ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເຊື່ອບໍວ່າ iPhone 4 ໂຊແທ່ງສັນຍານຜິດ?

ຂ່າວໄອທີ, ໂທລະສັບ

ຫລາຍ​ຄົນ​ສົງ​ໄສ​ວ່າ ເປັນຫຍັງ​ໄອ​ໂຟນ​ທີ່​ໃຊ້​ເຖິງ​ມີ​ບັນຫາ​ໃນ​ການ​ໂທລະສັບ ທັງ​ໆ ທີ່​ແທ່ງ​ສັນ​ຍານ​ທີ່​ປາກົດ​ຂຶ້ນ​ເທິງ​ໜ້າ​ຈໍ​ກໍ​ສະແດງ​ຜົນ​ເຕັມ ຊຶ່ງ​ໝາຍ​ຄວາມ​ວ່າ ສັນ​ຍານ​ທີ່​ໄດ້ຮັບ​ແຂງ​ແຮງ​ດີ ລ່າ​ສຸດ​ທາງ​ແອບ​ເປີ້ນ (Apple) ອອກ​ມາ​ໃຫ້​ຄຳ​ຕອບ​ກັບ​ຜູ້​ໃຊ້​ວ່າ ມັນ​ບໍ່ແມ່ນ​ຂໍ້​ຜິດ​ພາດ​ຂອງ​ເສົາ​ອາ​ກາດ​ແຕ່​ຢ່າງ​ໃດ ແຕ່​ເປັນ​ທີ່​ການ​ສະແດງ​ຜົນ​ແທ່ງ​ສັນ​ຍານ​ບໍ່​ກົງ​ກັບ​ຄວາມ​ເປັນ​ຈິງ ຫລື​ເວົ້າ​ງ່າຍໆ ກໍ​ຄື ມັນ​ເປັນ​ບັ໊ກ​ຂອງ​ໂປຼ​ແກຼມ

ເມື່ອ​ວັນ​ສຸກ​ທີ່​ຜ່ານມາ​ທາງ​ແອບ​ເປີ້ນ​ໄດ້​ອອກ​ມາ​ຍອມ​ຮັບ​ວ່າ ໄອ​ໂຟນ​ສະແດງ​ແທ່ງ​ຄວາມ​ແຂງ​ແຮງ​ຂອງ​ສັນຍານ​ທີ່​ໄດ້ຮັບ​ບໍ່​ຖືກ​ຕ້ອງ ແຖມ​ຍັງ​ເປີດ​ເຜີຍ​ອີກ​ດ້ວຍ​ວ່າ ມັນ​ເປັນ​ຂໍ້​ຜິດ​ພາດ​ທີ​ໜ້າ​ອາຍ ໂດຍ​ມັນ​ເປັນ​ຂໍ້​ຜິດ​ພາດ​ທີ່​ມີ​ຢູ່ໃນ​ໄອ​ໂຟນ​ຕັ້ງ​ແຕ່​ລຸ້ນທຳອິດຈົນ​ເຖິງ iPhone 4 “ຜົນ​ຈາກ​ການ​ກວດ​ສອບ​ບັນຫາ​ຂອງ iPhone 4 ເຮົາ​ພົບ​ວ່າ ສູດ​ທີ່​ໃຊ້​ໃນ​ການ​ຄິດໄລ່​ຈຳນວນ​ແທ່ງ​ຄວາມ​ແຂງ​ແຮງ​ຂອງ​ສັນ​ຍານ​ທີ່​ສະແດງ​ຜົນ​ເທິງ​ໜ້າ​ຈໍ​ຜິດພາດ​ຢ່າງ​ຮຸນແຮງ” ຂໍ້ຄວາມ​ໃນ​ຈົດຫມາຍ​ເປີດ​ຜະ​ໜຶກ​ຂອງ​ແອບ​ເປີ້ນ​ກ່ຽວກັບ iPhone 4 ທີ່​ໄດ້​ມີ​ການ​ເປີດ​ເຜີຍ​ເມື່ອ​ວັນສຸກ​ທີ​ຜ່ານມາ

