ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ການອັບເດດຊອຟົຕ໌ແວລ໌ ບໍ່ໄດ້ແກ້ບັນຫາ iPhone 4

ຂ່າວໄອທີ, ໂທລະສັບ

ລາຍ​ງານ​ຂ່າວ​ລ່າ​ສຸດ ແອບ​ເປີ້ນ (Apple) ຍອມ​ຮັບ​ວ່າ ການ​ອັບ​ເດດ​ຊອ​ຟົຕ໌​ແວລ໌ (iOS 4) ສຳລັບ​ຂໍ້​ຜິດ​ພາດ​ຂອງ​ເສົາ​ອາ​ກາດ iPhone 4 ບໍ່​ໄດ້​ແກ້​ບັນຫາ​ອາການ”ສາຍ​ຫລຸດ”ຂະນະ​ສົນທະນາ ເມື່ອ​ເປັນ​ເຊັ່ນ​ນີ້​ແລ້ວ​ແອບ​ເປີ້ນ​ຈະ​ວ່າ​ຢ່າງໃດ​ຕໍ່ໄປ?

ສະ​ຕີ​ຟ ຈອບສ໌ (Steve Jobs) ເຄີຍ​ອະທິບາຍ​ວ່າ ຜູ້​ບະ​ຫລິ​ໂພກ​ຈະ​ໃຊ້​ແກັດ​ເຈັດ​ທີ່​ມີ​ລາ​ຄາ (iPhone 4) ດ້ວຍ​ມື​ຂວາ ຫລືພຽງເເຕ່ຖື​ມັນ​ດ້ວຍ​ມື​ຂວາ​ກໍ​ສາມາດ​ຫລີກ​ລ້ຽງ​ບັນຫາ​ສັນຍາ​ນຫົດຫາຍ​ໄດ້​ແລ້ວ ມັນ​ບໍ່​ໄດ້​ມີ​ບັນຫາ​ແຕ່​ຢ່າງ​ໃດ ຢ່າງໃດ​ກໍ​ຕາມ ຜູ້​ໃຊ້​ສ່ວນ​ໃຫຍ່​ຄາດ​ວ່າ ເຫລົ່າ​ອັດ​ສະ​ລິ​ຍະ​ທາງ​ດ້ານ​ຊອຟົຕ໌​ແວລ໌​ຂອງ​ແອບ​ເປີ້ນ​ຈະ​ສາມາດ​ແກ້​ບັນຫາ​ດັ່ງ​ກ່າວ​ດ້ວຍ ຊອຟົຕ໌​ແວລ໌​ໄດ້

ອ້າງ​ອິງ​ຂໍ້​ມູນ​ຈາກ​ເວັບ​ໄຊຕ໌ Gizmodo ລະ​ບຸ AppleCare ຢືນຢັນ​ແລ້ວ​ວ່າ ຊອຟົຕ໌​ແວລ໌​ອັບ​ເດດ​ທີ່​ກຳ​ລັງ​ຈະ​ອອກ​ມາ​ບໍ່​ສາມາດ​ແກ້​ບັນຫາ​ການ​ຮັບ​ສາຍ ຫລື​ຮຽກ​ສາຍ​ຂອງ iPhone 4 ໃນ​ກໍລະນີ​ທີ່​ຂາດ​ການ​ເຊື່ອມ​ຕໍ່ ຫລື​ເວົ້າ​ງ່າຍໆ ວ່າ  “ສາຍ​ຫລຸດ” ເນື່ອງ​ຈາກ​ສັນຍາ​ນອ່ອນ ພ້ອມ​ທັງ​ແນະ​ນຳ​ວ່າ ວິທີ​ແກ້​ບັນຫາ​ຄື ຊື້​ຊອງ​ໃສ່ ຫລື​ຖື​ດ້ວຍ​ມື​ຂວາ​ຢ່າງ​ທີ່​ ປ໋າ ຈອບສ໌​ ຂອງເຮົາແນະ​ນຳ ຢ່າງໃດ​ກໍ​ຕາມ ລາຍ​ງານ​ຂ່າວ​ກ່ອນ​ໜ້າ​ນີ້​ແອບ​ເປີ້ນ​ໝັ່ນໃຈ​ວ່າ ການ​ແກ້​ໄຂ​ໃຫ້​ການ​ສະແດງ​ແທ່ງ​ຄວາມ​ແຮງ​ຂອງ​ສັນ​ຍານ​ຈະ​ຊ່ວຍ​ໃຫ້​ຜູ້​ໃຊ້ສະບາຍໃຈ​ຂຶ້ນ ແຕ່​ມັນ​ບໍ່ເປັນເຊັນນັ້ນ

AppleCare ໄດ້​ຢືນຢັນ​ເຖິງ​ສາມ​ເທື່ອ​ກັບ Gizmodo ວ່າ ຊອ​ຟົຕ໌​ແວລ໌​ອັບ​ເດດ​ຈະ​ບໍ່​ໄດ້​ແກ້​ບັນຫາ​ເສົາ​ອາ​ກາດ ແຕ່​ເປັນພຽງ​ການ​ແກ້​ໃຫ້​ການ​ສະແດງ​ຜົນ​ຄວາມ​ແຮງ​ຂອງ​ສັນ​ຍານ​ທີ່​ມີ​ຢູ່ໃນ​ບໍລິເວນ​ນັ້ນ​ມີ ຄວາມ​ຖືກ​ຕ້ອງ​ຫລາຍ​ຂຶ້ນ ຊຶ່ງ​ທາງ Gizmodo ເອງ​ກຳ​ລັງ​ພະຍາຍາມ​ໃຫ້​ແອບ​ເປີ້ນ​ໃຫ້​ຊອງ​ໃສ່ ຫລື bumper ຟຣີ ເພື່ອ​ແກ້​ບັນຫາ “ຂະນະ​ທີ່ຍ​ອດ​ຂາຍ iPhone 4 ກຳ​ລັງ​ພຸ່ງ​ພວດ ແຕ່​ໜ້າ​ເສົ້າ​ທີ​ສາວົກ​ແອບ​ເປີ້ນ​ບໍ່​ໄດ້​ສົນ​ໃຈ​ວ່າ ກຳ​ລັງ​ຊື້​ຜະລິດຕະພັນ​ທີ່ພຽງແຕ່​ເຮັດວຽກ​ໄດ້ (ແຕ່​ບໍ່​ຮູ້​ໃຊ້​ງານ​ໄດ້​ຢ່າງ​ສົມບູນ​ຫລື​ບໍ່?) ພວກ​ພວກເຂົາ​ສົນ​ໃຈ​ພຽງແຕ່ຕ້ອງ​ການ​ອຸປະກອນ​ທີ່​ມີ​ລາ​ຄາ​ແພງ​ກັບ​ໂລ​ໂກ​ຫມາກໄມ້​ເທິງ​ຕົວ​ເຄື່ອງ​ເທົ່າ ນັ້ນ”

ຂໍ້​ມູນ​ຈາກ: pcmag, arip

ລອງອ່ານກ່ຽວກັບ  Samsung ກຳລັງຈະວາງຈຳຫນ່າຍ Galaxy S Wifi 4.0 ແລະ 5.0 ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.