ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເຕືອນ!!! ໄອຈູນສ໌ (iTunes) ຖືກແຮກ ຜູ້ໃຊ້ຖືກຊາລ໌ດເງິນ

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ມື້​ວານ​ນີ້​ຜູ້​ໃຊ້​ໄອ​ຈູນສ໌ (iTunes) ຫລາຍ​ລາຍ​ແຈ້ງ​ວ່າ ບັນ​ຊີ​ຜູ້​ໃຊ້​ບໍລິການ​ຂອງ​ພວກ​ພວກເຂົາ​ຖືກ​ແຮັກ ຜົນ​ລັບຄື ມີ​ການ​ຊື້​ອີ​ບຸ໊​ກ ແລະ​ແອບ​ພິ​ເຄ​ຊັນ​ເປັນ​ຈຳນວນ​ຫລາຍ ຈາກ​ລາຍ​ງານ​ຂ່າວ​ ການ​ແຮກ​ທີ່ເກິດຂື້ນ​ເປັນ​ຝີ​ມື​ຂອງ​ກຸ່ມ​ນັກ​ພັດທະນາ​ແອບຯ​ທີ່​ຕ້ອງ​ການ ເພີ່ມ​ຍອດ​ຂາຍ ແລະ​ເພີ່ມ​ຊື່​ສຽງ​ໃຫ້​ກັບ​ແອບ​ພິ​ເຄ​ຊັນ​ຂອງ​ພວກ​ພວກເຂົາ​ໃນ App Store

ຂໍ້​ມູນ​ຈາກ The Next Web ເປີດ​ເຜີຍ​ວ່າ ມີ​ຜູ້​ໃຊ້​ຫລາຍ​ລາຍ​ໄດ້​ລາຍ​ງານ​ວ່າ ບັນ​ຊີ​ຜູ້​ໃຊ້​ຂອງ​ພວກ​ພວກເຂົາ​ຖືກແຮັກ ແລະ​ຊາລ໌​ດ​ຄ່າ​ແອບຯ​ສູງ​ເຖິງ 600 ຫລຽນຯ. ໂດຍ​ແອບ​ພິ​ເຄ​ຊັນ​ສ່ວນ​ໃຫຍ່​ທີ່​ຊື້​ໄປ​ນັ້ນ​ເປັນ​ຂອງ​ນັກ​ພັດທະນາ​ໃນ​ເອ​ເຊຍ “ຜົນ​ການ​ສັ່ງ​ຊື້​ເປັນ​ຈຳນວນ​ຫລາຍ​ເຮັດໃຫ້​ແອບ​ພິ​ເຄ​ຊັນ​ດັ່ງ​ກ່າວ​ຕິດ​ອັນ​ດັບ​ໃນ iTunes App Store ຊຶ່ງ​ແຮກ​ເກີລ໌​ຫວັງ​ວ່າ ມັນ​ຈະ​ເຮັດໃຫ້​ເກີດ​ການ​ຊື້​ຕາມ​ມາ​ຈາກ​ຜູ້​ໃຊ້​ລາຍ​ອື່ນໆ ເນື່ອງ​ຈາກ​ຍອດ​ຂາຍ​ທີ່​ສູງ​ຂອງ​ແອບຯ ນັ້ນ​ເອງ”

ການ​ແຮກ​ດັ່ງ​ກ່າວ​ເລີ່ມ​ປະຕິບັດການ ມາ​ຕັ້ງ​ແຕ່​ສີ່​ອາທິດ​ທີ່​ແລ້ວ ໂດຍ​ແຮກ​ເກີລ໌​ໄດ້​ຈັດ​ຕັ້ງ​ບໍລິສັດ​ຜີ​ຂຶ້ນ​ມາ ຈາກ​ນັ້ນ​ເປີດ​ເວັບ​ໂດຍ​ມີ​ລິ້ງຂອງ​ແອບຯ​ຕ່າງໆ ເທິງ​ໄອ​ຈູນສ໌ ແຕ່​ບໍ່​ໄດ້​ຊີ້​ໄປ​ຍັງ​ເວັບ​ໄຊຕ໌​ທີ່​ມີ​ຕົວ​ຕົນ ຈາກ​ນັ້ນ​ແຮກ​ເກີລ໌​ໄດ້​ລັກ​ພາບ​ຕ່າງໆ ເທິງ​ເວັບ ເພື່ອ​ໃຊ້​ເປັນ​ໄອ​ຄອນ​ຂອງ​ແອບຯ ຂອງ​ພວກ​ພວກເຂົາ ຜູ້​ໃຊ້​ຫລາຍ​ລາຍ​ຈາກ​ທົ່ວ​ໂລກ​ຖືກແຮັກ​ບັນ​ຊີ​ຜູ້​ໃຊ້ ພ້ອມ​ທັງ​ຖືກ​ຊາລ໌​ດ 100 – 600 ຫລຽນຯ ຊຶ່ງ​ເຫຍື່ອ​ຫລາຍ​ລາຍ​ໄດ້​ຕິດ​ຕໍ່​ແອບ​ເປີ້ນ ເພື່ອ​ຂໍ​ຄືນ​ເງີນ​ແລ້ວ ແຕ່​ຍັງ​ບໍ່​ມີ​ການ​ຕອບ​ຮັບ​ໃດໆ ຈາກ​ແອບ​ເປີ້ນ

ເຕືອນ​ຜູ້​ໃຊ້​ທີ່​ກັງ​ວົນ​ວ່າ​ຈະ​ຖືກ​ແຮັກ​ໃຫ້​ກວດ​ສອບ​ປະຫວັດ​ການ​ຊື້​ແອບຯ​ເທິງ iTunes ເພື່ອ​ເບິ່ງ​ວ່າ ມີ​ການ​ສັ່ງ​ຊື້​ທີ່​ບໍ່​ຖືກ​ຕ້ອງ ຫລື​ບໍ່? ຈາກ​ນັ້ນ​ຕິດ​ຕໍ່​ແອບ​ເປີ້ນ ເພື່ອ​ຍົກ​ເລີກ​ການ​ຊາລ໌​ດ ຕະຫລອດ​ຈົນ​ຕິດ​ຕໍ່​ຜູ້​ໃຫ້​ບໍລິການ​ບັດ​ເຄ​ດິດ ເພື່ອ​ແຈ້ງ​ການລັກໃຊ້​ໝາຍ​ເລກ​ບັດ​ຂອງ​ທ່ານຢ່າງ​ຜິດ​ກົດຫມາຍ ນອກ​ຈາກ​ນີ້ ຜູ້​ໃຊ້​ຄວນ​ຈະ​ປ່ຽນ​ພາດ​ເ​ວິລ໌​ດ ໂດຍ​ເລືອກ​ພາດ​ ເວິລ໌​ດ​ທີ່​ມີ​ຄວາມ​ປອດ​ໄພ​ດ້ວຍ

ຂໍ້​ມູນ ຈາກ: gottabemobile, Arip

ລອງອ່ານກ່ຽວກັບ  Apple ປ່ອຍ iOS 5 beta 2 ໃຫ້ກັບນັກພັດທະນາທົດສອບແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.