ໃນ​ຫລາຍໆ ກໍລະນີ ໄອ​ໂຟນ​ຈະ​ສະແດງ​ແທ່ງ​ສັນ​ຍານ​ຫລາຍກວ່າ 2 ແທ່ງ​ຈາກ​ທີ່​ຄວນ​ຈະ​ເປັນ ດັ່ງ​ນັ້ນ ເວລາ​ທີ່​ເຫັນ​ເທິງ​ຈໍ​ສະແດງ​ແທ່ງ​ສັນຍາ​ນ​ຕ່ຳ​ຫລາຍ​ໆ (ປະ​ມານ 1 ແທ່ງ) ນັ້ນ​ຍິ່ງ​ໝາຍ​ຄວາມ​ວ່າ ສັນ​ຍານ​ທີ່​ແທ້ຈິງ ອ່ອນ​ຈົນ​ບໍ່​ສາມາດ​ໃຊ້​ໂທໄດ້ ຜູ້​ຊ່ຽວຊານ​ປະ​ຫລາດ​ໃຈ ແລະ​ກັງ​ວົນ​ທີ່​ບັນຫາ​ດັ່ງ​ກ່າວ ບໍ່​ໜ້າ​ຈະ​ຫລຸດ​ມາຈົນ​ເຖິງ iPhone 4 ອີກ​ຢ່າງ​ໜຶ່ງ​ຄື ມັນ​ບໍ່ແມ່ນ​ຄຳ​ຕອບ​ທີ່​ໜ້າ​ພໍ​ໃຈ​ສຳລັບ​ຜູ້​ບໍລິ​ໂພກ ປະ​ເດັນ​ມັນ​ຢູ່​ທີ່​ວິທີ​ຖື iPhone 4 ຂອງ​ຜູ້​ໃຊ້​ຕ່າງ​ຫາກ ທີ​ເຮັດໃຫ້​ມັນ​ຮັບ​ສັນ​ຍານ​ໄດ້​ບໍ່​ຄ່ອຍ​ດີ

ຕາຕາ​ລາງ ຜົນ​ການ​ທົດສອບ ການ​ລຸດ​ທອນ​ຂອງ​ລະ​ດັບ​ຄວາມ​ແຮງ​ຂອງ​ສັນຍາ​ນ (dB) ເມືອ​ຖື iPhone 4, iPhone 3GS ແລະ Nexus One ຕົວ​ເລກ​ຍິ່ງ​ນ້ອຍ​ຍິ່ງ​ດີ ເບິ່ງ​ຈາກ​ຜົນ​ການ​ທົດສອບ​ແລ້ວ iPhone 4 ສັນ​ຍານ​ຫົດ​ຮຸນແຮງ​ສຸດ ໃນ​ຂະນະ​ທີ່ 3GS ເບິ່ງ​ໂອ​ເຄ​ຫລາຍ​ໆ ແລະ​ບໍ່​ຄວນ​ໃສ່​ຊອງ ສ່ວນ Nexus One ເບິ່ງ​ຈາກ​ຄ່າ​ການ​ລຸດ​ທອນ​ຂອງ​ສັນ​ຍານ​ເມື່ອ​ຖື​ໂທໃນ​ມື ກໍ​ມີ​ຄ່າ​ລຸດ​ທອນ​ສັນ​ຍານ​ສູງ​ພໍ​ສົມຄວນ ແມ່ນ​ໃນ​ຍາມ​ທີ່​ຖື​ປົກກະຕິ (ບໍ່​ໄດ້​ບີບ​ກະ​ຊັບ)


ເພາະ ຫລັງ​ຈາກ​ແອບ​ເປີ້ນ​ເປີດ​ຈຳ​ໜ່າຍ iPhone 4 ໃນ​ວັນທີ່ 24 ມິ​ຖຸ​ນາ​ຍົນ​ບໍ່​ພຽງເທົ່າໃດມື້ ກໍ​ມີ​ສຽງ​ຈົ່ມ​ຈາກ​ຜຸ້​ໃຊ້​ບາງ​ລາຍ​ວ່າ ແທ່ງ​ສັນ​ຍານ​ເທິງ​ໜ້າ​ຈໍ​ຕົກລົງ 4 – 5 ແທ່ງ​ທັນ​ທີ​ທີ່​ຖື iPhone 4 ໄວ້​ໃນ​ມື​ຊ້າຍ ຊຶ່ງ​ແອບ​ເປີ້ນ​ບອກວ່າ ປະ​ເດັນ​ສັນ​ຍານ​ຫົດ​ຈະ​ເກີດ​ຂຶ້ນ​ສະເພາະ​ເມື່ອ​ມື​ຂອງ​ຜູ້​ໃຊ້​ໄປ​ປິດ ຖືກແຖບ​ສີ​ດຳ​ທີ່​ບໍລິເວນ​ມຸມ​ລຸ່ມ​ຊ້າຍ​ຂອງ​ແຖບ​ໂລ​ຫະ ເຮັດໃຫ້​ມັນ​ເປັນ​ໄປ​ໄດ້​ວ່າ ບັນຫາ​ຢູ່​ທີ່​ການ​ຕິດ​ຕັ້ງ​ເສົາ​ອາ​ກາດ​ຝັງ​ໄວ້​ໃນ​ກອບ​ຂອງ iPhone 4 ລ່າ​ສຸດ​ມີ​ຜູ້​ບໍລິ​ໂພກ​ບາງ​ລາຍ​ຍື່ນ​ຟ້ອງ​ແອບ​ເປີ້ນ​ໃນ​ຂໍ້​ຫາ​ທີ່​ວ່າ ມັນ​ເປັນໂທລະ​ສັບ​ທີ່ໄຮ້​ຄ່າ (ເພາະ​ວ່າ​ໂທໄດ້​ບໍ່​ຄ່ອຍ​ດີ) ແຖມ​ຍັງ​ຮ້ອງ​ຂໍ​ໃຫ້​ແອບ​ເປີ້ນ​ແຈກ​ຊອງ​ທີ່​ກັນ​ກະ​ແທກ​ຂອບ​ໃຫ້​ຟຼີໆ ດ້ວຍ ຊຶ່ງ​ແອບ​ເປີ້ນ​ໄດ້​ເປີດ​ເຜີຍ​ກ່ອນ​ໜ້າ​ນີ້​ວ່າ ຊອງ​ກັນ​ກະ​ແທກ Bumper ຂອງ​ແອບ​ເປີ້ນ​ຊ່ວຍ​ແກ້​ບັນຫາ​ນີ້​ໄດ້ (ຫລື​ຈະ​ໃຊ້ wristband ກໍ​ໄດ້​ຄືກັນ)

