ເລື່ອງລາວຂອງ TECH, STARTUP, ແລະ DIGITAL

BlackBerry OS6 ອັບເດດໂຊຊຽວເວັບ ງ່າຍຂຶ້ນ

ຂ່າວໄອທີ

ຫລັງຈາກທີ່ເວົ້າກັບແຕ່ເລື່ອງ iPhone4 ຫລາຍ ເລີຍບໍ່​ຄ່ອຍ​ໄດ້​ເວົ້າ​ເຖິງສະມາດ​ໂຟນ​ຍອດ​ຮິດ​ໃນ​ຢ່າງ BlackBerry ປານໃດ ມື້​ນີ້​ຂໍ​ອັບ​ເດດ​ກັນ​ແນ່ ຫລັງຈາກລ່າ​ສຸດ RIM ໄດ້​ປ່ອຍ​ວິ​ດີ​ໂອ​ສາ​ທິດ​ການເຮັດວຽກ​ຂອງ BlackBerry OS 6 ອອກ​ມາ​ເປັນ​ໂຕ​ທີ່​ສອງ​ແລ້ວ ໂດຍ​ເທື່ອ​ນີ້​ຍົກຈຸດ​ແຂງ​ຂອງບຼາວ​ເຊີລ໌​ຕົວ​ໃໝ່ ແລະ​ແອບ​ພິ​ເຄ​ຊັນ​ທີ່​ສາມາດ​ດຶງ​ຂໍ້​ມູນ​ຈາກ​ເວັບ​ໄຊຕ໌​ໂຊ​ຊຽວ​ເນັດເ​ວິກ

BlackBerry OS 6 ຈະ​ອອກ​ໃນ​ປີ​ນີ້ ໂດຍ​ໃນ​ເວີລ໌​ຊັນ​ລ່າ​ສຸດ BB OS ຈະ​ມາ​ພ້ອມ​ກັບ​ຄຸນສົມບັດ Social Feeds ທີ່​ສາມາດ​ລວມ​ອັບ​ເດດ​ຈາກ Facebook, MySpace, Twitter ແລະ BlackBerry Messenger ເຂົ້າ​ນຳກັນ​ເປັນ​ໜຶ່ງ​ດຽວ ນັ້ນ​ໝາຍ​ຄວາມ​ວ່າ ຜູ້​ໃຊ້​ສາມາດ​ໂພດຕ໌​ຂໍ້ຄວາມ​ເທື່ອລະ​ໜຶ່ງ ຫລື​ຫລາຍຂໍ້​ຄວາມ​ກໍ​ໄດ້ ເພື່ອ​ອັບ​ເດດ​ບໍລິການ​ດັ່ງ​ກ່າວ​ພ້ອມ​ກັນ​ໃນ​ຄາວ​ດຽວສະ​ດວກ​ງ່າຍ​ດາຍ​ແທ້ໆ

ນອກ​ຈາກ​ນີ້ BB OS 6 ຍັງ​ມາ​ພ້ອມ​ກັບ​ຄຸນສົມບັດ​ຄົ້ນ​ຫາ​ຄອບ​ຈັກກະວານ (Universal Search) ທຸກ​ຢ່າງ​ຕັ້ງ​ແຕ່​ໃນ​ເຄື່ອງ​ໄປ​ຈົນ​ເຖິງ​ເທິງ​ເນັດ ອິນ​ເຕີລ໌​ເຟ​ຊ​ໃນ​ການ​ໃຊ້​ງານ​ສື່​ຕ່າງໆ ທີ່​ໄດ້ຮັບ​ການ​ພັດທະນາ​ໃຫ້​ໃຊ້​ໄດ້​ງ່າຍ​ຂຶ້ນ ໂຮ​ມສະ​ກີນ​ທີ່​ປັບ​ໂສມ​ໃໝ່ ແລະ​ອື່ນໆ ອີກ​ຫລວງຫລາຍ ລວມ​ຖຶ​ງບຼາວ​ເຊີລ໌​ທີ່​ໃຊ້​ເອັນ​ຈິ້ນ​ໂອ​ເພ່ນ​ຊອລ໌​ສ​ ຢ່າງ WebKit ຊຶ່ງ​ຜູ້​ໃຊ້​ BlackBerry ຕ່າງ​ລໍ​ຖ້າ ແລະ​ໃນ BB OS 6 ຜູ້​ໃຊ້​ລຸ້ນ​ໜ້າ​ຈໍ​ສຳ​ຜັດ​ສາມາດ​ໃຊ້​ນິ້ວ​ຊູມ ຫລື​ຫຍໍ້​ພາບ​ໄດ້​ແລ້ວ ໂດຍ​ສະເພາະ BlackBerry 9670 ແລະ 9800 ທີ່​ຍັງ​ບໍ່​ເປີດ​ຕົວ

ຂໍ້ມູນຈາກ: slashgear, Arip

ລອງອ່ານກ່ຽວກັບ  Google ອັບເດດ Google Maps For Android ເປັນເວີຊັນ 5.3 ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.