ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Kindle ຂາຍ E-Book ໄດ້ຫລາຍເເຊງຫນ້າ ຫນັງສືປົກເເຂງ

ຂ່າວໄອທີ

Amazon Inc. ຄ້າ​ປີກ​ຍັກ​ໃຫຍ່​ເທິງ​ອິນ​ເຕີລ໌​ເນັດ ປະ​ກາດ​ຄວາມ​ສຳ​ເລັດ​ສຳລັບ​ການ​ເຕີບໂຕ​ຂອງ​ຍອດ​ຂາຍ Kindle ເຄື່ອງ​ອ່ານ​ອີ​ບຸ໊ກຂອງ​ທາງ​ບໍລິສັດ ຊຶ່ງ​ໃນ​ໄຕ​ມາດ​ທີ່​ສອງ​ຍອດ​ຂອງ​ມັນ​ມີ​ອັດຕາ​ເລັ່ງ​ທຸກ​ເດືອນ ລ່າ​ສຸດ​ທາງ​ບໍລິສັດ​ຍັງ​ສາມາດ​ຂາຍ​ອີ​ບຸ໊​ກ​ໄດ້​ຫລາຍກວ່າ​ຫນັງສື​ເວີລ໌​ຊັນ​ປົກ​ແຂງ​ທີ່​ອອກ ໃໝ່​ອີກ​ດ້ວຍ

ຍອດ​ຂອງ Kindle ເຕີບໂຕ​ເປັນ 3 ເທົ່າ​ຕັ້ງ​ແຕ່​ທີ່ Amazon ປະ​ກາດ​ລຸດ​ລາ​ຄາ​ລົງ​ເຫລືອ 189 ຫລຽນຯ ຈາກ 259 ຫລຽນຯ Jeff Bezon ຊີ​ອີ​ໂອ​ຂອງ​ Amazon ​ກ່າວ ແລະ​ຜົນ​ຈາກ​ການ​ລຸດ​ລາ​ຄາລົງ 27% ຍັງ​ຊ່ວຍ​ໃຫ້ Amazon ສາມາດ​ຊ່ວງ​ຊິງ​ສ່ວນ​ແບ່​ງຕະຫລາດ​ຈາກ iPad (ສາມາດ​ໃຊ້​ອ່ານ​ອີ​ບຸ໊​ກ​ໄດ້​ຄືກັນ) ຂອງ Apple ມາ​ໄດ້​ບາງ​ສ່ວນ​ອີກ​ດ້ວຍ ຢ່າງໃດ​ກໍ​ຕາມ Amazon ບໍ່​ເຄີຍ​ເປີດ​ເຜີຍ​ຕົວ​ເລກ​ຍອດ​ຂາຍ Kindle ມາ​ຕັ້ງ​ແຕ່​ເປີດ​ຕົວ​ໃນ​ປີ 2007 ບອກ​ແຕ່​ພຽງ​ວ່າ ມັນ​ມີ​ຍອດ​ຂາຍ​ຫລາຍ​ລ້ານ​ເຄື່ອງ​ແລ້ວ

“ຫລາຍ​ຝ່າຍ​ເຫັນ​ວ່າ iPad ໄດ້​ບຽດຕະຫລາດ​ເຄື່ອງ​ອ່ານ​ອີ​ບຸ໊​ກ​ໄປ​ຮຽບຮ້ອຍ​ແລ້ວ” Dmitriy Molchanov ນັກ​ວິ​ເຄາະ​ຈາກ Yanky Group ວິ​ເຄາະ​ເຖິງ​ເຫດຜົນ​ທີ່ Amazon ບໍ່​ພະຍາຍາມ​ເປີດ​ເຜີຍ​ຕົວ​ເລກ​ຍອດ​ຂາຍ​ຂອງ Kindle “Amazon ກຳ​ລັງ​ໄປ​ໄດ້​ດີ​ທັງ​ໃນ​ສ່ວນ​ຂອງ Kindel, eBook ແລະ​ກຳ​ໄລ​ຂອງ​ບໍລິສັດ” ລ່າ​ສຸດ Amazon.com ຍັງ​ສາມາດ​ຂາຍ​ອີ​ບຸ໊​ກສຳລັບ Kindle ໄດ້​ຫລາຍກວ່າ​ເກົ່າ​ເຖິງ 3 ເທົ່າ​ເມື່ອ​ທຽບ​ກັບ​ຊ່ວງ​ດຽວ​ກັນ​ຂອງ​ປີ​ທີ່​ແລ້ວ ໂດຍ 81% ຂອງ​ອີ​ບຸ໊​ກ​ທີ່​ມີ​ການ​ຈຳ​ໜ່າຍ​ໄປ​ທັງ​ສິ້ນ 640,000 ເຫລັ້ມ​ມີ​ລາ​ຄາ​ຢູ່​ທີ່ 9.99 ຫລຽນຯ ຫລື​ຕ່ຳ​ກວ່າ​ນີ້

“ເຮົາ​ໄດ້​ມາ​ເຖິງ​ຈຸດ​ປ່ຽນ​ຂອງ ລູກ​ຄ້າ​ທີ່​ຈະ​ຫັນ​ມາ​ໃຊ້​ເຄື່ອງ​ອ່ານ​ອີ​ບຸ໊​ກ​ແລ້ວ​ດ້ວຍ​ລາ​ຄາ​ໃໝ່​ຂອງ Kindle” Bezos ກ່າວ​ໃນ​ຖະເເຫລງ​ການ”ຂະນະ​ນີ້ ລູກ​ຄ້າ​ຂອງ Amazon.com ໄດ້​ຊື້​ອີ​ບຸ໊​ກ​ສຳລັບ ອ່ານ​ເທິງ Kindle ຫລາຍກວ່າ​ຫນັງສື​ເຫລັ້ມມ​ທີ່​ເປັນ​ປົກ​ແຂງ. ຍ້ອນ​ກັບ​ໄປ​ເຮົາ​ຂາຍ​ຫນັງສື​ປົກ​ແຂງ​ມາ​ດົນ​ກວ່າ 15 ປີ ໃນ​ຂະນະ​ທີ່​ຫາກໍ່​ຂາຍ​ອີ​ບຸ໊​ກ​ ສຳຫລັບ Kindle ໄດ້​ພຽງເເຕ່ 33 ເດືອນ (2 ປີ 9 ເດືອນ) ເທົ່າ​ນັ້ນ” ໃນ​ຊ່ວງ 3 ເດືອນ​ທີ່​ຜ່ານມາ Amazon.com ສະເລ່ຍຈະ​ຂາຍ​ອີ​ບຸ໊​ກ​ສຳລັບ Kindle ດ້ວຍ​ອັດຕາ​ໄວ 143 ເຫລັ້ມ​ຕໍ່ 100 ເຫລັ້ມ​ທີ່​ເປັນ​ຫນັງສື​ປົກ​ແຂງ ແຕ່​ໃນ​ເດືອ​ນກໍລະກົດ ປາກົດ​ວ່າ ຍອດ​ຂາຍ​ອີ​ບຸ໊​ກ​ເລັ່ງ​ຄວາມ​ໄວ​ຂຶ້ນ​ເປັນ 180:100 ໄປ​ຮຽບຮ້ອຍ​ແລ້ວ

ຂໍ້​ມູນ​ຈາກ: Technologizer, arip.co.th

ລອງອ່ານກ່ຽວກັບ  Apple ເປີດໂຕ OS X Mountain Lion ລະບົບປະຕິບັດການເວີຊັ່ນໃຫມ່ສຳລັບ Mac

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.