ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຕົ້ນແບບ Tablet ລາຄາ 35 ຫລຽນຯ ຈາກອິນເດຍ

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ເຜີຍ​ຕົ້ນ​ແບບ”ແທັບ​ເລັດ”ທີ່​ມີ​ໜ້າ​ຕາ​ຄ້າຍ iPad ໃນ​ອິນ​ເດຍ (India) ແຕ່​ມີ​ລາ​ຄາ​ແຄ່​ພຽງ 35 ຫລຽນຯ ໃນ​ຂະນະ​ທີ່​ມີ​ຄຸນສົມບັດ​ການເຮັດວຽກໄດ້​ຢ່າງ​ໜ້າ​ທຶ່ງ ທາງ​ບໍລິສັດ​ຄາດ​ວ່າ​ຈະ​ສາມາດ​ຜະລິດ ແລະ​ວາ​ງຕະຫລາດ​ໄດ້​ພາຍ​ໃນ​ປີ 2011

ອິນ​ເດຍ​ກຳ​ລັງ​ພັດທະ​ນາ​ແທັບ​ເລັດ​ທີ່​ເຮັດວຽກ​ດ້ວຍ​ລະບົບ​ໜ້າ​ຈໍ​ສຳ​ຜັດ ແບບ​ດຽວ​ກັບ iPad ໄດ້​ໃນ​ຂະນະ​ທີ່​ລາ​ຄາ​ຖືກ​ກວ່າ​ຫລາຍ ເປົ້າ​ໝາຍ​ຂອງ​ຜູ້​ຜະລິດ​ຄື​ຕ້ອງ​ການ​ພັດທະນາ​ແທັບ​ເລັດ​ສຳລັບ​ໃຊ້​ກັບ​ນັກ​ຮຽນ ໂດຍ​ຈາກ​ຕົ້ນ​ແບບ​ທີ່​ນຳ​ມາ​ໂຊ​ຈະ​ເຮັດວຽກ​ດ້ວຍ​ລະບົບ​ປະຕິບັດການ Linux ແລະ​ໃຊ້​ກາ​ດ​ໜ່ວຍ​ຄວາມ​ຈຳ​ແທນ​ຮາລ໌​ດ​ດິດກ໌ ສຳລັບ​ແອບ​ພິ​ເຄ​ຊັນ​ທີ່​ໃຊ້​ງານ​ໄດ້​ກໍ​ຈະ​ມີ​ໂປ​ແກມ​ ເ​ວິລ໌​ດ ທ່ອງ​ເວັບ ປະ​ຊຸມ​ຜ່ານ​ວິ​ດີ​ໂອ ມັນ​ຕິ​ມີ​ເດຍ (ເບິ່ງ​ໜັງ ຟັງ​ເພງ​ແລະ ອື່ນໆ) ແລະ​ອ່ານ​ໄຟລ໌ PDF (ອີ​ບຸ໊​ກ) ໂດຍ​ສາມາດ​ເຊື່ອມ​ຕໍ່​ເນັດ​ໄຮ້​ສາຍ Wi-Fi ໄດ້ ອຸປະກອນ​ເສີມ​ການເຮັດວຽກ​ກໍ​ຈະ​ມີ​ແຜງ​ໂຊ​ລາລ໌​ເຊວ ເພື່ອ​ໃຊ້​ຜະລິດ​ພະລັງ​ງານ​ໄຟ​ຟ້າ​ໄວ້​ໃຊ້​ງານ​ກັບ​ແທັບ​ເລັດ​ໄດ້​ອີກ​ດ້ວຍ

