ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຜົນການຍືນຍັນບັນຫາ iPhone 4 ຈາກ Consumer Reports

ຂ່າວໄອທີ, ໂທລະສັບ

ຜົນ​ການ​ທົດສອບ​ຢ່າງ​ລະອຽດ​ຂອງ Consumer Reports ນິ​ຕະຍາສານ​ທີ່​ໃຫ້​ຄວາມ​ເປັນ​ກາງ​ໃນ​ການ​ທົດສອບ​ຜະລິດຕະພັນ​ສຳລັບ​ຜູ້​ບະ​ຫລິ​ໂພກ​ໄດ້​ເປີດ​ເຜີຍ​ວ່າ iPhone 4 ມີ​ບັນຫາ​ແທ້ ພ້ອມ​ທັງ​ຖອນຊື່​ສະ​ມາດໂຟນ​ລຸ້ນ​ນີ້​ອອກຈາກ​ລາຍ​ການ​ແນະ​ນຳ (recommended list) ໂດຍ​ທີມ​ວິ​ສະວະກອນ​ທີ່​ທົດສອບ​ໄດ້​ຢືນຢັນ​ບັນຫາ​ສາຍ​ຫລຸດ​ເນື່ອງ​ຈາກ​ເສົາ​ອາ​ກາດ​ຖືກບຼັອກ​ສັນຍາ​ນຂະນະ​ຖື​ເປັນ​ເລື່ອງ​ຈິງ!!!

ຢ່າງໃດ​ກໍ​ຕາມ iPhone 4 ກໍ​ຍັງ​ຄົງ​ໄດ້ຮັບ​ຄວາມ​ນິຍົມ​ຢ່າງ​ສູງ​ຢູ່ໃນ​ປະຈຸບັນ ຫາ​ກລືມເລື່ອງ​ບັນຫາ​ດັ່ງ​ກ່າວ​ໄປ​. ທັງ​ນີ້​ຂໍ້​ມູນ​ຈາກ​ເວັບ​ໄຊຕ໌ Consumer Reports ລະ​ບຸ​ວ່າ ວິ​ສະວະກອນ​ໄດ້​ເຮັດການ​ທົດສອບ iPhone 4 ພ້ອມ​ທັງ​ຢືນຢັນ​ບັນຫາ​ສາຍ​ຫລຸດ ເມື່ອ​ນິ້ວ ຫລື​ມື​ຂອງ​ຜູ້​ໃຊ້​ສຳ​ຜັດ​ບໍລິເວນ​ມຸມ​ລຸມ​ຊ້າຍ​ຂອງ​ເຄື່ອງ ຊຶ່ງ​ບັນຫາ​ນີ້​ຈະ​ເກີດ​ຂຶ້ນ​ກັບ​ຜູ້​ທີ່​ຖື iPhone 4 ມື​ຊ້າຍ​ໂດຍ​ສະເພາະ ໂດຍ​ສັນ​ຍານ​ຈະ​ລຸດລົງ​ຈົນ​ສາຍ​ຫລຸດ ໂດຍ​ສະເພາະ​ໃນ​ກໍລະນີ​ທີ່​ເຈົ້າ​ຢູ່ໃນ​ບໍລິເວນ​ທີ່​ສັນ​ຍານ​ອ່ອນ​ດ້ວຍ​ແລ້ວ ແລະ​ດ້ວຍ​ບັນຫາ​ດັ່ງ​ກ່າວ ທາງ Consumer Reports ຈຶ່ງ​ບໍ່​ສາມາດ​ແນະ​ນຳ​ໃຫ້​ຜູ້​ບໍລິ​ໂພກ​ເລືອກ​ໃຊ້ iPhone 4 ໄດ້

ໃນ​ຂະນະ​ທີ່​ແອບ​ເປີ້ນ (Apple) ຍັງ​ຄົງ​ຢືນຢັນ​ວ່າ ບັນຫາ​ຂອງ iPhone 4 ເປັນ​ທີ່​ຊໍ​ຟົຕ໌​ແວລ໌ ຊຶ່ງ​ສະແດງ​ແທ່ງ​ສັນ​ຍານ​ຫລາຍກວ່າ​ຄວາມ​ເປັນ​ຈິງ 2 ແທ່ງ ແຕ່​ວິ​ສະວະກອນ​ຂອງ Consumer Reports ທີ່ເຮັດການ​ທົດສອບຟັນທົງວ່າ ບໍ່ແມ່ນ​ຢ່າງ​ແນ່ນອນ ພວກ​ເຂົາ​ບອກວ່າ iPhone 4 ມີ​ບັນຫາ​ທີ່​ດີ​ໄຊນ໌​ຂອງ​ຮາລ໌​ດແວລ໌ ໂດຍ​ຫລັງ​ຈາກ​ທີ່​ໄດ້​ທົດສອບ iPhone 4 ທີ່​ມີ​ຢູ່ 3 ເຄື່ອງ ປຽບທຽບ​ກັບ​ສະ​ມາດ​ໂຟນ​ລຸ້ນ​ອື່ນໆ ທີ່​ໃຊ້​ເຄືອ​ຂ່າຍ AT&T ເຊັ່ນ​ດຽວ​ກັນ ພົບ​ວ່າ iPhone 4 ເກີດ​ບັນຫາ​ດັ່ງ​ກ່າວ ຊຶ່ງ​ບໍ່​ກຽວ​ກັບ​ເຄືອ​ຂ່າຍ ທັງ​ນີ້​ທີມ​ວິ​ສະວະກອນ​ທີ່​ທົດສອບ​ຍັງ​ໄດ້​ໃຫ້​ຄຳ​ແນະ​ນຳ​ຜູ້​ໃຊ້​ໃຫ້​ຕິດ​ເທບ​(ຫລືສະກອ໊ດເທບ)ບ່ອນ​ບໍລິເວນ​ເສົາ​ອາ​ກາດ ເພື່ອ​ແກ້​ບັນຫາ​ສາຍ​ຫລຸດ​ອີກ​ດ້ວຍ.

ທີ່ມາ: Consumer Reports, Arip

ລອງອ່ານກ່ຽວກັບ  ຊອງແກ້ສັນຍານຫາຍ-ສາຍຫລຸດ ຂອງ iPhone 4

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.