ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Facebook ຕຽມສະຫລອງຍອດຜູ້ໃຊ້ທະລຸ 500ລ້ານ ອາທິດນີ້

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ຍອດ​ຜູ້​ໃຊ້​ Facebook  ກຳ​ລັງ​ຈະ​ທະ​ລຸ​ເຄິງ​ພັນ​ລ້ານ​ແລ້ວ ໂດຍ​ທາງ​ບໍລິສັດ​ຄາດ​ວ່າ​ຈະ​ສາມາດ​ປະ​ກາດ​ຄວາມ​ສຳ​ເລັດ​ຂອງ​ເວັບ​ໄຊຕ໌​ທີ​ມີ​ຍອດ​ຜູ້​ໃຊ້​ຜ່ານ ຫລັກ 500 ລ້ານ​ໄດ້​ພາຍ​ໃນ​ອາທິດ​ນີ້ ຂະນະ​ດຽວ​ກັນ​ກໍ​ມີ​ລາຍ​ງານ​ວ່າ Facebook ຈະ​ມີ​ແຄມ​ເປນກາ​ນຕະຫລາດ​ທີ່​ຮຽກວ່າ Facebook Stories ເພື່ອ​ສະຫລອງ​ຍອດ​ຜູ້​ໃຊ້​ເຄິງ​ພັນ​ລ້ານ​ອີກ​ດ້ວຍ

Facebook Stories ຈະ​ເປັນ​ກິດຈະກຳ​ທາງ​ກາ​ນຕະຫລາດ​ທີ່​ເປີດ​ໃຫ້​ຜູ້​ໃຊ້​ທົ່ວ​ໂລກ​ໄດ້​ຮ່ວມ​ກັນ​ແຊລ໌​ເລື່ອງ​ລາວ ແລະ​ເຫດການ​ສຳຄັນ​ໆ ທີ່ Facebook ເຂົ້າ​ມາ​ມີ​ຜົນ​ກະທົບ​ຕໍ່​ຊີວິດ ສຳລັບ​ການ​ປະ​ກາດ​ຄວາມ​ສຳ​ເລັດ​ເທື່ອ​ນີ້ ຖິ້ມ​ລະ​ຍະ​ຫ່າງ​ຈາກ​ທີ່​ຜ່ານ​ຫລັກ​ໄມລ໌​ຍອດ​ຜູ້​ໃຊ້​ທະ​ລຸ 250 ລ້ານພຽງເເຕ່​ປີ​ກວ່າ​ເທົ່າ​ນັ້ນ ຊຶ່ງ​ເວັບ​ໄຊຕ໌ Facebook ເລີ່ມ​ເປີດ​ໃຫ້​ບໍລິການ​ເມື່ອ​ກຸມພາ 2004 ຈົນ​ເຖິງ​ປະຈຸບັນ ມັນ​ໄດ້​ກາຍ​ເປັນ​ເວັບ​ໄຊຕ໌​ຍອດ​ນິຍົມ​ເທິງ​ອິນ​ເທີລ໌​ເນັດ​ໄປ​ຮຽບຮ້ອຍ​ແລ້ວ

ລາຍ​ງານ ສະ​ຖິ​ຕິ​ຈາກ​ບໍລິການ AdPlanner ຂອງ Google ກ່ອນ​ໜ້າ​ນີ້​ລະ​ບຸ​ວ່າ Facebook ເຂົ້າ​ເຖິງ​ຜູ້​ໃຊ້​ອິນ​ເຕີລ໌​ເນັດ​ທົ່ວ​ໂລກ 34.8% ແລະ​ຜູ້​ໃຊ້​ແຕ່​ລະ​ຄົນ​ຈະ​ໃຊ້​ເວລາ​ສະເລ່ຍ 23 ນາ​ທີ​ຕໍ່​ມື້ ຕະຫລອດ​ຈົນ​ເຂົ້າໄປ​ຢ້ຽມ​ຊົມ Facebook 34 ເທື່ອ​ຕໍ່​ເດືອນ ກ່ອນ​ໜ້າ​ນີ້​ທາງ Facebook ຫາກໍ່​ປະ​ກາດ​ຄວາມ​ສຳ​ເລັດ​ວ່າ ມີ​ຜູ້​ໃຊ້​ບໍລິການ Facebook ເທິງ​ມື​ຖື​ຫລາຍ​ເຖິງ 150 ລ້ານ​ລາຍ​ແລ້ວ ໂດຍ​ເຕີບໂຕ​ຂຶ້ນ​ປະ​ມານ 50% ຕັ້ງ​ແຕ່ຍ​ອົດ​ຜູ້​ໃຊ້​ເທິງ​ມື​ຖື​ທະ​ລຸ 100 ລ້ານ​ລາຍ​ເມື່ອ​ເດືອນ​ເມ​ສາ​​ທີ່​ຜ່ານມາ “ຍອດ​ຜູ້​ໃຊ້​ເທິງ​ມື​ຖື​ກຳ​ລັງ​ເປັນ​ສ່ວນ​ຂະຫຍາຍໂຕ​ໄວ​ຂອງ​ເຮົາ” Erick Tseng ຫົວ​ໜ້າ​ຝ່າຍ​ໃຫ້​ບໍລິການ​ເທິງ​ໂມ​ບາຍ​ຂອງ Facebook ກ່າວ

