ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Google ລົງທຶນ Zynga ເຮັດເກມ “ປູກຜັກ”?

ຂ່າວໄອທີ

ໃຜ​ຈະ​ໄປ​ຄິດວ່າ ເກມ​ປູກ​ຜັກ ຫລື Farmville ຈະ​ກາຍ​ເປັນ​ກະ​ແສ​ຫຼັກ​ທີ່​ມີ​ບົດ​ບາດ​ຕໍ່​ອະນາຄົດ​ຂອງ​ອິນ​ເຕີລເນັດ ລ່າ​ສຸດ​ມີ​ລາຍ​ງານ​ຂ່າວ​ອອກ​ມາ​ຈາກ​ເວັບ​ໄຊຕ໌ TechCrunch ວ່າ ກູ​ເກີ້ນ (Google) ໄດ້​ລົງ​ທຸນ​ຢ່າງ​ລັບໆ ປະ​ມານ 100 – 200 ລ້ານ​ຫລຽນຯ ໃນ​ຊິງ​ກາ (Zynga) ບໍລິສັດ​ຜູ້​ພັດທະນາ​ເກມເທິງ​ເຟ​ຊບຸ໊​ກ (Facebook) ຢ່າງ​ຟາລ໌​ມວິນ ແລະ​ມາ​ເຟຍ​ວອນສ໌ (Mafia Wars)

ແລ້ວ​ມັນ​ມີ​ເຫດ​ອັນ​ໃດ​ທີ່​ເຮັດໃຫ້​ກູ​ເກີ້ນ​ຕ້ອງ​ສົນ​ໃຈ​ຊິງ​ກາ​ໃນ​ຊ່ວງ​ນີ້ ຊຶ່ງ​ກ່ອນ​ໜ້າ​ນີ້​ມີ​ຂ່າວ​ລື​ອອກ​ມາ​ວ່າ ກູ​ເກີ້ນ​ກຳ​ລັງ​ຢູ່ໃນ​ລະຫວ່າງ​ການ​ພັດທະນາ​ແພດ​ຟອລ໌​ມ​ແຂ່ງ​ກັບ​ເຟ​ຊ​ບຸ໊​ກ ໂດຍ​ໃຊ້​ຊື່​ວ່າ Google Me (ຂ່າວ​ລື​ດັ່ງ​ກ່າວ​ມາ​ຈາກ Kevin Rose ເຈົ້າ​ຂອງ​ເວັບ​ໄຊຕ໌ Digg.com) ດັ່ງ​ນັ້ນ ຫາກ​ກູ​ເກີ້ນ​ຈະ​ສູ້​ກັບ​ເຟ​ຊ​ບຸ໊​ກ​ໂດຍ​ບໍ່​ມີ Farmville ຄົງ​ບໍ່ແມ່ນ​ເລື່ອງ​ງ່າຍ​ປານໃດ

Google Me ອອກ​ມາ​ໃນ​ຊ່ວງ​ເວລາ​ທີ່​ໜ້າ​ສົນ​ໃຈ​ທີ​ດຽວ ເນື່ອງ​ຈາກ​ປະຈຸບັນ Facebook ມີ​ຜູ້​ໃຊ້​ຫລາຍກວ່າ 400 ລ້ານ​ລາຍ ແລະ​ກຳ​ລັງ​ມີ​ອິດທິພົນ​ຫລາຍ​ເຖິງ​ຂັ້ນ​ທີ່​ອາດຈະ​ບຽດ​ຄວາມ​ສຳຄັນ​ຂອງ​ກູ​ເກີ້ນ​ໃຫ້​ຕົກ​ໄປ​ໄດ້ ຢ່າງໃດ​ກໍ​ຕາມ Facebook ກໍ​ຕ້ອງ​ຜະເຊີນ​ໜ້າ​ກັບ​ຂໍ້​ກັງ​ວົນ​ເລື່ອງ​ຄວາມ​ເປັນ​ສ່ວນ​ຕົວ​ຂອງ​ຜູ້​ໃຊ້​ທີ່​ເພີ່ມ​ຂຶ້ນ ໂດຍ​ລ່າ​ສຸດ​ເມື່ອ​ມື້​ທີ 31 ພຶດສະພາ 2010 ໄດ້​ມີ​ການ​ກຳນົດ​ໃຫ້ເປັນ​ມື້ ” Quit Facebook”  (ເຊົາໃຊ້​ເຟ​ຊ​ບຸ໊​ກ)

ດັ່ງ​ນັ້ນ ການ​ທີ່ Google Me ຈະ​ປະ​ສົບ​ຄວາມ​ສຳ​ເລັດ​ໄດ້​ນັ້ນ ທາງ​ເວັບ​ໄຊຕ໌​ອາດຈະ​ຕ້ອງ​ມີ​ຕົວ​ຊ່ວຍ​ທີ່​ເປັນ​ແມ່​ເຫລັກ​ດຶງ​ດູດ​ຜູ້​ໃຊ້​ນັ້ນ​ກໍ​ຄື ເກມ​ທີ່​ສະມາຊິກ​ຕິດ​ກັນ​ງອມ​ແງມ​ເທິງ Facebook ຊຶ່ງ​ການ​ລົງ​ທຶນ​ດ້ວຍ​ເມັດ​ເງີນ​ທີ່​ສູງ​ຂະໜາດ​ນັ້ນ​ກັບ Zynga ຈຶ່ງ​ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ໃນ Google Me ຈະ​ຕ້ອງ​ມີ​ເກມ​ໂຊ​ຊຽວ​ທີ່​ບໍ່​ທຳມະດາ ແມ່ນ​ກູ​ເກີ້ນ​ຈະ​ຍັງ​ບໍ່​ໄດ້​ປະ​ກາດ​ຂ່າວ​ກ່ຽວ ກັບ Google Me ຢ່າງ​ເປັນ​ທາງ​ການ ແຕ່​ທາງ TechCrunch ຊີ້​ປະ​ເດັນ​ວ່າ ມັນ​ມີ​ການ​ໂພສ​ຈ້າງ​ງານ​ໃນ​ກູ​ເກີ້ນ​ຫລາຍ​ຕ່ຳ​ແໜ່ງ​ທີ່​ສໍ່​ວ່າ ທາງ​ບໍລິສັດ​ກຳ​ລັງ​ພັດທະນາ​ແພດ​ຟອລ໌​ມ Social Networking

ຂໍ້​ມູນ​ຈາກ: siliconera, arip

ລອງອ່ານກ່ຽວກັບ  Google ເປີດໂຕ Chrome Web Store ແລະ ພ້ອມເປີດບໍລິການ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.