ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Kindle 3 ນ້ອຍ,ເບົາ,ຄົມຊັດ ກວ່າລຸ້ນເກົ່າ ລາຄາຖືກລົງ

ຂ່າວໄອທີ

ເມື່ອວັນ​ພຸດ​ທີ່​ຜ່ານມາ Amazon ປະ​ກາດ​ເປີດ​ຕົວ Kindle ເຄື່ອງ​ອ່ານ​ອີ​ບຸ໊​ກ​ລຸ້ນ​ໃໝ່​ທີ່​ມີ​ຂະໜາດ​ນ້ອຍ​ກວ່າ ເບົາ​ກວ່າ ແລະ​ແຈ້ງ​ກວ່າ​ເກົ່າ ພ້ອມ​ດ້ວຍ​ຄຸນສົມບັດໄຮ້​ສາຍ Wi-Fi ໃນ​ລາ​ຄາ​ທີ່​ຖືກ​ກວ່າ Nook Wi-Fi ຂອງ B&N ຂະນະ​ດຽວ​ກັນ​ມີ​ລຸ້ນ​ທີ​ມາ​ພ້ອມ​ກັບ 3G ທີ່​ມີ​ລາ​ຄາ​ສູງ​ກວ່າ​ດ້ວຍ

ເຄື່ອງ​ອ່ານ​ອີ​ບຸ໊​ຄ Kindle ລຸ້ນ​ໃໝ່​ລ່າ​ສຸດ​ຂອງ Amazon ຈະ​ມີ​ໃຫ້​ເລືອກ 2 ເວີລ໌​ຊັນ​ນຳກັນ​ຄື ລຸ້ນ​ທີ່​ມາ​ພ້ອມ​ກັບ Wi-Fi + 3G ຈະ​ມີ​ລາ​ຄາ​ຢູ່​ທີ່ 189 ຫລຽນຯ ແລະ​ລຸ້ນ Wi-Fi ຢ່າງ​ດຽວ ລາ​ຄາ 139 ຫລຽນຯ ຊຶ່ງ​ຈະ​ຖືກ​ກວ່າ Nook Wi-Fi ຂອງ B&N ຢູ່ 10 ຫລຽນຯ ໂດຍ Kindle ລຸ້ນ​ໃໝ່​ມີ​ໃຫ້​ເລືອກ 2 ສີ​ຄື ດຳ​ແລະ​ສີ​ຂາວ ທັງ​ນີ້​ທາງ​ບໍລິສັດ​ຈະ​ເລີ່ມ​ສາມາດ​ສົ່ງ​ສິນ​ຄ້າ​ໃຫ້​ລູກ​ຄ້າ​ໄດ້​ຕັ້ງ​ແຕ່​ວັນທີ່ 27 ສິງ​ຫານີ້ ເປັນ​ຕົ້ນ​ໄປ

ສຳລັບ ຄຸນສົມບັດ​ອື່ນໆ ຂອງ Kindle ລຸ້ນ​ໃໝ່​ກໍ​ຈະ​ມີ​ຕັ້ງ​ແຕ່​ເລື່ອງ​ຂອງ​ດີ​ໄຊນ໌​ທີ່​ນ້ອຍ​ກະ​ທັດ​ຮັດ​ກວ່າ​ເກົ່າ21% ຫນ່ວຍ​ຄວາມ​ຈຳ​ເພີ່ມ​ຂຶ້ນ​ເປັນ 4GB (ເກັບ​ອີ​ບຸ໊​ກ​ໄດ້ 3,500 ໄຕ​ເຕີ້ນ) ຈາກ​ເດີມ​ 2GB ແລະ​ແບດ​ເຕີ​ລີ່​ໃຊ້​ງານ​ໄດ້​ດົນ 2 ເທົ່າ (4 ອາທິດ​ຈາກ 2 ອາທິດ ເມື່ອ​ປິ​ດສະ​ວິດ​ການ​ເຊື່ອມ​ຕໍ່​ໄຮ້​ສາຍ) ໜ້າ​ຈໍ​ຂະໜາດ 6 ນິ້ວ ຄືກັບ​ເວີລ໌​ຊັນ​ທຳອິດ ນ້ຳ​ໜັກ​ 8.7 ອອນຊ໌ (247 ກຣາມ) ຫລື​ເບົາ​ກວ່າ​ເກົ່າ 15% ໜ້າ​ຈໍ​ຈະ​ມີ​ຄອນ​ຊາດ​ຫລາຍກວ່າ​ເກົ່າ 50% ຄືກັບ Kindle DX Graphite ປ່ຽນ​ໜ້າ​ໄວ​ຂຶ້ນ 20% ສຽງ​ຄິກ​ຂອງ​ປຸ່ມ​ປ່ຽນ​ໜ້າ​ເບົາ​ກວ່າ​ເດີມ (ຈົນ​ແທບ​ບໍ່​ໄດ້ຍິນ) ໃຊ້ທ່ອງ​ເວັບ​ໄດ້ ພ້ອມ​ຟັງກ໌​ຊັນ Text-to-speech ຫລື “ອ່ານ​ໃຫ້​ຟັງ” ນອກ​ຈາກ​ນີ້​ຍັງມີ​ການ​ເພີ່ມ​ຄວາມ​ສາມາດ​ຂອງ​ໂປ​ແກມ​ອ່ານ PDF ສາມາດ​ເປີດ​ຫາ​ສັບ​ໃໝ່ ໄຮ​ໄລທ໌​ຂໍ້ຄວາມ ແລະ​ສະໜັບສະໜູນ​ການ​ໃສ່​ລະ​ຫັດ​ຜ່ານ​ປ້ອງ​ກັນ​ການ​ເປີດ​ໄຟລ໌​ເອກະສານ PDF ໄດ້​ອີກ​ດ້ວຍ Jeff Bezos ຊີ​ອີ​ໂອ​ຂອງ Amazon ຕັ້ງ​ຄວາມ​ຫວັງ​ໄວ້​ວ່າ Kindle 3 ຈະ​ສາມາດ​ຈຸດ​ລະ​ເບີດ​ຄວາມ​ສົນ​ໃຈ​ຂອງ​ຜູ້​ບໍລິ​ໂພກ​ໃນ​ວົງ​ກວ້າງ​ຫລາຍ​ຍິ່ງ​ຂຶ້ນ

ທີ່ມາ: pcmag, arip.co.th

ລອງອ່ານກ່ຽວກັບ  Kindle ຂາຍ E-Book ໄດ້ຫລາຍເເຊງຫນ້າ ຫນັງສືປົກເເຂງ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.