ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ຂະບວນ “ແທັບເລັດ” Windows 7 ກຳລັງມາ

ຂ່າວໄອທີ, ແທັບເລັດ

ລາຍ​ງານ​ຂ່າວ​ລ່າ​ສຸດ ສະ​ຕີ​ຟ ບອລ​ເມີລ໌ ຊີ​ອີ​ໂອ​ຂອງ​ໄມ​ໂຄ​ຊອ​ຟົທ໌ (Microsoft) ກ່າວ​ຢືນຢັນ​ໃນ​ງານ Worldwide Partner Conference 2010 ວ່າ ບໍລິສັດ ASUS, Dell, Samsung, Toshiba ແລະ​ Sony ກຳ​ລັງ​ຈະ​ເປີດ​ຕົວ”ແທັບ​ເລັດ” (tablet ຫລື Slate) ທີ່​ເຮັດວຽກ​ດ້ວຍ​ລະບົບ​ປະຕິບັດການ Windows 7 ພາຍ​ໃນ​ປີ​ນີ້

ຢ່າງໃດ​ກໍ​ຕາມ ບອລ​ເມີລ໌ ປະຕິເສດ​ທີ່​ຈະ​ລະ​ບຸ​ລຸ້ນ ຫລື​ສະ​ເປັກ ພຽງ​ແຕ່​ບອກວ່າ ມັນ​ຈະ​ມີ​ຮູບ​ແບບ ແລະ​ຟັງ​ຊັນ​ທີ່​ຜູ້​ໃຊ້​ຕ້ອງ​ການ ລວມ​ເຖິງ​ແທັບ​ເລັດ​ທີ່​ມາ​ພ້ອມ​ກັບ​ຄີ​ບອລ໌​ດ ຫລື​ລຸ້ນ​ທີ່​ມີ​ໜ້າ​ຈໍ​ສຳ​ຜັດ​ຢ່າງ​ດຽວ ບາງ​ລຸ້ນ​ຍັງ​ສາມາດ​ເຊື່ອມ​ຕໍ່​ກັບ​ດັອກ​ກິ້ງ ຫລື​ເຮັດວຽກ​ກັບ​ອີ​ອິງຄ໌ ແມ່ນ​ໃນ​ລະຫວ່າງ​ນັ້ນ ບອລ​ເມີລ໌​ຈະ​ບໍ່​ໄດ້​ເອີ່ຍ​ເຖິງ​ຊື່​ຂອງ​ໄອ​ແພດ (iPad) ແຕ່​ມັນ​ກໍ​ຊັດເຈນ​ວ່າ ໄມ​ໂຄ​ຊອຟົທ໌​ພຸ່ງ​ເປົ້າ​ໄປ​ທີ່ iPad ຢ່າງ​ແນ່ນອນ

ສຳລັບ​ບອລ​ເມີລ໌​ເອງ​ກໍ​ເຄີຍ​ແນະ​ນຳ ແທັບ​ເລັດ​ທີ່​ເຮັດວຽກ​ດ້ວຍ Windows 7 ໂຊວ໌​ຕໍ່​ສາຍ​ຕາ​ຜູ້​ຊົມ​ໃນ​ງານ CES 2010 ເມື່ອ​ຕົ້ນ​ປີ​ແລ້ວ​ດ້ວຍ ໃນ​ຂະນະ​ທີ່​ຜູ້​ຜະລິດ​ຢ່າງ ASUS ກໍ​ໄດ້​ເປີດ​ຕົວ Eee Pad ໃນ​ງານ Computex ໄປ​ເມື່ອ​ໄວ​ໆ ນີ້ ສ່ວນ Toshiba ເອງ​ຫາກໍ່​ຈະ​ແນະ​ນຳ Libretto W100 ເນັດ​ບຸ໊​ກ​ສອງ​ຈໍ​ໄປ​ເມື່ອ​ສອງ​ອາທິດ​ກ່ອນ ແຕ່​ສຳລັບ Sony , Samsung ແລະ Dell ຄົງ​ຕ້ອງ​ຖ້າ​ເບິ່ງ​ກັນ​ຕໍ່ໄປ ແຕ່​ປະ​ເດັນ​ທີ່​ໜ້າ​ສັງເກດ​ກໍ​ຄື ບອລ​ເມີລ໌​ຍັງ​ຄົງ​ເອີ່ຍ​ເຖິງ HP ດ້ວຍ ທັງ​ໆ ທີ່​ກ່ອນ​ໜ້າ​ນີ້ HP ປະ​ກາດ​ວ່າ ຈະ​ອອກ​ແທັບ​ເລັດ​ທີ່​ເຮັດວຽກ​ດ້ວຍ webOS ຂອງ Palm ພາຍ​ໃນ​ປີ​ນີ້

ຂໍ້​ມູນ​ຈາກ:gottabemobile, Arip

ລອງອ່ານກ່ຽວກັບ  ເຄື່ອງມື Jailbreak iOS 4.2.6 ສຳລັບ iPhone 4 CDMA ອອກມາແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.