ເລື່ອງລາວຂອງ TECH, STARTUP, ແລະ DIGITAL

PALMPAD ຊື່ເອີ້ນຢ່າງເປັນທາງການຂອງ HP ແທັບເລັດ

ຂ່າວໄອທີ

ລາຍ​ງານ​ຂ່າວ​ນີ້​ສະ​ຕີ​ຟ​ຈອບສ໌​ອາດຈະ​ບໍ່​ມັກ​ປານເທົ່າໃດ ເນື່ອງ​ຈາກ​ເມື່ອ​ຊ່ວງ​ຕົ້ນ​ເດືອນ​ທີ່​ຜ່ານມາ ທາງ​ບໍລິສັດ HP ໄດ້​ຍື່ນ​ເອກະສານ​ເພື່ອ​ຂໍ​ຈົດ​ເຄື່ອງ​ໝາຍ​ການ​ຄ້າ (Trademark) ສຳລັບ​ຊື່​ຮຽກ​ຂອງ​ຜະລິດຕະພັນ​ແທັບ​ເລັດ (tablet) ທີ່​ເຮັດວຽກ​ດ້ວຍ webOS ໂດຍ​ໃຊ້​ຊື່​ຮຽກວ່າ PalmPad (ໃນ​ເອກະສານ​ທີ່​ຈົດ​ຂຽນ​ດ້ວຍ​ຕົວ​ອັກສອນ​ຕົວ​ໃຫຍ່​ທຸກ​ຕົວ​ວ່າ PALMPAD) ທັງ​ນີ້ ເພື່ອ​ປ້ອງ​ກັນ​ການ​ໃຊ້​ຊື້​ນີ້​ຈາກ​ຜູ້​ຄ້າ​ລາຍ​ອື່ນໆ

ແນ່ນອນ​ວ່າ ການ​ເລືອກ​ໃຊ້​ຊື່​ດັ່ງ​ກ່າວ​ຂອງ HP ເປັນ​ເພາະ​ແບ​ລົນ​ຂອງ Palm ຍັງ​ຄົງ​ເປັນ​ທີ່​ຈົດ​ຈຳ​ຂອງ​ຜູ້​ໃຊ້​ທົ່ວ​ໂລກ ແມ່ນ​ໃນ​ຕະ​ຫລາ​ດສະມາດໂຟນ​ຂອງ Palm ຈະ​ບໍ່​ປະ​ສົບ​ຄວາມ​ສຳ​ເລັດ ເນື່ອງ​ດ້ວຍ​ຖືກ​ຄູ່​ແຂ່ງ​ກະ​ໜ່ຳ​ທັງ iPhone ແລະ Android ຢ່າງໃດ​ກໍ​ຕາມ ຕ້ອງ​ຖື​ວ່າ PalmPad ເປັນ​ການ​ຕັ້ງຊື່​ທີ່​ສະຫລາດ​ຫລາຍ​ທີ​ດຽວ ເພາະ​ບໍ່​ພຽງ​ແຕ່​ຈະ​ອາໄສ​ຊື່ iPad ທີ່​ເປັນ​ທີ່​ຮູ້​ຈັກ​ກັນ​ດີ​ຢູ່​ແລ້ວ​ວ່າ ເປັນ​ອຸປະກອນ​ແບບ​ໃດ​ແລ້ວ ມັນ​ຍັງ​ລະ​ບຸ​ເຖິງ​ແບ​ລົນ​ຂອງ​ຜູ້​ຜະລິດ​ໄດ້​ອີກ​ດ້ວຍ

ນອກ​ຈາກ​ນີ້ ການ​ຮຽກວ່າ Pad ຍັງ​ໃຫ້​ຄວາມ​ຮູ້ສຶກ​ທີ່​ດີກວ່າ​ການ​ໃຊ້​ຄຳ​ວ່າ Tablet ທີ່​ບໍ່​ປະ​ສົບ​ຄວາມ​ສຳ​ເລັດ​ໃນ​ອະ​ດີດ ອີກ​ທັງ​ຍັງ​ດີກວ່າ​ການ​ເລືອກ​ໃຊ້​ຊື່ Slate ທີ່​ພອຍ​ຈະ​ເຮັດໃຫ້​ນຶກ​ເຖິງ​ພີ​ຊີ​ທີ່​ສົມບູນ​ແບບ​ໂດຍ​ມີ​ລະບົບ​ປະຕິບັດການ​ເຮັດວຽກ​ເປັນ Windows 7 ແຝງ​ຢູ່ໃນ​ຊື່​ຮຽກ​ນີ້​ດ້ວຍ ສຳລັບ​ຂ່າວ​ການ​ຂຶ້ນ​ທະ​ບຽນ​ເຄື່ອງ​ໝາຍ​ການ​ຄ້າ PalmPad ເທື່ອ​ນີ້ ເປັນ​ການ​ສົ່ງ​ສັນ​ຍານ​ຊັດເຈນ​ເຖິງ​ການ​ຕັດ​ສິນ​ໃຈ​ຂອງ HP ທີ່​ຈະ​ເດີນ​ໜ້າ​ດ້ວຍ webOS ຂອງ Palm ທີ່​ຊື້​ມາ ແທນ​ທີ່​ຈະ​ໃຊ້ Windows 7 ຊຶ່ງ​ຄົງ​ຕ້ອງ​ເບິ່ງ​ກັນ​ຕໍ່ໄປ​ວ່າ PalmPad ຈະ​ສາມາດ​ສະແດງ​ອິດ​ທິ​ລິດ​ໄດ້​ຄື​ກັບ​ພີ​ດີ​ເອ Palm ໃນ​ອະ​ດີດ ຫລື​ບໍ່? ແລະ​ຈະ​ນຳ iPad ຂອງ Apple ທີ່​ເລີ່ມ​ເດີນຫນ້າວາ​ງຕະຫລາດ​ໄປ​ຍັງ​ອີກ 9 ປະເທດ​ໄດ້ ຫລື​ບໍ່? ຄົງ​ຕ້ອງ​ຕິດ​ຕາມ​ກັນ​ຕໍ່ໄປ

ຂໍ້​ມູນ​ຈາກ: pcmag, arip.co.th

ລອງອ່ານກ່ຽວກັບ  ຊອງ​ກັນ​ນ້ຳ iPad ຫລິ້ນ​ໄດ້​ບໍ່​ຕ້ອງ​ຢ້ານ​ປຽກ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.