດ້​ຢ່າງ​ສະ​ດວກ​ງ່າຍ​ດາຍ ໃຊ້​ໄດ້​ກັບ​ໂນ້​ຕະ​ບຸ໊​ຄະ​ທີ່​ມີ​ໜ້າ​ຈໍ​ຂະໜາດ 10.0 ເຖິງ 14.1 ນິ້ວ ເບິ່ງ​ຈາກ​ຮູບ​ກໍ​ໜ້າ​ສົນ​ໃຈ​ດີ​ນະ​ຄະ​ຮັບ ຢ່າງໃດ​ກໍ​ຕາມ ທາງ​ບໍລິສັດ​ຍັງ​ບໍ່​ໄດ້​ເປີດ​ເຜີຍ​ເລື່ອງ​ຂອງ​ລາ​ຄາ ແລະ​ກຳນົດ​ວາ​ງົດ​ລາດ​ໃຫ້​ຮູ້​ແຕ່​ຢ່າງ​ໃດ

ຂໍ້​ມູນ ຈາກ: arip, Neckey Product Page

ລອງອ່ານກ່ຽວກັບ  ກ້ອງ​ວິ​ດິ​ໂອ​ໄຕ້​ນ້ຳ​ຟູໄຮ​ເດ​ຟຯ​ຕົວ​ທຳອິດ​ຂອງ​ໂລກ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.