ເລື່ອງລາວຂອງ TECH, STARTUP, ແລະ DIGITAL

(Youtube) ຢູ​ທູບ ​ເພີ່ມ​ບໍລິການ”ຕັດ ຕໍ່​ວິ​ດີ​ໂອ”ເທິງ​ເວັບ

ຂ່າວໄອທີ

ລາຍ​ງານ​ຂ່າວ​ລ່າສຸດ ຢູ​ທູບ (YouTube) ໄດ້​ເພີ່ມ​ຄຸນສົມບັດ​ການເຮັດວຽກ​ໃໝ່​ໃຫ້​ກັບ​ສະມາຊິກ​ເວັບ​ໄຊຕ໌​ຯ ດ້ວຍ​ການ​ໃຫ້​ບໍລິການ​ຕັດ​ຕໍ່​ວິ​ດີ​ໂອ (video editor) ຈາກ​ໃນ​ເວັບ​ໄຊຕ໌​ຢູທູບ​ໄດ້​ເລີຍ ຊຶ່ງ​ມັນ​ເປັນ​ຄຸນສົມບັດ​ການເຮັດວຽກງານ​ທີ່​ຜູ້​ໃຊ້​ລໍ​ຖ້າ​ມາ​ຫລາຍ​ປີ​ແລ້ວ ການ​ພັດທະນາ​ຄຸນສົມບັດການເຮັດວຽກ​ດັ່ງ​ກ່າວ​ຈຶ່ງ​ຖື​ໄດ້​ວ່າ​ເປັນ​ອີກ​ກ້າວ​ຂອງ​ຜູ້​ນຳ​ໃນ​ບໍລິການ ຕົວ​ຈິງ

Rushabh Doshi ແລະ Josh Siegel ວິ​ສະວະກອນ ແລະ​ຜູ້​ຈັດການ​ຝ່າຍ​ຜະລິດຕະພັນ​ຂອງ​ຢູທູບ ທັງ​ສອງ​ເປັນ​ຜູ້​ຢູ່​ເບື້ອງ​ຫລັງ​ຄວາມ​ສຳ​ເລັດ​ຂອງ​ບໍລິການ video editor ໂດຍ​ພວກ​ພວກເຂົາ​ເປີດ​ເຜີຍ​ກ່ຽວກັບ​ບໍລິການ​ໃໝ່​ນີ້​ວ່າ ໂປ​ແກມ​ຕັດ​ຕໍ່​ວິ​ດີ​ໂອ​ເທິງຢູທູບ​ພັດທະນາ​ໂດຍ​ໃຊ້ JavaScript ແມ່ນ​ຈະ​ມີ​ຮູບ​ແບບ​ທີ່​ລຽບ​ງ່າຍ ແຕ່​ມັນ​ສາມາດ​ໃຫ້​ບໍລິການ​ຕັດ​ຕໍ່​ວິ​ດີ​ໂອ​ຂັ້ນ​ພື້ນ​ຖານ​ໄດ້​ເປັນ​ຢ່າງ​ດີ ຜູ້​ໃຊ້​ສາມາດ​ຕັດ​ແຍກ​ສ່ວນ​ຂອງ​ວິ​ດີ​ໂອ​ທີ່​ເຈົ້າ​ຕົວ​ອັບ​ໂຫລດ​ຂຶ້ນ​ໄປ ເພື່ອ​ນຳ​ມັນ​ມາ​ຈັດ ລຽງ​ລຳ​ດັບ​ຕໍ່​ກັນ​ໃໝ່ ແລະ​ສາມາດ​ເລືອກ​ເພງ​ໃສ່​ເຂົ້າໄປ​ໃນ​ວິ​ດີ​ໂອ​ຈາກ​ໄລ​ບຼາ​ລີ່​ຂອງຢູທູບ​ທີ່​ມີ​ຢູ່ 40,000 ກວ່າ​ເພງ​ທີ່​ຜ່ານ​ການ​ກວດ​ສອບ​ແລ້ວ​ໄດ້​ອີກ​ດ້ວຍ (ລະບົບ​​ຍັງ​ບໍ່​ເປີດ​ໃຫ້​ອັບ​ໂຫລດ​ໄຟລ໌​ສຽງ​ເຂົ້າໄປ​ໄດ້​ເອງ ແຕ່​ກຳ​ລັງ​ຢູ່ໃນ​ລະຫວ່າງ​ການ​ພັດທະນາ​ໃຫ້​ເຮັດ​ໄດ້)

