ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ໄມໂຄຊອຟົທ໌ເຊົາຜະລິດສະມາດໂຟນ Kin ແລ້ວ

ຂ່າວໄອທີ, ໂທລະສັບ

ພຽງແຕ່ 48 ມື້​ຫລັງ​ຈາກ​ໄມ​ໂຄ​ຊອ​ຟົທ໌ (Microsoft) ເລີ່ມ​ຈຳ​ຫ​ໜ່າ​ຍສະມາດ​ໂຟນ​ທີ່​ຊື່​ວ່າ Kin ຊຶ່ງ​ໄດ້ຮັບ​ການ​ອອກ​ແບບ ແລະ​ພັດທະນາ​ໃຫ້​ມີ​ຟັງຊັນ​ຕ່າງໆ ເຈາະ​ໃຈ​ກຸ່ມ​ເປົ້າ​ໝາຍ​ທີ່​ເປັນ​ໄວ​ລຸ້ນ ລ່າ​ສຸດ​ທາງ​ບໍລິສັດ​ອອກ​ມາ​ປະ​ກາດ​ວ່າ ຈະ​ຍົກ​ເລີກ​ການ​ຜະລິດສະມາດ​ໂຟນ​ລຸ້ນ​ນີ້​ແລ້ວ ເນື່ອງ​ຈາກ​ຄວາມ​ນິຍົມ ແລະ​ຍອດ​ຂາຍ​ທີ່​ຕ່ຳ​ຫລາຍ

ໄມ​ໂຄ​ຊອຟົທ໌​ໃຊ້​ເວລາ 2 ປີ​ໃນ​ການ​ພັດທະນາ ແຖມ​ຍັງ​ທຸ່ມ​ເມັດ​ເງີນ​ໄປ​ບໍ່ແມ່ນຫ​ນ້ອຍ​ສຳລັບ​ການ​ປະ​ຊາ​ສຳພັນ ເພື່ອ​ເປັນ​ການ​ປູ​ທາງ​ໄປ​ສູ່​ການ​ເປັນ​ບໍລິສັດ​ຜູ້​ຜະລິດສະມາດ​ໂຟນ ແຕ່​ເບິ່ງ​ຄືກັບວ່າ​ການ​ລົງ​ທຶນ​ລົງ​ແຮງ​ທີ່​ຜ່ານມາ​ຈະ​ສູນ​ຫລ້າ “ມັນ​ລົ້ມເຫລວ​ໂດຍ​ສິ້ນ​ເຊີງ” Charles S. Golvin ນັກ​ວິ​ເຄາະ​ຈາກ​ຟອລ໌​ເລດ​ເຕີລ໌ ລີ​ເສິລ໌​ຊ ກ່າວ ຊຶ່ງ​ພວກເຂົາ​ຮູ້ສຶກ​ແປກ​ໃຈ​ຫລາຍ​ທີ​ເຫັນ​ໄມ​ໂຄ​ຊອ​ຟົທ໌​ຕັດ​ສິນ​ໃຈ​ຂ້າ​ຜະລິດຕະພັນ​ທີ່​ບໍ່​ປະ​ສົບ​ຜົນ ສຳ​ເລັດ​ໄວ​ທີ່ສຸດ​ໃນ​ປະຫວັດສາດ​ຂອງ​ການ​ອອກ​ຜະລິດຕະພັນ​ໃໝ່