ແຕ່ ມື້​ວານ​ນີ້ ທາງ​ບໍລິສັດ​ກ່າວ​ວ່າ ໄດ້​ນຳ iPhone 4 ເຂົ້າ​ຫ້ອງ​ວິ​ໄຈ​ອີກ​ເທື່ອ ເພື່ອ​ທົດສອບ​ເພິ່ມເຕິມ ເນື່ອງ​ຈາກ​ສັນ​ຍານ​ມັນ​ລຸດ​ຕ່ຳ​ເກີນ​ກວ່າ​ຄວາມ​ເປັນ​ຈິງ ເມື່ອ​ທຽບ​ກັບ​ມື​ຖື​ທົ່ວ​ໄປ ຊຶ່ງ​ສະ​ມາດ​ໂຟນ​ທົ່ວ​ໄປ​ສັນ​ຍານ​ຈະ​ລຸດລົງພຽງເເຕ່ 1 ແທ່ງ​ເມື່ອ​ຖື​ດ້ວຍ​ວິທີ​ດຽວ​ກັນ ແຕ່​ຂອງ iPhone 4 ກັບ​ຫົດ​ຫາຍ​ໄປ​ເກືອບ​ໝົດ ຫລັງ​ຈາກ​ໄດ້ຮັບ​ຄຳ​ຢືນຢັນ​ຈາກ​ຫ້ອງ​ວິ​ໄຈ​ວ່າ ສາ​ເຫດ​ທີ່ເກິດຂື້ນ​ມາ​ຈາກ​ການ​ສະແດງ​ຜົນ​ຄວາມ​ແຮງ​ຂອງ​ສັນຍາ​ນ ແອບ​ເປີ້ນ​ປະ​ກາດ​ຕຽມ​ອອກ​ອັບ​ເດດ​ຊອຟົຕ໌​ແວລ໌​ໃນ​ອີກ 2-3 ອາທິດ​ຂ້າງ​ໜ້າ​ທັນ​ທີ ເນື່ອງ​ຈາກ​ບັນຫາ​ນີ້​ສາມາດ​ພົບ​ໄດ້​ໃນ iPhone 3GS ແລະ iPhone 3G ດ້ວຍ ຢ່າງໃດ​ກໍ​ຕາມ ແອບ​ເປີ້ນ​ປະຕິເສດ​ທີ່​ຈະ​ສະແດງ​ຄວາມ​ຄິດ​ເຫັນ​ໃດໆ ເພິ່ມເຕິມ ລວມ​ເຖິງ AT&T ທີ​ເປັນ​ຜູ້​ໃຫ້​ບໍລິການ​ຫລັກ​ກັບ iPhone ດ້ວຍ​ເຊັ່ນ​ກັນ ແລ້ວ​ທ່ານ​ຜູ້​ອ່ານ​ເດຄິດວ່າ ບັນຫາ​ແທ້ຈິງ ມັນ​ຢູ່​ທີ່​ການ​ຄິດໄລ່​ແທ່ງ​ສັນຍາ​ນ​ຜິດ ຫລື​ເປັນ​ເພາະ​ການ​ຝັງ​ເສົາ​ອາ​ກາດ​ໄວ້​ໃນ​ແຖບ​ດ້ານ​ຂ້າງ​ຂອງ​ຕົວ​ເຄື່ອງ​ກັນ​ແທ້

ທີ່ມາ: pcmag, Arip

ລອງອ່ານກ່ຽວກັບ  ຍອດຂາຍ iPad 2 ສູງປະມານ 2.4 ເຖິງ 2.6ລ້ານເຄື່ອງ ໃນເດືອນມີນາທີ່ຜ່ານມາ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.