ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Chrome ໂຊເດັດ HTML5 ຮ້ອຍກວ່າແບບ

ຂ່າວໄອທີ

ກ່ອນ​ໜ້າ​ນີ້ IE9 ຂອງ​ໄມ​ໂຄ​ຊອ​ຟົທ໌ (Microsoft) ໂຊ​ພາວ​ດ້ວຍ Test Drive ຕົວ​ຢ່າງ​ການ​ລັນ HTML5 ຊຶ່ງ​ກໍ​ເຮັດໃຫ້​ຜູ້​ໃຊ້​ຫລາຍ​ຄົນ​ຕ້ອງ​ຕະ​ລຶງ​ກັບ​ຄວາມ​ສາມາດ ຕະຫລອດ​ຈົນ​ລູກ​ຫລິ້ນ​ໃໝ່​ໆ ທີ່​ຜູ້​ໃຊ້​ບໍ່​ເຄີຍ​ເຫັນ​ມາ​ກ່ອນ ຄວາມ​ຈິງ​ທີ່​ທ່ານຜູ້​ອ່ານ​ອາດຈະ​ຍັງ​ບໍ່​ຮູ້​ກໍ​ຄື ທາງ​ກູ​ເກີ້ນ (Google) ໄດ້​ເຮັດ​ໜ້າ​ເວັບ HTML5 ໄວ້​ໂຊວ໌​ຄວາມ​ສາມາດ​ຂອງ Chrome ໃຫ້​ຜູ້​ໃຊ້​ທົ່ວ​ໂລກ​ໄດ້​ຕະລຶງ​ດ້ວຍ​ຄືກັນ ແຖມ​ຍັງມີ​ຕົວ​ຢ່າງ​ໃຫ້​ລອງ​ຫລິ້ນ​ກວ່າ​ຮ້ອຍ​ແບບ​ອີກ​ດ້ວຍ…

ບຼາວ​ເຊີລ໌ Chrome ຂອງ Google ນອກ​ຈາກ​ຈະ​ໄດ້​ຊື່​ວ່າ ເປັນ​ບຼາວ​ເຊີລ໌​ແຫ່ງ​ຄວາມ​ໄວ​ໂດຍ​ສະເພາະ​ການ​ປະ​ມວນ​ຜົນ JavaScript ແລ້ວ ມັນ​ຍັງ​ສະໜັບສະໜູນ​ມາດຕະຖານ HTML5 ອີກ​ດ້ວຍ ໂດຍ​ສະເພາະ Chrome 5 ທີ່​ຍັງ​ຄົງ​ຄວາມ​ສຸດ​ຍອດ​ໃນ​ຫລາຍໆ ດ້ານ ແມ່ນ Firefox 4.0 ລຸ້ນ​ທົດສອບ​ຈະ​ເລັ່ງ​ເຄື່ອງ​ໃຫ້​ແຮງ​ປານ​ໃດ​ກໍ​ຕາມ ຂໍ້​ສະຫລຸບ​ລ່າ​ສຸດ​ທີ່​ໄດ້​ຄື ມັນ​ໄວ​ກວ່າ Firefox 3.6 ແຕ່​ຍັງ​ຄົງ​ຊ້າ​ກວ່າ Chrome ແລະ Safari ຢູ່​ດີ…

ສຳລັບ ທ່ານຜູ້​ອ່ານ​ທີ່​ໃຊ້ Chrome ແລະ​ຕ້ອງ​ການ​ເຫັນ​ປະ​ສິດ​ທິ​ພາບ​ໃນ​ການ​ສະໜັບສະໜູນ HTML5 ເທິງບຼາວ​ເຊີລ໌​ຕົວ​ນີ້ ໂດຍ​ທາງ​ກູ​ເກີ້ນ (Google) ໄດ້​ເປີດ​ເວັບ​ໄຊຕ໌ Chrome Experiments ທີ່​ມີ​ຕົວ​ຢ່າງ ຫລື​ໂຊວ໌​ເຄດ​ສາ​ທິດ​ການເຮັດວຽກ​ຂອງ Chrome ກັບ HTML5 ແລະ JavaScript ລວມ​ເຖິງ​ການ​ໃຊ້ CSS, ພາບ​ເຄື່ອນ​ໄຫວ (Animation) ແລະ​ພື້ນ​ທີ່​ໃຊ້​ງານ​ແບບ Canvas ຊຶ່ງ​ມີ​ຕົວ​ຢ່າງ​ໃຫ້​ທົດລອງ​ຫລິ້ນ​ກວ່າ 100 ແບບ ຢ່າງ​ເຊັ່ນ ເກມ Pong ທີ່​ໃຊ້​ໜ້າ​ຕ່າ​ງບຼາວ​ເຊີລ໌ ເຮັດ​ເປັນ​ອອບ​ເຈັກຕ໌​ຂອງ​ເກມ, Dromtris ເກມ​ເທ​ຊິດ, Destructive Video ເອ​ຟ​ເຟັກ​ລະ​ເບີດ​ວິ​ດີ​ໂອ​ເປັນ​ອັນໆ ແລ້ວ​ກັບ​ມາ​ລວມ​ກັນ​ໃໝ່​ໄດ້ ຫລື Waterfall ຕົວ​ອັກສອນ​ທີ່​ພິມ​ເຂົ້າໄປ​ໃຫ້​ບຼາວ​ເຊີລ໌​ສະແດງ​ຜົນ​ໃນ​ຮູບ​ຂອງ​ຄື້ນ​ນ້ຳ. ນີ້​ເປັນພຽງບາງ​ຕົວ​ຢ່າງ​ເທົ່າ​ນັ້ນ ແນະ​ນຳ​ວ່າ ທ່ານຜູ້​ອ່ານ​ທີ​ໃຊ້ Chrome 5 ລອງ​ເຂົ້າໄປ​ຫລິ້ນ​ດ້ວຍ​ຕົວ​ເອງ​ຈະ​ດີກວ່າ​ ຮັບຮອງ​ຈະ​ຕິດ​ໃຈ

ປລ: ຈະໃຊ້ບຼາວເຊີລ໌ອື່ນຢ່າງເຊັນ ​ Firefox 4.0 beta ຫລືຈະເປັນ Safari 5 ກໍ່ໄດ້. ບໍ່ຄືທີ່ແອັບເປີ້ນເຮັດອອກມາກ່ອນຫນ້ານີ້ ທີ່ໃຫ້ທົດລອງໄດ້ແຕ່  ບຼາວເຊີລ໌ຂອງຕົວເອງ

ຂໍ້​ມູນ​ຈາກ: Chrome Experiments, Arip

ລອງອ່ານກ່ຽວກັບ  Apple TV ຈະມີຍອດຂາຍເຖິງ 1ລ້ານ ພາຍໃນ ອາທິດນີ້

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.