“ເຮົາ (ແທັບ ເລັດ​ຂອງ​ບໍລິສັດ) ສາມາດ​ກ້າວ​ຂ້າມ​ຂໍ້​ຈຳ​ກັດ ແລະ​ພ້ອມ​ທີ່​ຈະ​ເຂົ້າ​ສູ່​ຕະ​ຫລາດ​ແລ້ວ” Mamta Varma ຕົວ​ແທນ​ຈາກ​ລະ​ຊວງ​ພັດທະນາ​ຊັບ​ຢາ​ກອນ​ມະນຸດ​ກ່າວ ຂະນະ​ນີ້​ທາງ​ອິນ​ເດຍ​ກຳ​ລັງ​ມອງ​ຫາ​ບໍລິສັດ​ຕົວ​ແທນ​ທີ່​ຈະ​ຮັບ​ຜະລິດ​ອຸປະກອນ​ດັ່ງ​ກ່າວ ສຳລັບ​ແທັບ​ເລັດ​ທີ່​ເປີດ​ເຜີຍ​ອອກ​ມາ​ນີ້ ເປັນ​ໜຶ່ງ​ໃນ​ພາລະ​ກິດ​ຂອງ​ປະເທດ​ທີ່​ຈະ​ໃຊ້​ເທກ​ໂນ​ໂລ​ຍີ​ການສຶກສາ​ພັດທະນາ​ຄົນ​ໃນ​ປະເທດ ແທັບ​ເລັດ​ຕົ້ນ​ແບບ​ນີ້​ເປັນ​ຄວາມ​ຮ່ວມ​ມື​ກັນ​ໃນ​ການ​ພັດທະນາ​ຂອງ​ບັນດາ​ອາຈານ​ແລະ​ນັກ​ສຶກ​ສາ ຈາ​ກສະຖາ​ບັນ​ເທກ​ໂນ​ໂລ​ຍີ​ຊັ້ນ​ນຳ​ຂອງ​ປະເທດ ໂດຍ​ລັດຖະບານ​ຈະ​ເຊື່ອ​ມບຼອດ​ແບນ​ໃຫ້​ກັບ​ວິທະຍາ​ໄລ​ຕ່າງໆ ກວ່າ 25,000 ແຫ່ງ ແລະ​ມະຫາ​ວິທະຍາ​ໄລ​ອີກ 504 ແຫ່ງ ເພື່ອ​ໃຊ້​ເປັນ​ສື່​ການ​ຮຽນ​ການ​ສອນ​ຜ່ານ​ອອນ​ໄລນ໌ ຂະນະ​ນີ້​ມີ​ວິທະຍາ​ໄລ​ເກືອບ 8,500 ແຫ່ງ​ແລ້ວ​ທີ່​ເຊື່ອມ​ຕໍ່​ເນັດ ແລະ​ມີ​ຫລັກ​ສູດ​ພ້ອມ​ວິ​ດີ​ໂອ​ອອນ​ໄລນ໌​ໃຫ້​ຮຽນ​ຈາກ 500 ເວັບ​ໄຊຕ໌​ທີ່​ໄດ້​ອັບ​ໂຫລດ​ຂຶ້ນ​ໄປ​ແລ້ວ


ປະເທດ ອິນ​ເດຍ​ຄາດ​ວ່າ​ຈະໃຫ້​ຄວາມ​ຊ່ວຍເຫລືອ​ດ້ານ​ການ​ເງີນ​ສຳລັບ​ແທັບ​ເລັດ​ທີ່​ຈະໃຫ້​ນັກ​ຮຽນ ໃຊ້ ໂດຍ​ຈະ​ເຮັດໃຫ້​ລາ​ຄາ​ຂອງ​ເຄື່ອງ​ລົງ​ມາ​ເຫລືອພຽງ 20 ຫລື 10 ຫລຽນຯ  ແທັບ​ເລັດ​ດັ່ງ​ກ່າວ​ຍັງ​ບໍ່​ມີ​ການ​ຕັ້ງຊື່ ແລະ​ຈະ​ສາມາດ​ຜະລິດ​ໄດ້​ໃນ​ປີ 2011

ຂໍ້​ມູນ​ຈາກ: pcmag, arip.co.th

ລອງອ່ານກ່ຽວກັບ  Samsung ເຜີຍ Galaxy Tab ຂາຍໄດ້ 6 ແສນເຄື່ອງແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.