ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ສ້າງແອບຯມືຖື “Android” ງ່າຍໆ ພຽງແຕ່ຄິກ

ຂ່າວໄອທີ, ໂທລະສັບ

ລາຍ​ງານ​ຂ່າວ​ລ່າ​ສຸດ ມື້​ນີ້​ກູ​ເກີ້ນ (Google) ໄດ້​ເປີດ​ຕົວ​ເຄື່ອງ​ມື​ໃໝ່​ທີ່​ເຮັດໃຫ້​ໃຜ​ກໍ​ສາມາດ​ພັດທະນາ​ແອບ​ພິ​ເຄ​ຊັນ​ເທິງ​ມື​ຖື​ແອນ​ດອົຍດ໌ (Android Phone) ໄດ້ ໂດຍ​ເຄື່ອງ​ມື​ດັ່ງ​ກ່າວ​ມີ​ຊື່​ວ່າ Google App Inventor  ທ່ານ​ຜູ້​ອ່ານ​ບໍ່​ຈຳ​ເປັນ​ຕ້ອງ​ເປັນ​ນັກ​ພັດທະນາ​ໂປຼ​ແກຼມ​ກໍ​ສາມາດ​ສ້າງ​ແອບຯ​ງ່າຍໆ ໄດ້​ພາຍ​ໃນ​ພິບ​ຕາ… ໂອໂຫ…

ຫລັກ​ການ​ຂອງ Google App Inventor ກໍ​ຄື ມັນ​ຈະ​ມາ​ພ້ອມ​ກັບ​ເຄື່ອງ​ມື​ພັດທະນາ​ແອບຯ​ດ້ວຍ​ວິທີເຊື່ອມໂຍງ​ສ່ວນ​ຕ່າງໆ ຫລື blocks ຂອງ​ການເຮັດວຽກ​ເຂົ້າ​ນຳກັນ ຜູ້​ໃຊ້​ພຽງ​ແຄ່​ຄິກ​ເລືອກ​ສ່ວນ​ການເຮັດວຽກ​ທີ​ຕ້ອງ​ການ ແລະ​ກຳນົດ​ຂອບ​ເຂດ​ຂອງ​ການເຮັດວຽກເທົ່າ​ນັ້ນ ເວົ້າ​ງ່າຍໆ ກໍ​ຄື ເຈົ້າ​ຈະ​ສາມາດ​ສ້າງ​ແອບຯ​ໄດ້​ດ້ວຍ​ການ​ກອກ ແລະ​ຄິກ​ເລືອກ​ລາຍ​ການ ແລະ​ຂໍ້​ມູນ​ຕ່າງໆ ທີ່​ຢູ່ໃນ​ຮູບ​ແບບ​ຂອງ​ຟອລ໌​ມ (Form) ນັ້ນ​ເອງ ທັງ​ນີ້​ທາງ​ກູ​ເກີ້ນ​ໄດ້​ທົດລອງ​ໃຫ້​ໃຊ້ App Inventor ພາຍ​ໃນ​ໂຮງຮຽນ​ສະຖາບັນສຶກ​ສາ​ມາ​ປະ​ມານ​ໜຶ່ງ​ປີ​ແລ້ວ

ນັບ​ເປັນ​ໄອ​ເດຍ​ທີ່​ໜ້າ​ສົນ​ໃຈ​ເປັນ ຢ່າງ​ຍິ່ງ ເພາະ​ບໍ່​ພຽງ​ແຕ່​ຈະ​ເຮັດໃຫ້ Android Market ທີ່​ແຕ່​ເດີມ​ເປີດ​ກວ້າງ​ໃຫ້​ກັບ​ນັກ​ພັດທະນາ​ເທົ່າ​ນັ້ນ ແຕ່​ຕໍ່​ຈາກ​ນີ້​ໄປ ເຮົາ​ຈະ​ໄດ້​ພົບ​ເຫັນ​ແອບ​ພິ​ເຄ​ຊັນ​ທີ່​ມາ​ຈາກ​ຜູ້​ທີ່​ບໍ່ແມ່ນ​ນັກ​ພັດທະນາ ແຕ່​ມີ​ແນວ​ຄິດ​ທີ່​ມາ​ຈາກ​ມຸມ​ມອງ​ຂອງ​ຜູ້​ໃຊ້ ຊຶ່ງ​ຈະ​ເຮັດໃຫ້​ເຮົາ​ໄດ້​ພົບ​ເຫັນ​ແອບຯ​ທີ່​ຫລາກ​ຫລາຍ​ຍິ່ງ​ຂຶ້ນ ຊຶ່ງ​ແນ່ນອນ​ວ່າ ມັນ​ຈະ​ເຮັດໃຫ້​ແອບ​ພິເຄຊັນ​ໃນ Market ຂອງ Android ເຕີບໂຕ​ຢ່າງ​ວ່ອງໄວ​ຈົນ​ອາດຈະ​ສາມາດ​ໄລ່​ຕາມ​ຜູ້​ນຳ​ຢ່າງ App Store ຂອງ​ແອບ​ເປີ້ນ (Apple) ໄດ້​ໃນ​ທີ່ສຸດ

ຢ່າງໃດ​ກໍ​ຕາມ ປະ​ເດັນ​ທີ​ບໍ່​ອາດ​ມອງ​ຂ້າມ​ກໍ​ຄື Android Market ອາດຈະ​ມີ​ແອບຯ​ຫລາຍ​ຂຶ້ນກໍ່​ຈິງ ແຕ່​ສ່ວນ​ໃຫຍ່​ອາດຈະ​ໃຊ້​ງານ​ໄດ້​ບໍ່​ເຕັມ​ທີ່ ຫລື​ເຖິງ​ຂັ້ນ​ຂາດ​ສາ​ລະ​ກໍ​ໄດ້ ເນື່ອງ​ຈາກ​ເປັນ​ແອບຯ​ທີ​ມາ​ຈາກ​ຜູ້​ໃຊ້​ທົ່ວ​ໄປ ຊຶ່ງ​ລວມ​ເຖິງ​ເດັກນ້ອຍ ທີ່​ອາ​ຈະ​ທົດລອງ​ເຮັດ​ຫລິ້ນ​ໆ ຢ່າງໃດ​ກໍ​ຕາມ ຫາກ​ເບິງ​ໃນໄລ​ຍະ​ຍາວ App Inventor ອາດ​ເຮັດໃຫ້​ເດັກນ້ອຍ ເຫລົ່າ​ນີ້​ໃຫຍ່​ຂຶ້ນ​ເປັນ​ນັກ​ພັດທະນາ​ແອບຯ​ຂອງ Android ຫລາຍກວ່າ​ທີ່​ຈະ​ເປັນ iPhone ກໍ​ໄດ້ App Inventor ໃຊ້​ງ່າຍ​ສ່ຳ​ໃດ ລອງ​ເບິງ​ຄິບ​ວິ​ດີ​ໂອ​ຂ້າງ​ລຸ່ມ​ນີ້​ເນາະ

ຂໍ້ມູນຈາກ: techcrunch, arip

ລອງອ່ານກ່ຽວກັບ  Amazon Appstore ເລີ່ມໃຫ້ບໍລິການແລ້ວ ພ້ອມແຈກ Angry Birds Rio

Souliyo

Co-Founder and CTO of BIZGITAL and LOCA

Comments
  1. @paphanh: ຄືກັນເລີຍ ຢາກລອງເເຕ່ບໍ່ມີໂທລະສັບໃຫ້ລອງ ເເຕ່ລອງໃນ SDK ກະສິໄດ້ຕິ

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.