ແມ່ນຜະແນກ​ຜະລິດຕະພັນ​ເພື່ອ​ຜູ້​ບໍລິ​ໂພກ ຂອງ​ໄມ​ໂຄ​ຊອ​ຟົທ໌​ຈະ​ພະຍາຍາມ​ຕໍ່ສູ້​ກັບ​ຄູ່​ແຂ່ງ​ຕັ້ງ​ແຕ່ iPod ຂອງ​ແອບ​ເປີ້ນ (Apple) ຕະຫລອດ​ຈົນ​ໄອ​ໂຟນ (iPhone) ລວມ​ເຖິງສະມາດ​ໂຟນ Android ຂອງ Google ຊຶ່ງ​ກ່ອນ​ໜ້າ​ນີ້ ໄມ​ໂຄ​ຊອ​ຟົທ໌​ກໍ​ໄດ້​ຕັດ​ສິນ​ໃຈ​ຍົກ​ເລີກ​ໂຄງ​ການ​ພັດທະນາ Courier ແທັບ​ເລັດ​ຂອງ​ທາງ​ບໍລິສັດ ທັງໆ ທີ່​ຕັ້ງ​ໃຈ​ວ່າ​ຈະ​ອອກ​ມາ​ຊົນ​ກັບ​ໄອ​ແພດ (iPad) ແລະ​ມາ​ມື້​ນີ້​ທາງ​ບໍລິສັດ​ຕ້ອງ​ຕັດ​ສິນ​ໃຈ​ຍົກເລີກ​ຜະລິດ Microsoft Kin ທີ່​ເປີດ​ຕົວ ແລະ​ວາງ​ຈຳ​ໜ່າຍ​ແລ້ວ​ດ້ວຍ

ໄມ​ໂຄ​ຊອ​ຟົທ໌​ກ່າວ​ວ່າ ຈະ​ຍ້າ​ຍພະນັກ​ງານ​ໃນ​ສ່ວນ​ຂອງ Microsoft Kin ໄປ​ຮ່ວມ​ທີມ​ກັບ Windows Phone 7 ລະບົບ​ປະຕິບັດການ​ສະມາດ​ໂຟນ​ໃນ​ຊ່ວງ​ໄຕ​ມາດ​ທີ່​ສາມ​ນີ້ ສຳລັບ Kin ຈະ​ມີ​ຢູ່ 2 ລຸ້ນ ຕັ້ງ​ເປົ້າ​ເຈາະ​ກຸ່ມ​ຜູ້​ໃຊ້​ທີ່​ເປັນ​ເດັກ (ໄວ​ກ່ອນ​ໄວ​ລຸ້ນ ແລະ​ໄວ​ລຸ້ນ) ໂດຍ​ເນັ້ນ​ການ​ໃຊ້​ງານ​ເພື່ອ​ເຂົ້າ​ສູ່​ໂຊ​ຊຽວເນັດ​ເ​ວິລ໌​ກ (Social Network) ຢ່າງ Facebook ແລະ Twitter ຫລັງ​ຈາກ​ເປີດ​ຕົວ​ດ້ວຍ​ການ​ຂາຍ​ຜ່ານ​ຜູ້​ໃຫ້​ບໍລິການ​ເຄືອ​ຂ່າຍ​ໄຮ້ສາຍ Verizon ແມ່ນ​ຈະ​ມີ​ການ​ລຸດ​ລາ​ຄາ​ລົງ​ທັງ​ສອງ​ລຸ້ນ​ແລ້ວ ແຕ່ຍ​ອດ​ຂາຍ​ກໍ​ຍັງ​ບໍ່​ເປັນ​ທີ່​ໜ້າ​ປະ​ທັບ​ໃຈ​ຢູ່​ດີ ຈົນ​ໃນ​ທີ​ສຸດ​ຝ່າຍ​ບໍລິຫານ​ຂອງ​ໄມ​ໂຄ​ຊອຟົທ໌​ຕ້ອງ​ຕັດ​ສິນ​ໃຈ​ຍົກ​ເລີກ​ການ​ຜະລິດ ແລະ​ຈຳ​ໜ່າຍ Kin ໄປ​ໃນ​ທີ​ສຸດ

ທີ່ມາ:pcmag, Arip

ລອງອ່ານກ່ຽວກັບ  Microsoft ໂຊການໃຊ້ເວລາອັນສັ້ນ ໃນການບູດເຄື່ອງດ້ວຍ Windows 8

Souliyo

Co-Founder and CTO of BIZGITAL and LOCA

Comments
  1. @Phonh: ເຮີໆ ຂາຍອອກ 500ເຄື່ອງ ເຮົາສັງເກດເບິງເເຕ່ຕອນມັນສິອອກມາພຸ້ນເເລ້ວວ່າໃຜສິຊື້ໄປໃຊ້ ໃຫ້ເຮົາຫລ້າໆຍັງຄິດຢູ່

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.