ກັບ​ມາ​ທີ່​ແຄມ​ເປນຈ໌ Facebook Stories ຊຶ່ງ​ຈະ​ເປັນ​ບໍລິການ​ທີ່​ເປີດ​ໃຫ້​ຜູ້​ໃຊ້​ສາມາດ​ສົ່ງ​ເລື່ອງ​ລາວ​ຕ່າງໆ ທີ່​ໜ້າ​ສົນ​ໃຈ ໂດຍ​ເລື່ອງ​ລາວ​ທີ່​ສົ່ງ​ເຂົ້າ​ມາ​ຈະ​ປາກົດ​ຢູ່ໃນ​ເຊັກ​ຊັ່ນ ” Your Story” ໃນ​ບຼລັອກ​ຂອງ Facebok  ທັງ​ນີ້​ເລື່ອງ​ທີ່​ສົ່ງ​ມາ​ຈະ​ມີ​ຄວາມ​ຍາວ​ບໍ່​ເກີນ 420 ຕົວ​ອັກສອນ ຊຶ່ງ​ອາດຈະ​ເປັນ​ເລື່ອງ​ລາວ ຫລື​ເຫດການ​ທີ່ເກິດຂື້ນ​ໃນ​ປະເທດ​ຂອງ​ຕົນ ຫລື​ເປັນ​ທີມ​ຢ່າງ​ເຊັ່ນ “ຕາ​ມຫາ​ຄວາມ​ຮັກ” ຫລື “ຄວາມ​ເສຍ​ຫາຍ​ຂອງ​ທຳມະຊາດ” ເປັນ​ຕົ້ນ ຜູ້​ໃຊ້​ສາມາດ​ສ້າງ​ລິງ​ເລື່ອງ​ລາວ​ທີ່​ຂຽນ​ເຂົ້າໄປ​ຍັງ profile ຂອງ​ຕົນ​ໃນ Facebook ໂດຍ​ຜູ້​ໃຊ້ 500 ລ້ານ​ລາຍ​ຈະ​ສາມາດ​ຄອມ​ເມນຕ໌  Like ເລື່ອງ​ຂອງ​ທ່ານໄດ້ “ເມື່ອ​ເຮົາ​ຜ່ານ​ຫລັກ​ໄມລ໌​ຍອດ​ຜູ້​ໃຊ້​ທີ່ 500 ລ້ານ ເຮົາ​ຕ້ອງ​ການ​ວິທີ​ໃໝ່​ໆ ໃນ​ການ​ປະ​ກາດ​ຄວາມ​ສຳ​ເລັດ ຊຶ່ງ​ທີ່​ຜ່ານມາ ມັນ​ມີ​ແຕ່​ເລື່ອງ​ຂອງ​ຕົວ​ເລກ​ທີ່​ຜູ້​ໃຊ້​ບໍ່​ໄດ້​ມີ​ສ່ວນ​ຮ່ວມ (Facebook Stories ຈຶ່ງ​ເປັນ​ໄອ​ເດຍ​ໃນ​ການ​ສະຫລອງ​ຄວາມ​ສຳ​ເລັດ​ເທື່ອ​ນີ້) ” Randi Zuckerberg ຜູ້​ອຳ​ນວຍ​ການ​ຝ່າຍ​ການ​ຕະ​ຫລາດກ່າວ

ຂໍ້​ມູນ​ຈາກ: pcmag, arip.co.th

ລອງອ່ານກ່ຽວກັບ  Facebook App ສຳຫລັບ iOS ອັບເດດໄປ ເວີຊັນ 3.3 ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.