ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເບື້ອງຫລັງຄວາມຕາຍຂອງ Kin ການເມືອງພາຍໃນໄມໂຄຊອຟົທ໌ເຮັດຜິດ

ຂ່າວໄອທີ, ໂທລະສັບ

Engadget ມີ​ເລື່ອງ​ລາວ​ເບື້ອງ​ຫລັງ​ວ່າ​ຄວາມ​ຕາຍ​ຂອງ Kin ເກີດ​ຈາກ​ການ​ເມືອງ​ພາຍ​ໃນ​ຂອງ​ໄມ​ໂຄ​ຊອຟົທ໌​ເອງ

Kin ເລີ່ມ​ຕົ້ນ​ໃນ​ຊື່ ” Project Pink” ຂອງ J Allard ຜູ້​ສ້າງ Xbox ແລະ Zune ໂດຍ​ນຳ​ເທກ​ໂນ​ໂລ​ຍີ​ມາ​ຈາກ​ບໍລິສັດ Danger ຜູ້​ຜະລິດ Sidekick ທີ່​ໄມ​ໂຄ​ຊອ​ຟົທ໌​ຊື້​ກິດຈະການ​ມາ ແຕ່​ຕອນ​ນັ້ນ Windows Mobile 6.x ຍັງ​ຫ່ວຍ​ຫລາຍ Allard ເລີຍລີກ​ໄປ​ພັດທະນາ Pink ແຍກ​ເປັນ​ອິດສະຫລະ​ບໍ່​ກ່ຽວ​ຂ້ອງ​ກັນ

ພາຍ​ຫລັງ Allard ກິນ​ເກົາ​ເຫລົາ​ກັບ Andy Lees ຫົວ​ໜ້າ​ທີມ Windows Mobile ແລະ​ສຸດ​ທ້າຍ Lees ດຶງ Pink ມາ​ຢູ່​ພາຍໃຕ້ການ​ເບິ່ງແຍງ​ຂອງ​ພວກເຂົາ ຊ່ວງ​ນັ້ນ Windows Phone 7 ກຳ​ລັງ​ຖືກ​ພັດທະນາ​ຂຶ້ນ​ໃໝ່​ຈາກ​ສູນ Lees ເລີຍ​ສັ່ງ​ໃຫ້ Pink ປັບ​ໂຄ້​ດ​ມາ​ໃຊ້​ຖານ​ດຽວ​ກັບ Windows Phone 7 ເຮັດໃຫ້​ໂຄງ​ການ​ຊ້າ​ອອກ​ໄປ​ອີກ ແຕ່​ສຸດ​ທ້າຍ​ກໍ​ເຮັດ​ບໍ່​ສຳ​ເລັດ​ເພາະ​ໂຄ້​ດຕ່າງ​ກັນ​ຫລາຍ

ເນື່ອງ​ຈາກ Allard ເຄີຍ​ໄປ​ຂາຍ​ຝັນ​ໃຫ້​ເຄືອ​ຂ່າຍ Verizon ໄວ້ ໄມ​ໂຄ​ຊອຟົທ໌​ຈຶ່ງ​ມີ​ສັນຍາ​ກັບ Verizon ວ່າ​ຈະ​ເຮັດ Pink ໃຫ້. ຝັ່ງ Lees ຊຶ່ງ​ເປັນ​ຜູ້​ຄຸມ​ໂຄງ​ການ​ຄົນ​ປະຈຸບັນ​ຈຶ່ງ​ເລັ່ງ​ອອກ Pink/Kin ໃຫ້​ໄດ້​ຕາມ​ສັນຍາ ທັງ​ທີ່​ຜະລິດຕະພັນ​ຍັງ​ບໍ່​ພ້ອມ ກະເລີຍເບິ່ງຄືວ່າອັນໃດກະ​ຫ່ວຍ​ໄປຫມົດ ແຖມ​ຍັງ​ຖືກ Verizon ເຮັດໃສ່ໂດຍ​ຄິດ​ຄ່າ​ລາຍ​ເດືອນ​ຂອງ Kin ແພງ​ກວ່າ​ທີ່​ເຄີຍ​ຕົກລົງ​ກັນ​ໄວ້​ອີກ​ດ້ວຍ

Lees ຜັກ​ດັນ Kin ໃຫ້​ສຳ​ເລັດ​ໄດ້​ຕາມ​ສັນຍາ​ກັບ Verizon ພໍ​ໝົດ​ພາລະ​ແລ້ວ ພວກເຂົາ​ຈຶ່ງ​ຮີບ​ປິດ​ງານ​ໂດຍ​ປະ​ກາດ ເລີກ​ພັດທະນາ Kin ເພື່ອ​ມຸ້ງໄປ​ Windows Phone 7 ພຽງ​ຢ່າງ​ດຽວ ສ່ວນ Allard ກໍ​ຢ່າງ​ທີ່​ຮູ້​ກັນ​ດີ​ວ່າ​ລາ​ອອກຈາກ​ໄມ​ໂຄ​ຊອຟົທ໌​ໄປ​ຮຽບຮ້ອຍແລ້ວ

Engadget ອ້າງ​ວ່າ Kin ຂາຍ​ໄດ້​ປະ​ມານ 10,000 ເຄື່ອງ (ບໍ່ແມ່ນ 500 ເຄື່ອງ​ຕາມ​ຂ່າວ​ທີ່​ອອກ​ມາ​ກ່ອນ​ນີ້) ແລະ​ອະນາຄົດ​ຂອງ Kin ຕອນ​ນີ້​ຢູ່ໃນ​ມື​ຂອງ Verizon ຊຶ່ງ​ເຮັດ​ຫນ້າທີ່​ເປັນ​ຜູ້​ຂາຍ ໄມ​ໂຄ​ຊອຟົທ໌​ບໍ່​ກ່ຽວ​ແລ້ວ

ສ່ວນ​ທີມ​ງານ​ຜູ້​ພັດທະນາ Kin ແມ່ນ​ໄມ​ໂຄ​ຊອຟົທ໌​ຈະ​ບອກວ່າ​ຖືກ​ຍຸບ​ລວມ​ກັບ​ທີມ Windows Phone 7 ແຕ່​ໃນ​ທາງ​ປະຕິບັດ​ເປັນ​ໄປ​ໄດ້​ຍາກ ເພາະ​ແນວ​ທາງ​ຂອງ​ທັງ​ສອງ​ທີມ​ຕ່າງ​ກັນ​ຫລາຍ ແລະ​ເປັນ​ໄປ​ໄດ້​ສູງ​ທີ່​ທີມ Kin ອາດ​ຕ້ອງ​ເກັບ​ຂອງ​ອອກຈາກ​ໄມ​ໂຄ​ຊອ​ຟົທ໌​ໃນ​ໄລ​ຍະ​ຍາວ

ທີ່​ມາ – Engadget, Blognone

ລອງອ່ານກ່ຽວກັບ  Cut The Rope ອອກເວີຊັ່ນສຳລັບ Android ແລ້ວ ຟຼີໃນ GetJar

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.