ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ກູ​ເກີນ​ຊື້​ບໍລິສັດ​ຂາຍ​ປິ້ຍົນ​ອອນ​ໄລນ໌ ITA

ຂ່າວໄອທີ

ກູ​ເກີນ​ເລີ່ມ​ອອກ​ຊັອບ​ປິ້ງ​ຮອບ​ໃໝ່​ອີກ​ແລ້​ວ ລ່າ​ສຸດ​ປະ​ກາດ​ຊື້ ITA Software ບໍລິສັດ​ທີ່​ຊ່ຽວຊານ​ດ້ານ​ການ​ຂາຍ​ປີ້ຍົນ​ອອນ​ໄລນ໌ ຊຶ່ງ​ມີ​ຂໍ້​ມູນ​ດ້ານ​ຕາ​ລາງ​ການ​ບິນ​ແລະ​ຜູ້​ໂດຍ​ສານ​ຈຳນວນ​ມະຫາ​ສານ. ITA ເປັນ​ບໍລິສັດ​ທີ່​ຮວບຮວມ​ຂໍ້​ມູນ​ການ​ບິນ​ຈາກ​ສາຍ​ການ​ບິນ​ຕ່າງໆ ແລ້ວ​ນຳ​ມາ​ປະ​ມວນ​ຜົນ ກ່ອນ​ຂາຍ​ຂໍ້​ມູນ​ນີ້​ໃຫ້​ເວັບ​ຮັບ​ຈອງ​ປີ້ຍົນ​ຢ່າງ Kayak, Expedia, Cheapflights.com ແລະ Bing (ລວມ​ເຖິງ​ຂາຍ​ໃຫ້​ເວັບ​ສາຍ​ການ​ບິນ​ເອງ​ດ້ວຍ) ເບິ່ງ ແຜນ​ຜັງ​ຄວາມ​ສຳພັນ​ໄດ້​ຈາກ​ກູ​ເກີນ

ການ​ເຂົ້າຊື້​ກິດຈະການ​ຂອງ​ກູ​ເກີນ​ເຮັດໃຫ້​ເວັບ​ຂ້າງ​ຕົ້ນ​ກັງ​ວົນ​ວ່າ​ຈະ​ບໍ່​ໄດ້​ໃຊ້​ຂໍ້​ມູນ ຈາກ ITA ອີກ ແລະ​ລວມ​ຕົວ​ກັນ​ລົງ​ຂັນ​ຊື້ ITA ແຂ່ງ​ກັບ​ກູ​ເກີນ ແຕ່​ສຸດ​ທ້າຍ​ບໍ່​ສຳ​ເລັດ ກູ​ເກີນ​ໄດ້​ໄປ​ດ້ວຍ​ມູນ​ຄ່າ 700 ລ້ານ​ດອນ​ລາລ໌. ແນ່ນອນ​ວ່າ​ການ​ຊື້ ITA ຂອງ​ກູ​ເກີນ​ຈະ​ເປັນ​ຈິ໊​ກ​ຊໍ​ສຳຄັນ​ສຳລັບ ” Google Flight Search” ທີ່​ເຮົາ​ຈະ​ໄດ້​ເຫັນ​ກັນ​ໃນ​ອີກ​ບໍ່ຊ້າ

ທີ່​ມາ – Google, TechCrunch, Blognone

ລອງອ່ານກ່ຽວກັບ  Facebook ປັບປຸງລະບົບຄວາມເປັນສ່ວນໂຕ ເພຶ່ອຕໍ່ກອນກັບ Google +

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.