ເລື່ອງລາວຂອງ TECH, STARTUP, ແລະ DIGITAL

NoteBook ຖືກລັກຫລືເສຍ ຫາຄືນໄດ້ຫາກທ່ານໃຊ້ໂປຼເເກຼມ Prey

FREE WARE

ພໍ​ດີ​ໄປ​ເຈີ​ບໍລິການ​ຟຼີ​ຕົວ​​ຊື່​ວ່າ Prey … ຊຶ່ງ​ເປັນ​ຜົນ​ງານ​ຂອງ​ທາງ Fork Ltd. ຊຶ່ງ​ເປັນ​ບໍລິສັດ​ທີ່​ຢູ່ໃນ Hong Kong ເທົ່າ​ທີ່​ເບິ່ງ​ກໍ​ມີ​ຜົນ​ງານ​ດ້ານ Internet ອີກ​ຫລາຍ​ຢ່າງ​ນຳກັນ ແຕ່​ຕົວ​ທີ່​ເດັດ​ສຸດ​ກໍ​ຄົງ​ບໍ່​ພົ້ນ Prey ຊຶ່ງ​ໄດ້ຮັບ​ເລືອກ​ເປັນ 1 ໃນ 25 Project ສຸດ​ຍອດ ຈາກ​ງານ The Next Web 2010 ທີ່ Amsterdam ດ້ວຍ  ຢ່າງ​ນ້ອຍ​ກໍ​ໜ້າ​ເຊື່ອ​ຖື​ໄດ້ລະ​ວະ

ຂັ້ນ​ຕອນ​ການ​ຕິດ​ຕັ້ງ


  • ທຳອິດກໍ​ໄປ​ດາວໂຫລດ ໂປຼ​ແກຼມ Prey ມາ​ຕິດ​ຕັ້ງ​ກັນ​ກ່ອນ ຕົວ​ໂປຼແກຼມ​ຮອງ​ຮັບ​ຫລາຍ  OS ເຊັ່ນ Windows ຕັ້ງ​ແຕ່ XP/Vista/7 ແລະ​ມີ​ຂອງ Mac OS ກັບ Linux ດ້ວຍ

  • ເມື່ອ​ດາວໂຫລດ​ໂປຼ​ແກຼມ​ມາ​ແລ້ວ​ກໍ​ເຂົ້າ​ສູ່​ຂັ້ນ ຕອນ​ການ Config ຫົວຂໍ້​ຕ່າງ ໆ​ໂດຍ​ເລີ່ມ​ຈາກ​ລະບົບ Report

  • ຫລັງຈາກນັ້ນກໍ​ເລືອກ Prey + Control Panel ໄປ​ເລີຍ​ຕາມ​ທີ່​ກະເຈົ້າເລືອກ​ໃຫ້​ຫັນເເລະ

  • ຈາກ​ນັ້ນ ກໍ​ສ້າງ Account ທີ່​ໃຊ້​ໃນ Prey ໂດຍ​ທີ່​ຖ້າ​ເຮົາ​ເປັນ User ໃໝ່​ກໍ​ເລືອກ New User

  • ກອກລາຍ​ລະອຽດ​ໃຫ້​ຮຽບຮ້ອຍ ຂັ້ນ​ຕອນ​ນີ້​ທາງ Prey ຈະ​ສົ່ງ Email ຢືນຢັນ​ການສ້າງ Account ໃໝ່​ມາ​ທີ່ Email ເຮົາ​ດ້ວຍ(ກະລຸນາໃຊ້ອິເມວຈິງຂອງເຮົາ)

  • ຈາກ​ນັ້ນ​ກໍ Login ເຂົ້າ​ລະບົບ​ໄປ​ເລີຍ​ຈະ​ພົບ​ເຄື່ອງ​ຂອງ​ເຮົາ ຢູ່ໃນ​ລະບົບ​ຮຽບຮ້ອຍ​ແລ້ວ

