ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເສົາອາກາດ iPhone 4 ດີກວ່າໄອໂຟນທຸກລຸ້ນ?

ຂ່າວໄອທີ, ໂທລະສັບ

ລາຍ​ງານ​ຂ່າວ​ລ່າ​ສຸດ ແອບ​ເປີ້ນ (Apple) ເປີດ​ແຜນ​ສຳລັບ​ການ​ຈັດການ​ກັບ​ສຽງ​ຈົ່ມ​ເລື່ອງ​ເສົາ​ອາ​ກາດ​ຂອງ iPhone 4 ແລະ​ຊັດເຈນ​ວ່າ ທາງ​ບໍລິສັດ​ບໍ່​ມີ​ນະໂຍບາຍ​ໃຫ້​ຟຣີຂອບ​ຢາງ​ກັນ​ຊົນ (Bumper) ທີ່​ມີ​ລາ​ຄາ 29 ຫລຽນຯ ສຳລັບ iPhone 4 ເພື່ອ​ແກ້​ບັນຫາ​ທີ່ເກິດຂື້ນ

ມີ​ການ​ເປີດ​ເຜີຍ​ຂໍ້​ມູນ​ທີ່​ອ້າງ​ວ່າ ເປັນ​ຂັ້ນ​ຕອນ​ໃນ​ການ​ຕອບ​ຄຳ​ຖາມ​ກັບ​ລູກ​ຄ້າ iPhone 4 ໂດຍ​ຂໍ້​ມູນ​ທີ່​ຮົ່ວ​ອອກ​ມາ​ນີ້​ປາກົດ​ຢູ່ໃນ​ເວັບ​ໄຊຕ໌ Boy Genius Report ຊຶ່ງ​ຕົວ​ແທນ​ຂອງ AppleCare ຈະ​ຢຶດ​ຂັ້ນ​ຕອນ​ນີ້​ເປັນ​ບັນ​ທັດ​ຖານ​ໃນ​ການ​ຕອບ​ບັນຫາ​ກັບ​ລູກ​ຄ້າ iPhone 4 ໂດຍ​ສະເພາະ ທັງ​ນີ້​ການ​ຕອບ​ຄຳ​ຖາມ​ຈະ​ຕ້ອງ​ເປັນ​ໄປ​ໂດຍ​ລະ​ມຸມ​ລະ​ມ່ອມແລະ​ຊັດເຈນ​ໃນ​ຈຸດ​ຍືນ

ຕົວ​ຢ່າງ ຄຳ​ຊີ້​ແຈງ​ທີ່​ໃຊ້​ກັບ​ລູກ​ຄ້າ iPhone4 ກໍ​ເຊັ່ນ ປະ​ສິດ​ທິ​ພາບ​ການເຮັດວຽກໄຮ້​ສາຍ​ຂອງ iPhone4 ດີ​ທີ່ສຸດ​ເທົ່າ​ທີ່​ເຮົາ​ເຄີຍ​ເຮັດ​ມາ ຜົນ​ການ​ທົດສອບ​ຂອງ​ເຮົາ​ສະແດງ​ໃຫ້​ເຫັນ​ວ່າ ປະ​ສິດ​ທິ​ພາບ​ເສົາ​ອາ​ກາດ​ໂດຍ​ລວມ​ຂອງ iPhone 4 ດີກວ່າ iPhone 3GS ການ​ຈັບ​ມື​ຖື​ໃນ​ບາງ​ຕຳແໜ່ງ​ທີ່​ແນ່ນອນ​ຈະ​ລຸດ​ທອນ​ສັນຍາ​ນ ເປັນ​ເລື່ອງ​ຈິງ​ທີ່ເກິດຂື້ນ​ກັບ iPhone 4 ແລະ iPhone 3GS ລວມ​ເຖິງ​ມື​ຖື​ລຸ້ນ​ອື່ນໆ ທີ່​ເຮົາ​ໄດ້​ເຄີຍ​ທົດສອບ ມັນ​ເປັນ​ຂໍ້​ເທັດ​ຈິງ​ຂອງ​ຊີວິດ​ໃນ​ໂລກ​ໄຮ້​ສາຍ ແລະ​ຫາກ​ເຈົ້າ​ເຄີຍ​ປະ​ສົບ​ບັນຫາ​ນີ້​ກັບ 3GS ຄວນ​ຫລີກ​ລ້ຽງ​ການ​ໃຊ້​ອຸ້ງ​ມື​ກະ​ຊັບ​ເຂົ້າ​ທີ່​ມຸມ​ລຸ່ມ​ຂວາ​ຂອງ​ເຄື່ອງ ແຕ່​ຖ້າ​ເປັນ iPhone 4 ໃຫ້​ລະ​ວັງ​ມື​ໄປ​ປິດຖືກແຖບ​ສີ​ດຳ​ທີ່​ຢູ່​ມຸມ​ລຸ່ມ​ຊ້າຍ​ຂອງ​ແຖບ​ໂລ​ຫະ​ຂ້າງ​ຕົວ​ເຄື່ອງ. ການ​ໃຊ້​ຊອງຫລື​ກັນ​ກະ​ແທກ​ທີ່​ເຮັດ​ຈາກ​ຢາງ ຫລື​ພາດ​ສຕິກ​ອາດ​ຊ່ວຍ​ໃຫ້​ປະ​ສິດ​ທິ​ພາບ​ການ​ເຊື່ອມ​ຕໍ່​ໄຮ້ສາຍ​ດີ​ຂຶ້ນ ເນື່ອງ​ຈາກ​ມັນ​ເຮັດໃຫ້​ມື​ຂອງ​ຜູ້​ໃຊ້​ບໍ່​ໄດ້​ສຳ​ຜັດ​ກັບ​ບໍລິເວນ​ດັ່ງ​ກ່າວ​ໂດຍ​ກົງ

