ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ຕຽມບຸກ Web 3.0 ເລັ່ງ Search Engine ໃຫ້ສະຫລາດຂຶ້ນ

ຂ່າວໄອທີ

ໃນຂະນະທີ່ຂ່າວຖະແຫລງການຂອງແອບເປີ້ນ (Apple) ໄດ້ຮັບຄວາມສົນໃຈຈົນແທບຈະກົບຂ່າວອື່ນໆ ໄປແລ້ວ ກູເກີ້ນ (Google) ກຳລັງເດີນເກມລຸກ ປຸກ Search Engine ຂອງບໍລິສັດໃຫ້ສະຫລາດຂຶ້ນ ໂດຍເຂົ້າຊື້ບໍລິສັດທີ່ໃຫ້ບໍລິການຈັດການຂໍ້ມູນເທິງເວັບດ້ວຍ ” entity” ທີ່ສາມາດລະບຸຕົວຕົນຂອງສິ່ງທີ່ເວົ້າເຖິງໄດ້ຊັດເຈນກວ່າການໃຊ້ ” keyword” ຈັບຄູ່ຄຳທີ່ຄ້າຍ, ໃກ້ຄຽງ ຫລືກ່ຽວຂ້ອງເທົ່ານັ້ນ

ເມື່ອວັນເສົາທີ່ຜ່ານມາ Google ໄດ້ປະກາດການເຂົ້າຊື້ເວັບໄຊຕ໌ Metaweb ເປັນທີ່ຮຽບຮ້ອຍແລ້ວ ໂດຍບໍ່ເປີດເຜີຍຕົວເລກມູນຄ່າການຊື້ຂາຍ ເປົ້າໝາຍຄື ການເຮັດໃຫ້ອັນກໍລິທຶມ ຫລືກະບວນການຄິດຂອງເສິດເອັນຈິ້ນ Google ມີຄວາມສະຫລາດໃນການຄົ້ນຫາຄຳຕອບໄດ້ຖືກຕ້ອງຍິ່ງຂຶ້ນ ຊຶ່ງໝາຍເຖິງອີກຂັ້ນຂອງການກ້າວເຂົ້າສູ່ຄວາມເປັນ Web 3.0 ທັງນີ້ Google ຍັງເວົ້າເຖິງຄວາມສົນໃຈ Freebase ໜຶ່ງໃນຜະລິດຕະພັນຂອງ Metaweb ທີ່ຮວບຮວມລັກສະນະທີ່ຊ່ວຍໃຫ້ສາມາດແຍກແຍະຄວາມແຕກຕ່າງຂອງຄົນ ສະຖານທີ່ ແລະສິ່ງຂອງທີ່ມີຊື່ຮຽກຄືກັນໄດ້ ເຊັ່ນ Henry Ford ຜູ້ກໍ່ຕັ້ງບໍລິສັດຜະລິດລົດຍົນຕ໌ກັບ Henry Ford ທີ່ເປັນນັກກິລາເຕະບານ ເປັນຕົ້ນ

ປະຈຸບັນ Freebase ມີຖານຂໍ້ມູນເປີດທີ່ສາມາດໃຊ້ແຍກແຍະ ເພື່ອລະບຸກນ ສະຖານທີ່ ຕະຫລອດຈົນສິ່ງຂອງຕ່າງໆ ໄດ້ຫລາຍກວ່າ 12 ລ້ານລາຍການແລ້ວ ຊຶ່ງລວມເຖິງ ຫນັງ, ປຶ້ມ, ລາຍການໂທລະພາບ, ຄົນດັງ, ສະຖານທີ່, ບໍລິສັດ ແລະອື່ນໆ ອີກຫລວງຫລາຍ ແຜນຂອງ Google ແລະ Metaweb ກໍຄື ການດູແລຮັກສາ Freebase ໃຫ້ເປັນຖານຂໍ້ມູນເປີດ ແລະໃຊ້ຟຼີກັບຜູ້ໃຊ້ທົ່ວໂລກຕໍ່ໄປ ໂດຍທາງບໍລິສັດຈະຍິນດີອີກດ້ວຍ ຫາກບໍລິສັດທີ່ນຳ Freebase ໄປໃຊ້ຈະຊ່ວຍປ້ອນຂໍ້ມູນເຂົ້າໄປໃຫ້ມັນສະຫລາດຂຶ້ນ ຊຶ່ງໃນອະນາຄົດ Freebase ຈະກາຍເປັນຊັບຍະກອນຂະໜາດໃຫຍ່ທີເຮັດໃຫ້ເວັບກາຍເປັນແຫລ່ງຂໍ້ມູນທີ່ສະຫລາດຂຶ້ນທັງ ສຳລັບຜູ້ເບິ່ງແຍງເວັບ ແລະຜູ້ໃຊ້ (ຂ້າງລຸມເປັນຄິບອະທິບາຍວິທີຈັດການຂໍ້ມູນດ້ວຍ entity ຂອງ metaweb)


ບໍ່ແນ່ວ່າ Google ອາດຈະໃຊ້ Freebase ເປັນກົນໄກຂອງສັງຄົມອອນໄລນ໌ທີ່ມີລັກສະນະຂອງການແຊລ໌ຄວາມຮູ້ ເພື່ອນຳມາຈັດການ ແລະສ້າງເປັນຖານຄວາມຮູ້ໃໝ່ທີ່ເຮັດໃຫ້ເວັບສະຫລາດຂຶ້ນສຳລັບຜູ້ໃຊ້ ຫລື Google ມີແຜນທີ່ຈະໃຊ້ Freebase ເປັນສ່ວນຫນຶ່ງຂອງຈຸດເລີ່ມຕົ້ນໃນການສ້າງບໍລິການທີ່ເປັນຄູ່ແຂ່ງ Facebook ໃນອະນາຄົດອັນໃກ້ນີ້ກໍໄດ້ (Facebook ມີລະບົບ personalization ທີ່ສາມາດແນະນຳໃຫ້ຜູ້ໃຊ້ໄດ້ມີໂອກາດພົບເພື່ອນໃໝ່ ແລະເພື່ອນເກົ່າ ແຕ່ຫາກເພື່ອນຄົນນັ້ນເສັຍຊີວິດໄປແລ້ວ ລະບົບຂອງ Facebook ຈະຍັງຄົງແນະນຳໃຫ້ຕິດຕໍ່ເພື່ອນຄົນນີ້ ດັ່ງທີເປັນຂ່າວ)
ຂໍ້ມູນ ຈາກ: pcmag, arip.co.th

ລອງອ່ານກ່ຽວກັບ  Eric Schmidt ບໍ່​ປະຕິເສດ​ຂ່າວ Google Me

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.