ເລື່ອງລາວຂອງ TECH, STARTUP, ແລະ DIGITAL

google ອັບເດດບໍລິການຄົ້ນຫາຮູບພາບ ພ້ອມກັບໂຄສະນາ

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ກູ​ເກີ້ນ (Google) ປັບ​ແຕ່ງ​ອິນ​ເຕີລ໌​ເຟ​ຊຂອງ​ການ​ໃຫ້​ບໍລິການ​ຄົ້ນ​ຫາ​ຮູບພາບ (Image Search) ໂດຍ​ຈັດ​ລະບຽບ​ການ​ສະແດງ​ຜົນ​ໜ້າ​ຜົນ​ລັບ​ໃໝ່​ໃຫ້​ເບິ່ງ​ງ່າຍ​ຂຶ້ນ ພ້ອມ​ກັນ​ນີ້​ຍັງ​ໄດ້​ເພີ່ມ​ບໍລິການ​ໂຄສະນາ​ຮູບ​ພາບ (image ad) ເຂົ້າໄປ​ໃນ​ໜ້າ​ສະແດງ​ຜົນ​ລັບການ​ຄົ້ນ​ແບບ organic ໂດຍ​ວາງ​ໄວ້​ດ້ານ​ເທິງ​ພ້ອມ​ຂໍ້ຄວາມ​ໂຄສະນາ

ສຳລັບ​ໂສມ​ໃໝ່​ຂອງ​ອິນ​ເຕີລ໌​ເຟ​ຊ​ບໍລິການ​ຄົ້ນ​ຮູບພາບ​ຂອງ Google ຈະ​ເລີ່ມ​ໃຊ້​ຕັ້ງ​ແຕ່​ອາທິດ​ນີ້​ເປັນ​ຕົ້ນ​ໄປ ເປົ້າ​ໝາຍ​ຄື ການເຮັດໃຫ້​ຟັງ​ຊັນ​ຄົ້ນ​ຫາຮູບ​ພາບ​ຂອງ Google ໃຊ້​ງ່າຍ​ຂຶ້ນ ແລະ​ໃຫ້​ຜົນ​ລັບ​ທີ່​ກົງ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ໃຊ້​ຫລາຍ​ຂຶ້ນ ຊຶ່ງ​ການ​ປັບປຸງ​ເທື່ອ​ນີ້​ຖື​ເປັນ​ການ​ປ່ຽນແປງໃຫຍ່​ນັບ​ຕັ້ງ​ແຕ່​ເປີດ​ໃຫ້​ບໍລິການ​ໃນ​ປີ 2001 ຊຶ່ງ​ເວລາ​ນັ້ນ Google ມີ​ອິນ​ເດັກຂອງ​ຮູບ​ພາບ​ພຽງເເຕ່ 250 ລ້ານ ໃນ​ຂະນະ​ທີ່​ປະຈຸບັນ​ມັນ​ມີ​ຫລາຍກວ່າ 1 ໝື່ນ​ລ້ານ​ອິນ​ເດັກເຂົ້າໄປ​ແລ້ວ ຜົນ​ຈາກ​ການ​ທີ່​ມີ​ຈຳນວນ​ພາບ​ເພີ່ມ​ຂຶ້ນ​ຫລາຍ ຟັງກ໌​ຊັນ​ເ​ສິດຮູບ​ພາບ​ຈຶ່ງ​ຈຳ​ເປັນ​ຕ້ອງ​ໄດ້ຮັບ​ການ​ພັດທະນາ ໂດຍ​ສະເພາະ​ການເຮັດໃຫ້​ໜ້າ​ຜົນ​ລັບສາມາດ​ສະແດງ​ຂໍ້​ມູນ​ໄດ້​ຫລາຍກວ່າ​ເດີມ

