ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Apple ໂຊຜົນປະກອບການໄຕມາດລ່າສຸດ ດີເກີນທີ່ຄາດໄວ້

ຂ່າວໄອທີ

ຈາກ​ທີ່​ຄາດ​ການ ກັນ​ໄວ້​ວ່າ​ຕົວ​ເລກ​ຂາຍ​ໄດ້​ຂອງ​ແອບ​ເປີນ​ຈະ​ເພີ່ມ​ຂຶ້ນ​ສອງ​ເທົ່າ ຜົນ​ທີ່​ອອກ​ມາ​ກໍ​ບໍ່​ເຮັດໃຫ້​ກອງ​ເຊຍ​ຜິດ​ຫວັງ​ເພາະ​ມັນ​ດີ​ຍິ່ງ​ກວ່າ​ທີ່​ຄາດ​ການ​ໄວ້​ອີກ! ໂດຍ​ແອບ​ເປີນ​ຖະແຫລງ​ຜົນ​ປະກອບ​ການ​ໄຕ​ມາດ​ທີ່3 (ຕາມ​ວິທີ​ການ​ນັບ​ໄຕ​ມາດ​ຂອງ​ບໍລິສັດ) ມີ​ລາຍ​ລະອຽດ​ທາງ​ການ​ເງີນ​ດັ່ງ​ນີ້

  • ຍອດ​ຂາຍ​ລວມ 15.7 ພັນ​ລ້ານ​ຫລຽນຯ ເພີ່ມ​ຂຶ້ນ 61% ທຽບ​ກັບ​ໄຕ​ມາດ​ດຽວ​ກັນ​ໃນ​ປີ​ທີ່​ແລ້ວ
  • ກຳ​ໄລ​ສຸດ​ທິ 3.35 ພັນ​ລ້ານ​ຫລຽນຯ ຄິດ​ເປັນ 3.51 ຫລຽນຯ ​ຕໍ່​ຫຸ້ນ ເພີ່ມ​ສູງ​ຂຶ້ນ 78% ທຽບ​ກັບ​ປີ​ກ່ອນ
  • ກຳ​ໄລ​ຂັ້ນ​ຕົ້ນ 39.1% ລຸດລົງ​ຈາກ​ປີ​ກ່ອນ​ຊຶ່ງ​ຢູ່​ທີ່ 40.9% ສາ​ເຫດ​ໜ້າ​ຈະ​ມາ​ຈາກ​ການ​ຂາຍ iPad ຊຶ່ງ​ເຊື່ອ​ວ່າ​ເປັນ​ສິນ​ຄ້າ​ທີ່​ບໍ່​ເນັ້ນ​ເຮັດ​ກຳ​ໄລ​ສູງ
  • Macs ຂາຍ​ໄດ້ 3.47 ລ້ານ​ເຄື່ອງ​ສະເພາະ​ໄຕ​ມາດ​ນີ້ ເພີ່ມ​ຂຶ້ນ 33% ຈາກ​ປີ​ກ່ອນ
  • ນັກ​ວິ​ເຄາະ​ໃຫ້ iPad ເປັນປັດໃຈສຳຄັນ​ຂອງ​ການເຮັດ​ລາຍ​ໄດ້​ຖະ​ຫລົ່ມ​ທະ​ລາຍ​ນີ້ ໂດຍ​ແອບ​ເປີນ​ຖະແຫລງວ່າ​ຂາຍ​ໄປ​ໄດ້ 3.27 ລ້ານ​ເຄື່ອງ​ໃນ​ໄຕ​ມາດ​ທີ່​ຜ່ານມາ
  • ຍອດ​ຂາຍ iPhone ລວມ 8.4 ລ້ານ​ເຄື່ອງ​ເພີ່ມ​ຂຶ້ນ 61% ຈາກ​ປີ​ກ່ອນ​ໂດຍ​ຕົວ​ເລກ​ນີ້ລວມ iPhone 4 ຊ່ວງ​ເປີດ​ຕົວ​ໄວ້​ດ້ວຍ
  • ມີ​ຕົວ​ເລກ​ທີ່​ບໍ່​ດີ​ນຳ iPod ຂາຍ​ໄດ້ 9.41 ລ້ານ​ເຄື່ອງ​ລຸດລົງ​ຈາກ​ປີ​ກ່ອນ 8% ແຕ່​ຖ້າ​ຈຳ​ແນ​ກລະອຽດ​ແລ້ວ​ ສະເພາະ iPod Touch ມີ​ຍອດ​ຂາຍ​ເພີ່ມ​ສູງ​ຂຶ້ນ 48% ລວມ​ເຖິງ iPod ກໍ​ຍັງ​ຄອງ​ສ່ວນ​ແບ່ງ​ຕະຫລາດ​ອຸປະກອນ​ຟັງ​ເພງ​ອັນ​ດັບ1ຢູ່
  • ແອບ​ເປີນ​ຄາດ​ການລາຍ​ໄດ້​ໃນ​ໄຕ​ມາດ​ຫນ້າທີ່ 18 ພັນ​ລ້ານ​ຫລຽນຯ ຊຶ່ງ​ຍັງ​ຄົງ​ສູງ​ກວ່າ​ທີ່​ນັກ​ວິ​ເຄາະ​ປະ​ເມີນ​ເຊັ່ນ​ເດີມ

ນັກ​ວິ​ເຄາະ​ເບິ່ງວ່າ​ຜູ້​ລົງ​ທຶນ​ມີ​ຄວາມ​ກັງ​ວົນ​ຕໍ່​ບັນຫາ​ຂອງ iPhone 4 ແຕ່​ເມື່ອ​ເຫັນ​ຍອດ​ຂາຍ​ແລະ​ກຳ​ໄລ​ທີ່​ຖະ​ຫລົ່ມ​ທະ​ລາຍ​ດັ່ງ​ນີ້​ກໍ​ຄາຍ​ຄວາມ​ກັງ​ວົນ​ໄປ​ໄດ້ ໂດຍ​ຫຸ້ນ​ມີ​ລາ​ຄາ​ເພີ່ມ​ຂຶ້ນ 3% ໃນ​ຊົ່ວ​ໂມງ​ສຸດ​ທ້າຍ​ກ່ອນ​ປິ​ດຕະຫລາດ​ຫລັກ​ຊັບ

ສຳລັບ​ຄົນທີ່​ລຸ້ນ​ວ່າ​ໄຕ​ມາດ​ນີ້​ແອບ​ເປີນ​ຈະ​ແຊງ​ໄມ​ໂຄ​ຊອຟົທ໌​ໄດ້​ຫລື​ບໍ່ ລໍ​ຜົນ​ປະກອບ​ການ​ທີ່​ຈະ​ອອກ​ມາ​ໃນ​ວັນພະຫັດທີ່22ນີ້ ​ຂອງ​ໄມ​ໂຄ​ຊອຟທ໌​ຕາມ​ເວລາ​ໃນ ອະ​ເມລິ​ກາ​ກັນ​ຕໍ່ໄປ

ທີ່​ມາ : MacWorld, Reuters, blognone

ລອງອ່ານກ່ຽວກັບ  Free App ໃນ Android Market ແຊງຫນ້າ Free App ຂອງ iPhone ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.