ເລື່ອງລາວຂອງ TECH, STARTUP, ແລະ DIGITAL

iPhone 4 ຮ້ອນຈົນສາຍ USB ເປື່ອຍ

ຂ່າວໄອທີ, ໂທລະສັບ

ແມ່ນ​ຈະ​ມີ​ຂ່າວ​ທີ່​ບໍ່​ດີ​ປານໃດ​ອອກ​ມາ​ຫລວງຫລາຍ​ກ່ຽວກັບ iPhone 4 ແຕ່​ກະ​ແສ​ຄວາມ​ຕ້ອງ​ການ​ກັບ​ສວນ​ທາງ​ຈົນ​ແທບ​ຜະລິດ​ບໍ່​ທັນ​ຢູ່ໃນ​ຂະນະ​ນີ້ ລ່າ​ສຸດ​ແຫລ່ງ​ຂ່າວ​ຈາກ AT&T ໄດ້​ເປີດ​ເຜີຍ​ພາບ​ຖ່າຍ​ສົດໆ ຮ້ອນ​ໆ ຂອງ iPhone 4 ທີ່​ລູກ​ຄ້າ​ນຳ​ມາ​ທີ່​ຮ້ານ ເພື່ອ​ໃຫ້​ຊ່ວຍ​ຊ້ອມແປງ ຊຶ່ງ​ເບິ່ງ​ຈາກ​ຮູບ​ກໍ​ເຫັນ​ຊັດເຈນ​ວ່າ ມັນ​ຄົງ​ແປງບໍ່​ໄດ້ ເນື່ອງ​ຈາກ​ພອລ໌​ຕ​ທີ່​ຢູ່​ດ້ານ​ລຸມ​ຂອງ​ຕົວ​ເຄື່ອງ​ຮ້ອນ​ຈົນ​ສາຍ​ຍູ​ເອດ​ບີ (USB) ເປື່ອຍຂະໜາດ​ນັ້ນ

ນິ້ເປັນ​ເທື່ອທຳອິດແລະ​ຂໍ​ໃຫ້ເປັນ​ເທື່ອ​ສຸດ​ທ້າຍ​ສຳລັບ iPhone 4 ທີ​ມີ​ການ​ພົບ​ວ່າ ມັນ​ຮ້ອນ​ຈົນ​ໄໝ້​ໃນ​ຂະນະ​ທີ່​ເຊື່ອມ​ຕໍ່​ກັບ​ຄອມພິວເຕີ​ດ້ວຍ​ສາຍ​ເຄ​ເບີ້ນ USB ຂອງ​ແອບ​ເປີ້ນ (Apple) ທີ​ມາ​ນຳກັນ​ກັບ​ອຸປະກອນ ທາງ​ລູກ​ຄ້າ​ຕ້ອງ​ການ​ປ່ຽນ iPhone ເຄື່ອງ​ໃໝ່ ແຕ່​ທາງ AT&T ບໍ່​ສາມາດ​ຈັດການ​ໃຫ້​ໄດ້ ເນື່ອງ​ຈາກ​ມັນ​ໝົດ​ໄປ​ຈາ​ກສະ​ຕັອກ​ໄປ​ແລ້ວ…

ຢ່າງໃດ​ກໍ​ຕາມ ທາງ Apple Store ຢືນຢັນ​ກັບ AT&T ວ່າ ເຫດການ​ທີ່ເກິດຂື້ນ​ໜ້າ​ຈະ​ເປັນ​ຜົນ​ມາ​ຈາກ​ພອລ໌​ຕ USB ມີ​ບັນຫາ ບໍ່​ໄດ້​ເກີດ​ຈາກ​ຄວາມ​ຜິດ​ພາດ​ຂອງ​ຜູ້​ໃຊ້ ແຫລ່ງ​ຂ່າວ​ເປີດ​ເຜີຍ​ວ່າ ຂະນະ​ເກີດ​ເຫດ iPhone 4 ຈະ​ມີ​ຄວາມ​ຮ້ອນ​ເກີດ​ຂຶ້ນ​ຫລາຍ ແລະ​ຖືກ​ມື​ລູກ​ຄ້າ​ທີ່​ເປັນ​ເຈົ້າ​ຂອງ​ດ້ວຍ​ເລັກນ້ອຍ ພອລ໌​ຕ USB ໃນ iPhone 4 ເປຶ່ອຍ​ເລັກນ້ອຍ ແຕ່​ຕົວ​ສາຍ​ທີ່​ເຊື່ອມ​ຕໍ່​ຢູ່​ຈະ​ໄດ້ຮັບ​ຄວາມ​ເສຍ​ຫາຍ​ຄ່ອນ​ຂ້າງ​ຮຸນແຮງ ຊ່ວງ​ນີ້​ຈອບສ໌​ຄືຈະປວດ​ຫົວ​ຫລວງຫລາຍ

ຂໍ້​ມູນ​ຈາກ: Boy Genius Report, Arip

ລອງອ່ານກ່ຽວກັບ  iFixit ຊຳແຫລະໄສ້ທະລວງມືຖື iPhone4

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.