ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ບັນຫາໂລກແຕກ ໄກ່ກັບໄຂ່ ອັນໃດເກີດກ່ອນກັນ ຖືກເປີດເຜີຍແລ້ວ

ລາຍງານພິເສດ

ນັບ​ເປັນ​ເວລາ​ຫລາຍ​ສັດ​ວັດ​ແລ້ວ​ທີ່​ມະນຸດ​ພະຍາຍາມ​ຈະ​ຫາ​ຄຳ​ຕອບ​ຂອງ​ບັນຫາ​ໂລກ​ແຕກ​ທີ່​ວ່າ ໄກ່ ກັບ ໄຂ່ ເເມ່ນຫຍັງ​ເກີດ​ກ່ອນ​ກັນ? ເຊື່ອ​ວ່າ ຫລາຍຄົນກໍ່​ຈະ​ເຄີຍ​ໄດ້ຍິນ​ຄຳ​ຖາມ​ນີ້​ມາແດ່​ແລ້ວ ວ່າ​ແຕ່… ກ່ອນ​ທີ່​ທ່ານຈະ​ອ່ານ​ລາຍ​ງານ​ຂ່າວ​ໃນເເຖວ​ຕໍ່ໆ ໄປ ເຈົ້າ​ຄິດວ່າ ຫຍັງ​ເກີດ​ກ່ອນກັນ?

ລາຍ​ງານ​ຂ່າວ​ລ່າ​ສຸດ ນັກ​ວິທະຍາ​ສາດ​ໃນ​ອັງ​ກິດປະ​ກາດ​ວ່າ ພວກ​ພວກເຂົາ​ພົບ​ຄຳ​ຕອບ​ຂອງ​ບັນຫາ​ໂລກ​ແຕກ​ນີ້​ແລ້ວ ຊຶ່ງ​ກໍ​ຄື “ໄກ່” ເກີດ​ກ່ອນ ໂດຍ​ນັກ​ວິ​ໄຈ​ໄດ້​ບັນ​ທຶກ​ຄຳ​ຕອບ​ດັ່ງ​ກ່າວ​ລົງ​ໃນ​ລາຍ​ງານ​ທີ່​ມີ​ການ​ເຜີຍແຜ່​ອອກ​ມາ​ແລ້ວ​ວ່າ ໂປ​ຕີນ​ຊື່ ovocledidin-17 ເປັນ​ກຸນ​ແຈ​ສຳຄັນ​ທີ່​ເຮັດໃຫ້​ໄຂ່​ມີ​ເປືອກ​ແຂງ​ຢ່າງ​ທີ່​ເຫັນ ແລະ​ດ້ວຍ​ເຫດຜົນ​ງ່າຍໆ ກໍ​ຄື ໂປ​ຕີນ​ທີ່​ຈຳ​ເປັນ​ດັ່ງ​ກ່າວ​ຈະ​ສາມາດ​ຜະລິດ​ໄດ້​ຈາກ​ໃນ​ຕົວ​ໄກ່​ເທົ່າ​ນັ້ນ ດັ່ງ​ນັ້ນ​ໄຂ່​ຈຶ່ງ​ບໍ່​ມີ​ວັນທີ່​ຈະ​ເກີດ​ຂຶ້ນ​ມາ​ກ່ອນທີ່ຈະ​ມີ​ໄກ່​ໄດ້

“ມັນ ເປັນ​ເວລາ​ດົນ​ແລ້ວ​ທີ່​ເຮົາ​ສົງ​ໄສ​ວ່າ ໄຂ່​ໜ້າ​ຈະ​ເກີດ​ກ່ອນ​ໄກ່ ແຕ່​ຕອນ​ນີ້ ເຮົາ​ໄດ້​ຂໍ້​ພິສູດ​ໃນ​ທາງ​ວິທະຍາ​ສາດ​ທີ່​ສະແດງ​ໃຫ້​ເຫັນ​ຂໍ້​ເທັດ​ຈິງ​ແລ້ວ​ວ່າ ໄກ່​ເກີດ​ກ່ອນ” ດຣ. ໂຄ​ລິນ ຟຼີແມນ ຈາກ​ສາ​ຂາ​ວັດສະ​ດຸ​ວິ​ສະວະກຳ (Department of Engineering Materials) ມະຫາ​ວິທະຍາ​ໄລ​ເຊ​ຟ​ຟິນດ໌ ກ່າວ ໃນ​ຂະນະ​ດຽວ​ກັນ ນັກ​ວິທະຍາ​ສາດ​ເຊື່ອ​ວ່າ ການ​ຄົ້ນ​ພົບ​ຄຳ​ຕອບ​ດັ່ງ​ກ່າວ​ສາມາດ​ນຳ​ໄປ​ໃຊ້​ໃນ​ການ​ຫາ​ຄຳ​ຕອບ​ຂອງ​ອາ​ຍຸ​ຂອງ​ພວກ​ມັນ​ວ່າ​ເກີດ​ມາ ດົນ​ເທົ່າໃດ​ແລ້ວ​ໄດ້​ອີກ​ດ້ວຍ

