ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Acer Stream ແອ​ນດຼອຍດ໌​ໂຟນ ຂອງ Acer

ຂ່າວໄອທີ, ໂທລະສັບ

ລາຍ​ງານ​ຂ່າວ​ລ່າ​ສຸດ ເອ​ເຊີລ໌ (Acer) ບໍລິສັດ​ຜູ້​ຜະລິດ​ຄອມພິວເຕີ​ອັນ​ດັບ​ສອງ​ຂອງ​ໂລກ ເລັ່ງ​ເຄື່ອງ “ແອ​ນດຼອຍດ໌​ໂຟນ” (Android phone) ທີ່​ກຳ​ລັງ​ມາ​ແຮງ​ຢູ່ໃນ​ຂະນະ​ນີ້​ດ້ວຍ​ນ້ອງ​ໃໝ່​ຢ່າງ Acer Stream ແອ​ນດຼອຍດ໌​ໂຟນ​ທີ່​ຕອບ​ໂຈດຄວາມ​ຕ້ອງ​ການ​ຂອງ​ຜູ້​ໃຊ້​ໄດ້​ຢ່າງ​ຄົບ​ຖ້ວນ​ທັງ​ໃນ​ເລື່ອງ ຂອງ​ດີ​ໄຊນ໌ ແລະ​ປະ​ສິດ​ທິ​ພາບ​ຂອງ​ການເຮັດວຽກ

Acer Stream ແອ​ນດຼອຍດ໌​ໂຟນ​ຂອງ Acer ລຸ້ນ​ໃໝ່​ລ່າ​ສຸດ ມາ​ພ້ອມ​ກັບ​ລະບົບ​ປະຕິບັດການ Android 2.1 ໜ້າ​ຈໍ​ສະແດງ​ຜົນ AMOLED WVGA ເຮັດວຽກ​ດ້ວຍ​ລະບົບ​ສຳ​ຜັດ ອັດຕາ​ຄອນ​ຊາດ 2000:1 ໃຫ້​ຄວາມ​ຄົມຊັດສູງ ຊີ​ພີ​ຍູ​ທີ່​ໃຊ້​ເປັນ Snapdragon 1GHz (Nexus One, HTC Desire, ແລະ ອື່ນໆ) ຫນ່ວຍ​ຄວາມ​ຈຳ 512MB ສະ​ຕໍ​ເລດ​ແຟັສ 2GB ພ້ອມ​ຊ່ອງ​ໃສ່​ກາດ​ໜ່ວຍ​ຄວາມ​ຈຳ microSD ແລະ​ກ້ອງ​ຖ່າຍ​ຮູບ​ດິ​ຈິ​ຕອນ 5 ລ້ານ​ເມ​ກ່າ​ພິກ​ເຊວ

Acer Stream ຍັງ​ຈະ​ມີ​ພອລ໌​ຕ​ເອົາຕ໌​ພຸດ HDMI ສຳລັບ​ເຊື່ອມ​ຕໍ່​ກັບ​ທໍລະທັດ ສາມາດ​ຖ່າຍ​ວິ​ດີ​ໂອ​ໄຮ​ເດ​ຟຯ (HD) ທີ່ 720p ຮອງ​ຮັບ​ການ​ເຊື່ອມ​ຕໍ່​ໄຮ້​ສາຍ​ດ້ວຍ Bluetooth 3.0 ແລະ Wi-Fi b/g/n ພ້ອມ​ດ້ວຍ​ລະບົບ GPS ດີ​ໄຊນ໌​ເຄື່ອງ​ບາງ​ພຽງແຕ່ 11.2 ມມ. ເທົ່າ​ນັ້ນ ສຳລັບ​ອິນ​ເຕີລ໌​ເຟ​ຊ​ຍັງ​ຄົງ​ໃຊ້​ອິນ​ເຕີລ໌​ເຟ​ຊເກົ່າ​ຂອງ​ເອ​ເຊີລ໌ ສ່ວນ​ລາ​ຄາ​ຢູ່​ທີ່ 615 ຫລຽນຯ

ທີ່ມາ: ibtimes, arip.co.th

ລອງອ່ານກ່ຽວກັບ  ກຳລັງມາແຮງ Dropbox ມີຖານຜູ້ໃຊ້ໃນປະຈຸບັນສູງເຖິງ 25ລ້ານ User

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.