Siegel ກ່າວ​ວ່າ ແກ່ນ​ຂອງ​ແນວ​ຄິດ​ທີ່​ຢູ່​ເບື້ອງ​ຫລັງ​ຂອງ video editor ກໍ​ຄື ການເຮັດໃຫ້​ຜູ້​ໃຊ້​ໄດ້​ໃຊ້​ຄຸນສົມບັດ​ພື້ນ​ຖານ​ໃນ​ການ​ຕັດ​ຕໍ່​ທີ່​ຈຳ​ເປັນ​ຜ່ານ​ລະບົບ cloud computing ໂດຍ​ມຸ້ງ​ເນັ້ນ​ໃຫ້​ຜູ້​ໃຊ້​ສາມາດ​ໃຊ້​ງານ​ໄດ້​ຢ່າງ​ສະ​ດວກ​ທີ່ສຸດ​ແມ່ນ​ຈະ​ເປັນ​ການເຮັດວຽກ​ຈາກ ໃນ​ບຼາວ​ເຊີລ໌​ກໍ​ຕາມ ສ່ວນ Doshi ກໍ​ໄດ້​ໃຫ້​ຄວາມ​ເຫັນ​ເພິ່ມເຕິມ​ວ່າ ໂຄງ​ການ​ນີ້​ຕ້ອງ​ການ​ຮັກສາ​ອິນ​ເຕີລ໌​ເຟ​ຊ​ທີ່​ລຽບ​ງ່າຍ ແລະ​ໃຫ້​ມັນ​ເບົາ​ທີ່ສຸດ ເພື່ອ​ໃຫ້​ລະບົບ​ການເຮັດວຽກທັງ​ໝົດ​ໄປ​ຢູ່​ທີ່​ກະ​ບວນ​ການ​ປະ​ມວນ​ຜົນ​ວິ​ດີ​ໂອ ຊຶ່ງ​ເຮັດວຽກ​ຢູ່​ເທິງ​ລະບົບ​ໂຄງ​ສ້າງ​ພື້ນ​ຖານ​ຂອງ​ກູ​ເກີ້ນ ແລະ​ດ້ວຍ​ຄວາມ​ທີ່​ມັນ​ເປັນ​ລະບົບ​ທີ່​ໃຊ້​ງານ​ງ່າຍ ເຮັດໃຫ້​ມັນ​ສາມາດ​ລັນ​ເທິງ​ຄອມພິວເຕີ​ລະ​ດັບ​ກາງ​ທີ່​ມີ​ພະລັງ​ປະ​ມວນ​ຜົນ​ບໍ່​ສູງ​ປານໃດໄດ້ ລວມເຖິງ​ການ​ແກ້​ໄຂ​ຄິບ​ວິ​ດີ​ໂອ​ໄຮ​ເດ​ຟຯ​ສັ້ນໆ ເນື່ອງ​ຈາກ​ການ​ປະ​ມວນ​ຜົນ​ສ່ວນ​ໃຫຍ່​ຈະ​ເຮັດ​ເທິງ​ລະບົບ cloud ຂອງ​ກູ​ເກີ້ນ ບໍ່​ໄດ້​ຢູ່​ເທິງ​ເຄື່ອງ​ຂໍ​ຜູ້​ໃຊ້ ຊຶ່ງ​ແຕກ​ຕ່າງ​ຈາກ​ຊອຟົຕ໌​ແວລ໌​ຕັດ​ຕໍ່​ໄຮ​ເອັນດ໌​ທີ່​ອາໄສ​ພະລັງ​ປະ​ມວນ​ຜົນ​ຈາກ ຄອມພິວເຕີ​ຂອງ​ຜູ້​ໃຊ້​ເປັນ​ຫລັກ ນອກ​ຈາກ​ຄວາມ​ສາມາດ​ໃນ​ການ​ຕັດ​ຕໍ່​ແລະ​ໃສ່​ສຽງ​ຈາກ​ໄລ​ບຼາ​ລີ​ຂອງ​ຢູທູບເຂົ້າໄປ​ໄດ້​ແລ້ວ ທັງ​ຄູ່​ຍັງມີ​ຕຽມ​ທີ່​ຈະ​ເພີ່ມ​ຄຸນສົມບັດ​ການເຮັດວຽກໃໝ່​ໆ ເຂົ້າໄປ​ດ້ວຍ​ຢ່າງ​ເຊັ່ນ ຊານ​ສິ​ຊັ່ນ (ຮູບ​ແບບ​ການ​ປ່ຽນ​ຜ່ານ​ໃນ​ແຕ່​ລະ​ຄິບ​ຍ່ອຍ​ທີ່​ຕັດ) ເອ​ຟ​ເຟກຕ໌ ໄຕ​ເຕີ້ນ ແລະ​ການ​ແຍກ​ແຊກ​ສຽງ​ໃນ​ການ​ຕັດ​ຕໍ່​ດ້ວຍ ສຳລັບ​ທ່ານ​ຜູ້​ອ່ານ​ທີ່​ສົນ​ໃຈ​ສາມາດ​ເຂົ້າໄປ ທົດລອງ​ໃຊ້​ງານ​ໄດ້​ທີ່ http://www.youtube.com/editor

ທີ່ມາ: mashable, Arip.co.th

ລອງອ່ານກ່ຽວກັບ  ນຳ Ubuntu ໄປບູດໃນ Chrome Notebook Cr-48 ໄດ້ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.