ເປົ້າ​ໝາຍ​ຂອງ​ອິນ​ເຕີລ໌​ເຟ​ຊ​ໃໝ່​ຈຶ່ງ ມຸ້ງ​ເນັ້ນ​ໄປ​ທີ່​ຄວາມ​ງ່າຍ​ໃນ​ການ​ເບິ່ງເຫັນ​ຂໍ້​ມູນ (ພາບ) ໄດ້​ຫລາຍ​ຂຶ້ນ​ພາຍ​ໃນ​ເທື່ອ​ດຽວ ອິນ​ເຕີລ໌​ເຟ​ຊໃໝ່​ຈະ​ໃຊ້​ເລ​ເອົ້າທ໌​ແບບ​ກະ​ຈາຍ​ພາບ ໂດຍ​ລຸດ​ພື້ນ​ທີ່​ວ່າງ​ໃຫ້​ເຫລືອ​ນ້ອຍ​ທີ່ສຸດ ຊຶ່ງ​ເຮັດໃຫ້​ອິນ​ເຕີລ໌​ເຟ​ຊ​ໃໝ່​ສາມາດ​ສະແດງ​ພາບ​ໄດ້​ຫລາຍ​ສຸດ​ເຖິງ 1000 ພາບ​ໃນ​ໜຶ່ງ​ໜ້າ​ຜົນ​ລັບ ມັນ​ຍັງມີ​ການ​ພີ​ວິວ​ຮູບ​ພາບ​ຜົນ​ລັບ​ຂະໜາດ​ນ້ອຍ (thumbnail) ທີ່​ໃຫຍ່​ຂຶ້ນ​ກວ່າ​ເກົ່າດ້ວຍ ແລະ​ເມື່ອ​ຜູ້​ໃຊ້​ລາກ​ເມົາໄປ​ເທິງ​ພາບ​ຜົນ​ລັບ​ເຫລົ່າ​ນີ້ ລະບົບ​ຈະ​ສະແດງ​ພາ​ພີ​ວິວ​ທີ່​ໃຫຍ່​ກວ່າ​ຂຶ້ນ​ມາ ນອກ​ຈາກ​ນີ້ ເມື່ອ​ຜູ້​ໃຊ້​ຄິກ​ແຕ່​ລະ​ພາບ​ໃນ​ໜ້າ​ຜົນ​ລັບ ມັນ​ຍັງມີ​ການ​ປັບປຸງ​ການ​ສະແດງ​ຜົນ​ທີ່​ສາມາດ​ຄວບ​ຄຸມ​ດ້ວຍ​ຄີ​ບອລ໌​ດ​ແທນ​ການ​ໃຊ້​ເມົ້າສ໌ ໄດ້​ອີກ​ດ້ວຍ

ໃນ​ສ່ວນ​ຂອງ Images Search Ads ຈະ​ປາກົດ​ສະເພາະ​ດ້ານ​ເທິງ​ຂອງ​ໜ້າ​ບໍລິການ Google Images ເທົ່າ​ນັ້ນ ໂດຍ​ຈະ​ສະແດງ​ຜົນ​ພ້ອມ​ກັບ​ຂໍ້ຄວາມ (Image + Text Ad) “ເຮົາ​ຫວັງ​ວ່າ ບໍລິການ​ໂຄສະ​ນາ​ດ້ວຍ​ວິທີ​ນີ້​ຈະ​ເຂົ້າ​ເຖິງ​ຜູ້​ໃຊ້​ທີ່​ຕ້ອງ​ການ​ເບິ່ງເຫັນ​ພາບ (ນອກ​ຈາກ​ຂໍ້ຄວາມ) ໄດ້​ເປັນ​ຢ່າງ​ດີ” Google ກ່າວ​ຖິ້ມ​ທ້າຍ​ສຳລັບ​ໂຄສະນາ​ຮູບ​ແບບ​ໃໝ່

ຂໍ້​ມູນ​ຈາກ: betanews, arip.co.th

ລອງອ່ານກ່ຽວກັບ  iOS 5 ຈະຮອງຮັບການເຮັດ Video Call (Face Time) ຜ່ານເຄຶອຂ່າຍ 3G

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.