ຈາກ​ນັ້ນ​ກໍ​ເຂົ້າ​ມາ​ປັບ​ແຕ່ງ​ຕົວ Prey ຊຶ່ງ​ປັບ​ໄດ້​ຄ່ອນ​ຂ້າງ​ຫລາຍຢ່າງ ທີ່​ທາງເຮົາ​ແນະ​ນຳ​ໃຫ້ On ໄວ້​ກໍ​ມີ

  1. Delay Between Execution ໃຫ້​ລຸດ​ເຫລືອ 5 ນາ​ທີ​ກະພໍ
  2. Report Module ໃຫ້​ເລືອກ Network ກັບ Trace Route ເປັນ On , Session ໃຫ້ເປັນ On , Screenshot ເປັນ On , Get Active Connection ເປັນ On
  3. Web Cam ກັບ Geo ກໍ​ເປັນ On
  4. ບ່ອນ​ຫົວຂໍ້ Alarm ນີ້​ແລ້ວ​ແຕ່​ຈະ set ເດີ່ ຖ້າ​ບໍ່​ຢາກ​ເຮັດໃຫ້ໂຈນມັນຕື່ນຫລືຮູ້ໂຕກ່ອນ ກໍ​ປິດ​ໄວ້​ດີກວ່າ ເພາະ​ມັນ​ຈະ​ສົ່ງ​ສຽງ​ທີ່​ດັ່ງ​ຫລາຍ​ໆ ເພື່ອ​ບອກວ່າ​ເຄື່ອງ​ຢູ່​ໃສ ແຕ່​ລຳ​ໂພງ​ຄອມ​ມັນ​ກໍ​ບໍ່​ໄດ້​ດັ່ງ​ຫຍັງ​ຫລາຍ​ເເມ່ນບໍ່,  ສ່ວນ Alert ກໍ​ຄື​ການ​ປ່ຽນ Wallpaper ບອກ​ຄົນ​ຮ້າຍ​ວ່າ​ເຄື່ອງ​ນີ້​ຖືກ​ລັກ​ມາ

ຈາກ​ນັ້ນ​ກົດ Save ຫລື Update

ບາດນີ້ມາທົດລອງ​ເຮັດ​ເຄື່ອງ​ເສຍເບິ່ງ​, ​ໄດ້​ດ້ວຍ​ການ​ເລືອກ ຫົວຂໍ້ Missing ໃຫ້ເປັນ On ແລ້ວ​ກົດ Save ອີກ​ເທື່ອ ຊຶ່ງ​ລໍຖ້າປະ​ມານ 5 ນາ​ທີ ຕາມ​ເວລາ​ທີ່​ເຮົາ Set ໃນ Report ມັນ​ຈະ​ບອກ​ມາ​ເລີຍ​ວ່າ​ເຄື່ອງ​ເຮົາ​ຢູ່​ບ່ອນໃດ​ດ້ວຍ Google Map , ຖ້າ​ມີ WebCam ກໍ​ຈະ​ຖ່າຍ​ມາ​ດ້ວຍ​ເຜື່ອ​ຕິດ​ໜ້າ​ໂຈນ​ມາ ແລະ​ຈະ Capture Screenshot ມາ​ດ້ວຍ​ຈະ​ໄດ້​ຮູ້​ວ່າ​ລັນ​ໂປຼແກຼມ​ຫຍັງ​ຢູ່

ປ ລ. ລະບົບ​ແຈ້ງ​ທີ່​ຢູ່​ດ້ວຍ Google Map ຍັງ​ບໍ່​ແນ່ເທົ່າ​ໃດ ເພາະ​ຈະ​ເອົາ​ທີ່​ຢູ່​ຈາກ ເຄືອ​ຂ່າຍ Network ທີ່​ມັນ​ຕໍ່​ຢູ່ ຈຶ່ງ​ເຮັດ​ໄດ້ພຽງເເຕ່ໃກ້​ຄຽງ​ເທົ່າ​ນັ້ນ

ດາວໂຫລດໂປຼເເກຼມ: http://preyproject.com

ທີ່ມາ: freeware.in.th

ລອງອ່ານກ່ຽວກັບ  FreeMake Converter ໂປຼແກຼມສຳລັບ ແປງໄຟລ໌ມີເດຍຕ່າງໆ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.