ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ໄມໂຄຊອຟົທ໌ຕຽມເພີ່ມ Gold Family Pack ລົງ Xbox LIVE ພະຈິກນີ້

ຂ່າວໄອທີ

ໄມ​ໂຄ​ຊອຟົທ໌​ປະ​ກາດ​ວ່າ ໃນ​ເດືອ​ນ ​ພະຈິກ ​ທີ່​ຈະ​ເຖິງ​ນີ້ ຈະ​ເພີ່ມ Gold Family Pack ລົງ Xbox LIVE ລາຍ​ລະອຽດ​ມີ​ດັ່ງ​ນີ້

  • ລາ​ຄາ 99.99 ຫລຽນຯ ຕໍ່​ປີ ຕໍ່ 4 ບັນ​ຊີ​ຜູ້​ໃຊ້ (4 account)
  • ມີ Family Center ເປັນ​ສູນ​ກາງ​ການ​ຈັດການ​ແຕ່​ລະ​ບັນ​ຊີ​ຜູ້​ໃຊ້ ລວມ​ທັງ​ກຳນົດ​ຄ່າ​ຂອງ​ຄອບຄົວ
  • ບັນ​ຊີ​ຜູ້​ໃຊ້​ຫລັກ​ຂອງ Family Pack ສາມາດ​ຊື້​ແລະ​ໃຫ້ Microsoft Points ແກ່​ສະມາຊິກ​ໃນ Family Pack ດຽວ​ກັນ​ໄດ້
  • ສາມາດ​ຮຽກ​ເບິ່ງ​ກິດຈະກຳ​ຂອງ​ແຕ່​ລະ​ບັນ​ຊີ​ຜູ້​ໃຊ້​ໄດ້​ຜ່ານ Xbox.com
  • ສາມາດ​ລວມ​ລາຍ​ການ​ສັ່ງ​ຊື້​ຕ່າງໆ ໃນ Xbox LIVE ເຂົ້າ​ບັນ​ຊີ​ຜູ້​ໃຊ້​ຫລັກ​ໄດ້ ນອກ​ຈາກ​ນັ້ນ​ບັນ​ຊີ​ຜູ້​ໃຊ້​ຫລັກ​ຍັງ​ສາມາດ​ຄວບ​ຄຸມ​ການ​ຊື້​ຕ່າງໆ ໄດ້​ດ້ວຍ

ນອກ​ຈາກ​ນັ້ນ​ໃນ​ເດືອ​ນ ພະຈິກ ນີ້ Xbox LIVE ຍັງ​ຈະ​ເພີ່ມ​ຟີ​ເຈີລ໌​ຕ່າງໆ ໃຫ້​ກັບ​ສະມາຊິກ​ທຸກ​ປະ​ເພດ

  • Family Programming ທີ່​ສາມາດ​ລົບ​ເກມ ໜັງ ຫລື​ຄອນ​ເທນຕ໌​ອອກຈາກ​ແດດ​ບອລ໌​ດ​ໄດ້​ໂດຍ​ຂຶ້ນ​ກັບ ESRB ການ​ຈັດ​ເລດ​ຕິ້ງ​ຂອງ Motion Picture Association of America (MPAA) ແລະ​ລະບົບ TV Parental Guidelines
  • Title exceptions ທີ່​ຍອມ​ໃຫ້​ສະມາຊິກ​ໃນ Family Pack ສາມາດ​ຫລິ້ນ​ເກມ​ບາງ​ເກມ​ທີ່​ມີ​ເລດ​ຕິ້ງ​ເໜືອ​ຄ່າ​ທີ່​ຈັດ​ໂດຍ ESRB ໄດ້
  • ສາມາດ​ກຳນົດ​ຄ່າ​ໂດຍ​ອັດ​ໂນ​ມັດ​ໃຫ້​ກັບ​ແຕ່​ລະ​ບັນ​ຊີ​ຜູ້​ໃຊ້ ຕາມ​ແຕ່​ລະ​ຊ່ວງ​ອາ​ຍຸ​ທີ່​ກຳນົດ​ໃນ​ໂປ​ໄຟລ໌​ໄດ້ ແລະ​ຜູ້​ໃຊ້​ກໍ​ສາມາດ​ກຳນົດ​ຄ່າ​ໄດ້​ເອງ​ພາຍ​ຫລັງ​ໄດ້
  • Family Timer ທີ່​ຊ່ວຍ​ໃຫ້​ກຳນົດ​ຊ່ວງ​ເວລາ​ໃນ​ການ​ໃຊ້​ຄອນ​ໂຊນ​ໄດ້

ທີ່​ມາ: Engadget, Blognone

ລອງອ່ານກ່ຽວກັບ  Google Earth 6 ມາແລ້ວ ພ້ອມກັບ ຟີເຈີຕົ້ນໄມ້ 3 ມິຕິ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.