ໂດຍ​ການ​ໃຊ້​ຄອມພິວເຕີ​ທີ່​ສາມາດ​ວິ​ເຄາະ​ໂຄງ ສ້າງ​ໂມ​ເລ​ກຸນ​ຂອງ​ເປືອກ​ໄຂ່ ທີມ​ນັກ​ວິທະຍາ​ສາດ​ຂອງ​ມະຫາ​ວິທະຍາ​ໄລ​ເຊ​ຟຟິນດ໌ ແລະ​ວອລ໌​ວິກ​ພົບ​ວ່າ ໂປ​ຕີນ OC-17 ເຮັດ​ຫນ້າທີ່​ເປັນ​ຕົວ​ກະຕຸ້ນ ແລະ​ເລີ່ມ​ຕົ້ນ​ກະ​ບວນ​ການ​ປ່ຽນ​ສະພາບ​ຂອງ​ແຄ​ນຊຽມ​ຄາລ໌​ບໍ​ເນດ​ຈາກ​ໃນ​ຕົວ​ໄກ່​ໃຫ້​ຢູ່ໃນ ຮູບ​ຂອງ​ເປືອກ​ແຂງ​ທີ່​ໃຊ້​ຫໍ່​ຫຸ້ມ​ໄຂ່​ແດງ​ແລະ​ໄຂ່​ຂາວ ຊຶ່ງ​ຫາກ​ບໍ່​ມີ​ໄກ່​ຂັ້ນ​ຕອນ ຫລື​ກະ​ບວນ​ການ​ນີ້​ກໍ​ຈະ​ບໍ່​ອາດ​ເກີດ​ຂຶ້ນ​ໄດ້

“ການ​ເຂົ້າໃຈ​ວ່າ ໄກ່​ສາມາດ​ສ້າງ​ເປືອກ​ໄຂ່​ໄດ້​ຈາກ​ໃນ​ຕົວ​ມັນ​ເອງ​ໄດ້​ຢ່າງໃດ ຍັງ​ເຮັດໃຫ້​ເຮົາ​ໄດ້​ຂໍ້​ມູນ​ທີ່​ເປັນ​ປະໂຫຍດ​ສຳລັບ​ການ​ອອກ​ແບບ​ວັດ​ດຸ ແລະ​ກະ​ບວນ​ການ​ຜະລິດ​ໃໝ່​ໆ ອີກ​ດ້ວຍ” ສາດສະດາ​ຈານ ຈອຫ໌​ນ ຮາລ໌​ດິງ ຈາກ​ມະຫາ​ວິ​ທະຍາໄລ​ເຊ​ຟ​ຟິນດ໌ ກ່າວ “ທຳມະຊາດ​ພົບ​ຄຳ​ຕອບ​ທີ່​ເປັນ​ນວດ​ກຳ​ທີ່​ສາມາດ​ນຳ​ມາ​ແກ້​ບັນຫາ​ໄດ້​ທຸກ​ຢ່າງ​ໃນ​ເລື່ອງ ຂອງ​ວິທະຍາ​ສາດ ແລະ​ເທກ​ໂນ​ໂລ​ຍີ​ທາງ​ດ້ານ​ວັດ​ສະດຸ ເຮົາ​ສາມາດ​ຮຽນ​ຮູ້​ຫຍັງ​ໄດ້​ອີກ​ຫລວງຫລາຍ​ຈາກ​ການ​ຄົ້ນ​ພົບ​ນີ້”

ຂໍ້​ມູນ​ຈາກ: heraldsun, arip.co.th

ລອງອ່ານກ່ຽວກັບ  ທ່ານຮູ້ ຫລືບໍ່ວ່າ ປະຈູບັນນີ້ຜູ້ໃຊ້ Gmail ສາມາດໂທໄປ ອາເມລິກາ ໄດ້ຟຼີ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. @ຖາມແດ່: ອັນນິກະຍັງບໍ່ຮູ້ເນາະ ຂະຫນາດຄົນເຮົາເກິດມາຈາກທະນີ ເເລ້ວທະນີເກີດມາໄດ້ຈັ່ງໃດຍັງບໍ່ມີໃຜຮູ້

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.