ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Adobe ອຸດຊ່ອງໂຫວ່ຮ້າຍແຮງໃນ Reader

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າ​ສຸດ ອະ​ໂດ​ບີ້ (Adobe) ອຸດ​ຊ່ອງ​ໂຫວ່​ຮ້າຍແຮງ 17 ແຫ່ງ​ທີ່​ພົບ​ໃນ​ຊອຟົຕ໌​ແວລ໌ PDF Reader ແລະ Acrobat ຊຶ່ງ​ຄອບ​ຄຸມ​ເວີລ໌​ຊັນ​ທີ່​ເຮັດວຽກ​ເທິງ​ລະບົບ​ປະຕິບັດການ Windows , Mac ແລະ Unix ທັງ​ນີ້​ເພື່ອ​ປ້ອງ​ກັນ​ການ​ໂຈມ​ຕີໂດຍ​ແຮກ​ເກີລ໌​ທີ່​ບໍ່​ຫວັງ​ດີ

ສຳລັບ​ອັບ​ເດດ​ຂອງ​ຊອຟົຕ໌​ແວລ໌​ດັ່ງ​ກ່າວ​ຈະ​ສົ່ງ​ຜົນ​ກະທົບ​ກັບ​ຜູ້​ໃຊ້ Adobe Reader/Acrobat 9.3.2 (ແລະ​ເວີລ໌​ຊັນ​ກ່ອນ​ໜ້າ​ນີ້) ນອກ​ຈາກ​ແກ້​ໄຂ​ບັນຫາ​ລະບົບ​ຮັກສາ​ຄວາມ​ປອດ​ໄພ​ທີ່​ມີ​ການ​ເປີດ​ເຜີຍ​ອອກ​ມາ​ກ່ອນ​ໜ້າ​ນີ້​ແລ້ວ ມັນ​ຍັງມີ​ການ​ແກ້​ໄຂ​ການ​ໂຈມ​ຕີ​ດ້ວຍ​ເທກ​ນິກ Social Engineering (PDF “/Launch”) ທີ່​ແຮກ​ເກີລ໌​ສາມາດ​ໃຊ້​ປະໂຫຍດ​ຈາກ​ໄຟລ໌ PDF ໃນ​ການ​ໂຈມ​ຕີ​ໄດ້​ແມ່ນ​ຈະ​ບໍ່​ມີ​ຊ່ອງ​ໂຫວ່ ແລະ​ບໍ່​ຕ້ອງ​ອາໄສ​ຈາ​ວາສະຄິບທ໌​ອີກ​ດ້ວຍ ຊຶ່ງ​ກົນ​ໄກ​ການ​ໂຈມ​ຕີ​ດ້ວຍ​ວິທີ​ນີ້​ຖືກ​ເປີດ​ເຜີຍ ໂດຍ​ນັກ​ວິ​ໄຈ Didier Stevens ທັງ​ນີ້​ພວກເຂົາ​ໄດ້​ສາ​ທິດ​ໃຫ້​ກັບ​ທາງ​ອະ​ໂດ​ບີ້​ໄດ້​ເຫັນ​ແລ້ວ​ວ່າ ໄຟລ໌ PDF ທີ່​ພວກເຂົາ​ສ້າງ​ຂຶ້ນ​ສາມາດ​ສັ່ງ​ລັນ​ໂຄ້​ດທີ່​ເຮັດວຽກ​ໄດ້​ແລະ​ຝັງ​ຢູ່ໃນ​ໄຟລ໌​ໂດຍ​ບໍ່​ຕ້ອງ ອາໄສ​ຊ່ອງ​ໂຫວ່​ຂອງ​ລະບົບ​ຮັກສາຄວາມ​ປອດ​ໄພ

ໄຟລ໌ PDF ທີ່​ຖືກ​ແຮກ​ເພື່ອ​ໃຫ້​ສາມາດ​ເຮັດວຽກ​ໄດ້​ໃນ​ລັກສະນະ​ດັ່ງ​ກ່າວ ເມື່ອ​ໃຊ້​ຮ່ວມ​ກັບ​ການ​ຫລອກລໍ້​ຜູ້​ໃຊ້​ດ້ວຍ​ເທກ​ນິກ Social Engineering ເພື່ອ​ໃຫ້​ຄິກ​ຍອມ​ຮັບ​ການ​ສັ່ງ​ລັນ​ຂອງ​ໂຄ້​ດ​ທີ່​ຝັງ​ຢູ່​ພາຍ​ໃນ ພຽງສຳ​ນີ້​ຜູ້​ບໍ່​ຫວັງ​ດີ​ກໍ​ສາມາດ​ເຂົ້າ​ໂຈມ​ຕີ​ລະບົບ​ຂອງ​ຜູ້​ໃຊ້​ໄດ້​ແລ້ວ ຊຶ່ງ​ທາງ​ອະ​ໂດ​ບີ້​ໄດ້​ເພີ່ມ​ຟັງກ໌​ຊັນ​ທີ່​ຕຽມໂຕ​ປ້ອງ​ກັນ (block) ຄວາມ​ພະຍາຍາມ​ທີ່​ຈະ​ເປີດ​ການເຮັດວຽກຫລື​ອອບ​ເຈກຕ໌ (ໂຄ້​ດ​ໂປ​ແກມ) ອັນຕະລາຍ​ໄວ້​ຕັ້ງ​ແຕ່​ເລີ່ມ​ຕົ້ນ ພ້ອມ​ທັງ​ໄດ້​ປຽນ​ວິທີ​ການເຮັດວຽກ​ຂອງ​ໄດ​ອະ​ລັອກ​ບ໊ອ​ກົຊ໌​ແຈ້ງ​ເຕືອນ ເພື່ອ​ຂັດ​ຂວາງ​ການ​ຫລອກ​ລໍ້ຜູ້​ໃຊ້​ດ້ວຍ​ເທກ​ນິກ social engineering ສຳລັບ​ເວີລ໌​ຊັນ​ອັບ​ເດດ​ຂອງ Adobe Acrobat ແລະ Reader ກໍ​ຈະ​ມີ 8.2.3 ແລະ 9.3.3 ແຕ່​ທາງ​ອະ​ໂດ​ບີ້​ແນະ​ນຳ​ໃຫ້​ໃຊ້​ເວີລ໌​ຊັນ 9.x ຈະ​ດີກວ່າ ທ່ານ​ຜູ້​ອ່ານ​ສາມາດ​ເຂົ້າໄປ​ດາວນ໌​ໂຫລດ​ໄດ້​ທີ່ get.adobe.com/reader ຫລື​ເປີດ​ໂປ​ແກມ Reader ເລືອກ​ເມ​ນູ Help ຄິກ Check for Updates

ຂໍ້​ມູນ ຈາກ: pcmag, Arip

ລອງອ່ານກ່ຽວກັບ  Apple ດັນເທັກໂນໂລຢີໃຫມ່ເເທ່ນທີ່ Flash

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.