ເລື່ອງລາວຂອງ TECH, STARTUP, ແລະ DIGITAL

IP Address (IPv4) ກຳລັງຈະຫມົດພາຍໃນ 1 ປີ

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ​ທີ່​ອາດ​ເຮັດໃຫ້​ຫລາຍ​ຄົນ​ເລີ່ມ​ຮູ້ສຶກ​ກັງ​ວົນ​ນັ້ນ​ກໍ​ຄື IP Address ຫລື IPV4 ຊຸດ​ຕົວ​ເລກ 32 ບິດ (ຕົວ​ຢ່າງ​ເຊັ່ນ 192.150.232.xxx) ທີ່​ໃຊ້​ອ້າງ​ອິງ​ຄອມພິວເຕີ ແລະ​ອຸປະກອນ​ຕ່າງໆ ທີ່​ເຊື່ອມ​ຕໍ່​ກັບ​ອິນ​ເຕີລ໌​ເນັດ (Internet) ກຳ​ລັງ​ຈະ​ໝົດ​ພາຍ​ໃນ​ປີ​ໜ້າ​ນີ້​ແລ້ວ ນັ້ນ​ໝາຍ​ຄວາມ​ວ່າ ອຸປະກອນ​ທີ່ເກິດຂື້ນ​ຫລັງ​ຈາກ​ນັ້ນ​ຈະ​ບໍ່​ມີ IP ໃຫ້​ເຂົ້າ​ເຖິງ​ອິນ​ເທີລ໌​ເນັດ​ໄດ້ ຟັງ​ເບິ່ງ​ຄ້າຍ​ກັບ​ບັນຫາ Y2K ເມື່ອ 10 ປີ​ທີ່​ແລ້ວ​ເລີຍ

ເວັບ​ໄຊຕ໌ ReadWriteWeb ລາຍ​ງານ​ວ່າ John Currn ຊີ​ອີ​ໂອ​ຂອງ American Registry of Internet Numbers (ARIN) ເຊື່ອ​ວ່າ Internet ຈະ​ບໍ່​ມີ IP address ເຫລືອ​ໃຫ້​ໃຊ້​ອ້າງ​ອິງ​ພາຍ​ໃນ​ໜຶ່ງ​ປີ​ນັບ​ຈັບ​ນີ້​ໄປ ໂດຍ​ສາມາດ​ຕິດ​ຕາມ​ການ​ນັບ​ຖອຍ​ຫລັງ​ສຳລັບ​ວັນທີ່​ເຫລືອ​ໄດ້​ຈາ​ກທະວິດ​ເຕີລ໌ IPv4 Countdown (ຂະນະ​ລາຍ​ງານ​ຂ່າວ​ຕົວ​ເລກ​ແຈ້ງ​ວ່າ ເຫລືອ​ແຄ່ 341 ມື້​ເທົ່າ​ນັ້ນ)

IPv4 ເປັນ​ການ​ໃຊ້​ຊຸດ​ໝາຍ​ເລກ 32 ບິດ ຊຶ່ງ​ເຮັດໃຫ້​ສາມາດ​ອ້າງ​ອິງ​ IP Address ​ທີ່​ບໍ່​ຄືກັນ​ໄດ້​ຫລາຍ​ສຸດ 4 ພັນ​ລ້ານ​ໝາຍ​ເລກ ແຕ່​ຜົນ​ຈາກ​ການ​ທີ່​ອຸປະກອນ​ຕ່າງໆ ໃນ​ປະຈຸບັນ​ຕ່າງ​ກໍ​ສາມາດ​ເຊື່ອມ​ຕໍ່​ເນັດ​ໄດ້​ໝົດ ຕັ້ງ​ແຕ່​ຄອມພິວເຕີ, ມື​ຖື, ທໍລະທັດ  ໄປ​ຈົນ​ເຖິງ​ລົດ​ຍົນ ເຮັດໃຫ້ IP Address ຖືກ​ໃຊ້​ໄປ​ຢ່າງ​ວ່ອງໄວ​ຈົນ​ໃກ້​ຈະ​ໝົດ​ພາຍ​ໃນ​ປີ​ໜ້າ​ນີ້​ແລ້ວ ທາງ​ອອກ​ທີ່​ໄດ້​ມີ​ການ ດຳ​ເນີນ​ການ​ໄປ​ກ່ອນ​ໜ້າ​ນີ້​ກໍ​ຄື ການ​ໃຊ້ IPv6 ຊຶ່ງ​ຈະ​ເປັນ​ການ​ໃຊ້​ຊຸດ​ໝາຍ​ເລກ 128 ບິດ ໂດຍ​ຈະ​ເຮັດໃຫ້​ມີ Address ໄວ້​ໃຊ້​ອ້າງ​ອິງ​ເພີ່ມ​ຂຶ້ນ​ຫລາຍ​ເທົ່າ​ທະ​ວີ​ຄູນ ຫລື 340,282,366,920,938,463,463,374,607,431,768,211,456 IP Address

ສະຖານນະການ ປະຈຸບັນ IPv4 ເຫລືອພຽງແຕ່ 6% ເທົ່າ​ນັ້ນ ໃນ​ຂະນະ​ທີ່​ການ​ປ່ຽນ​ຈາກ IPv4 ໄປ​ໃຊ້ IPv6 ຄ່ອນ​ຂ້າງ​ຊ້າ ບໍລິສັດ​ຢ່າງ Google ແລະ Facebook ຈະ​ຕ້ອງ​ກໍ່ການ​ຍ້າຍ​ IP Address ​ໄປ​ໃຊ້​ການ​ອ້າງ​ອິງ​ແບບ​ຫລວງຫລາຍ ແລະ​ຫາກ​ການ​ຍ້າຍ​ລະບົບ​ໄປ​ສູ່ IPv6 ບໍ່​ໄວ​ພໍ ຈະ​ເກີດ​ການ​ຂາດ​ແຄນ IP ຈົນ​ອາດຈະ​ມີ​ການ​ຂາຍ​ໄອ​ພີ​ໃນ​ຕະ​ຫລາດ​ມືດ​ດ້ວຍ​ລາ​ຄາ​ທີ່​ສູງ​ຫລາຍ ຫວັງ​ວ່າ ເຮົາ​ຄົງ​ຈະ​ມີ​ທາງ​ອອກ​ສຳລັບ​ການ​ແກ້​ບັນຫາ​ໃນ​ໄວ​ມື້​ນີ້ ຂ້າງ​ລຸມ​ເປັນ​ມິ​ເຕີລ໌​ນັບ​ຖອຍ ຫລັງ​ມື້​ໝົດ IP Address

ທີ່ມາ: chatterbox, arip.co.th

ລອງອ່ານກ່ຽວກັບ  Microsoft ເປີດໂຕຟີເຈີ່ Email ໃຊ້ແລ້ວຖິ້ມ ໃຫ້ກັບ Hotmail ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.