ປະ​ເດັນ​ທີ່ເກິດຂື້ນ​ບໍ່​ກ່ຽວ ກັບ​ເລື່ອງ​ຂອງ​ການ​ໃຫ້​ບໍລິການ​ກ່ຽວກັບ​ປະ​ກັນ​ຕ່າງໆ ໂດ​ຍພະ​ນັກ​ງານ​ໃຫ້​ບໍລິການ​ຂອງ​ແອບ​ເປີ້ນ​ຈະ​ຕ້ອງ​ພະຍາຍາມ​ຊີ້​ແຈງ​ດ້ວຍ​ເຫດຜົນ​ທີ່​ຊັດເຈນ ຫລາຍກວ່າ​ໃຫ້​ຄວາມ​ສຳຄັນ​ກັບ​ຄຳ​ຈົ່ມ ຫລື​ຂໍ້​ກັງ​ວົນ​ຂອງ​ລູກ​ຄ້າ ທີ່​ສຳຄັນ​ຕ້ອງ​ບໍ່​ລືມ​ວ່າ ບັນຫາ​ທີ່ເກິດຂື້ນ​ຕ້ອງ​ພິສູດ​ໄດ້ ຖ້າ​ລູກ​ຄ້າ​ບອກວ່າ ບັນຫາ​ເກີດ​ຂຶ້ນ​ແມ່ນ​ຈະ​ມື​ຖື​ຈະ​ວາງ​ຢູ່​ເທິງ​ໂຕະ​ຫລ້າໆ ສະແດງ​ວ່າ ມັນ​ບໍ່​ໄດ້​ເກີດ​ຈາກ​ຕົວ​ເຄື່ອງ (ແຕ່​ອາ​ດຈະ​ເປັນ​ຈຸດ​ອັບ​ຂອງ​ສັນຍາ​ນ) ຊຶ່ງ​ແອບ​ເປີ້ນ​ບໍ່​ສາມາດ​ແກ້​ບັນຫາ​ນີ້​ໃຫ້​ໄດ້ ແລະ​ປະ​ເດັນ​ສຸດ​ທ້າຍ ພະ​ນັກ​ງານ​ໃຫ້​ບໍລິການ​ຈະ​ບໍ່​ສະເໜີ ຫລື​ໃຫ້​ສັນຍາ​ກັບ​ລູກ​ຄ້າ​ວ່າ ຈະໃຫ້​ແຖບ​ຢາງ​ກັນ​ກະ​ແທກ (ເສັ້ນ​ລະ 29 ຫລຽນ ຯ) ຟຣີ​ກັບ​ລູກ​ຄ້າ​ເດັດ​ຂາດ!!!

ຢ່າງໃດ​ກໍ​ຕາມ ທາງ​ແອບ​ເປີ້ນ​ໄດ້ຮັບ​ຮູ້​ເຖິງ​ການ​ເປີດ​ເຜີຍ​ຂໍ້​ມູນ​ຂ້າງ​ຕົ້ນ​ນີ້​ແລ້ວ ແຕ່​ກໍ​ຍັງ​ບໍ່​ໄດ້​ສະແດງ​ທ່າ​ທີ​ອອກ​ມາ​ແຕ່​ຢ່າງ​ໃດ ສຳລັບ​ສະຖານນະການ​ທີ່ເກິດຂື້ນ​ໃນ​ປະຈຸບັນ ແອບ​ເປີ້ນ​ກຳ​ລັງ​ພະຍາຍາມ​ແກ້​ບັນຫາ​ດັ່ງ​ກ່າວ​ດ້ວຍ​ການ​ອັບ​ເດດ iOS 4.0.1 ໃນ​ຂະນະ​ດຽວ​ກັນ​ກໍ​ແນະ​ນຳ​ໃຫ້​ລູກ​ຄ້າ ລ​ອງ​ໃຊ້ Bumper ຊອງ​ໃສ່​ກັນ​ຊົນ​ຂອງ​ແອບ​ເປີ້ນ ຫລື​ຜູ້​ຂາຍ​ເຈົ້າ​ອື່ນໆ

ຂໍ້​ມູນ​ຈາກ:boygeniousreport, Arip

ລອງອ່ານກ່ຽວກັບ  Apple ປ່ອຍ iOS 4.3.1 ອອກມາແລ້ວ ເພຶ່ອແກ້ໄຂບັນຫາ ຕ່າງໆ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.