ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Borders ໃຈປ້ຳໃຫ້ດາວນໂຫລດຟຼີອີບຸ໊ກ!

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ບອລ໌​ເດີນສ໌ ກຸ໊​ບ ອິງຄ໌ ປະ​ກາດ​ວ່າ ທາງ​ຮ້ານ​ຈະ​ແຈກ​ຟຼີອີ​ບຸ໊​ກ 5 ໄຕ​ເຕີ້ນ​ໃຫ້​ກັບ​ລູກ​ຄ້າ​ທີ່​ດາວນ​ໂຫລດ​ຊອຟົຕ໌​ແວລ໌​ອີ​ບຸ໊​ກລີດ​ເດີລ໌​ໄປ​ຕິດ​ຕັ້ງ ໂດຍ​ສາມາດ​ໃຊ້​ສິດ​ທິ​ພິເສດ​ດັ່ງ​ກ່າວ​ໄດ້​ເຖິງ​ວັນທີ່ 14 ກໍລະກົດ ​ນີ້

Borders ກ່າວ “ລູກ​ຄ້າ​ທີ່​ດາວນໂຫລດ​ຊອ​ຟົຕ໌​ແວລ໌​ຟຼີຈະ​ສາມາດ​ດາວນໂຫລດ​ອີ​ບຸ໊​ກ​ໄດ້​ຟຼີ 5 ໄຕ​ເຕີ້ນ​ໄດ້​ແກ່ Frankenstein: Progigal Son ໂດຍ Dean Koontz, One Shot ໂດຍ Lee Child, The Alchemyst ໂດຍ Michael Scott, Julia’s Kitchen Wisdom ໂດຍ Julia Child ແລະ Master your Metabolism ໂດຍ Jillian Michaels ໂດຍ​ອີ​ບຸ໊​ກ​ທັງ​ໝົດ​ມີ​ມູນ​ຄ່າ​ຫລາຍກວ່າ 40 ຫລຽນຯ

Borders ຫາກໍ່​ຈະ​ເປີດ​ຮ້ານ​ຈຳ​ໜ່າຍ​ອີ​ບຸ໊​ກ​ເມື່ອ​ຊ່ວງ​ຕົ້ນ​ອາທິດ ໂດຍ​ເປັນ​ການ​ກະ​ໂດດ​ເຂົ້າ​ສູ່​ສະໜໍລະພູມ​ອີ​ບຸ໊​ກ​ຕາມ​ຫລັງ​ຄູ່​ແຂ່ງ​ຢ່າງ Amazon.com ແລະ Barnes & Noble ສຳລັບ​ຊອຟົຕ໌​ແວລ໌​ອີ​ບຸ໊ກລີດ​ເດີລ໌​ຂອງ Borders ຈະ​ມີ​ທຸກ​ແພດ​ຟອລ໌​ມບໍ່​ວ່າ​ຈະ​ເປັນ​ເທິງ​ເຄື່ອງ​ອ່ານ​ອີ​ບຸ໊​ຄ Kobo ແລະ​ອຸປະກອນ​ໂມ​ບາຍ​ຢ່າງ​ເຊັ່ນ iPhone, Blackberry ແລະ Android Phone ບໍ່ມີໂນເກຍເຊັ່ນເຄີຍ ຄົນໃຊ້ Symbian ຕ້ອງທຳໃຈແນ່ເນາະເພາະແອບຯສ່ວນໃຫຍ່ທີ່ອອກມາຈະບໍ່ມີໃນເວີຊັນຂອງ symbian

ຂໍ້​ມູນ ຈາກ: digitalnewsreport, arip

ລອງອ່ານກ່ຽວກັບ  ໄມໂຄຊອຟົທ໌ເຊົາຜະລິດສະມາດໂຟນ Kin ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.