ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ໄມໂຄຊອຟົທ໌ໂຊ Windows Live Essentials Wave4 ພ້ອມຟີເຈີລ໌ແຕ່ງພາບອັດຕະໂນມັດ

ຂ່າວໄອທີ

Windows Live Essentials Wave 4 ຈະ​ມີ​ແນວ​ຄິດ​ແລະ​ຈຳນວນ​ໂປ​ແກມ​ໃນ​ຊຸດ​ຄື​ກັບ Wave 3 ທີ່​ອອກ​ມາ​ພ້ອມ Windows 7 ນັ້ນ​ຄື​ເປັນ​ສ່ວນ​ເຕີມ​ເຕັມ​ທາງ​ດ້ານ​ພາບ​ແລະ​ວິ​ດີ​ໂອ​ໃຫ້​ກັບ Windows 7 ແຕ່​ໃນ​ເວີລ໌​ຊັນ​ນີ້​ຈະ​ມາ​ເນັ້ນ​ຟີ​ເຈີລ໌​ດ້ານ​ການ​ແຊລ໌​ຮູບ​ພາບ​ແລະ​ວິ​ດີ​ໂອ​ໃນ​ໝູ່​ເພື່ອນ ສະນິດ​ເປັນ​ຫລັກ

Windows Live Mail ການ​ກັບ​ຊາດ​ມາ​ເກີດ​ໃໝ່​ເທື່ອ​ທີ່​ເທົ່າໃດ​ບໍ່​ຮູ້​ຂອງ Outlook Express ຮອບ​ນີ້​ມີ Ribbon ເພີ່ມ​ເຂົ້າ​ມາ ແລະ​ສາມາດ​ແນບ​ໄຟລ໌​ຮູບ​ພາບ​ຂະໜາດ​ໃຫຍ່​ໄດ້ ໂດຍ​ເກັບ​ຮູບ​ໄວ້​ເທິງ Windows Live SkyDrive ໃຫ້​ອັດ​​ຕະໂນມັດ

Windows Live Photo Gallery ເພີ່ມ​ຟີ​ເຈີລ໌ face detection ແລະ​ການ​ແຊລ໌​ໄປ​ຍັງ social network ຕາມ​ສະໄໝ​ນິຍົມ.

ແຕ່​ຟີ​ເຈີລ໌​ທີ່​ເຮົາວ່າ killer ຄື​ອັນ​ນີ້​ Photo Fuse ຫລື​ການ​ນຳ​ພາບ​ໃກ້​ຄຽງ​ກັນ​ຫລາຍໆ ພາບ​ມາ​ຕັດ​ຕໍ່​ໃຫ້ເປັນ​ພາບ​ທີ່​ດີ​ທີ່ສຸດ​ພຽງ​ພາບ​ດຽວ​ໃຫ້​ອັດຕະໂນມັດ ຖ້າ​ເຮັດ​ໄດ້​ຈິງ​ຢ່າງ​ທີ່​ໂມ້ ເຮົາວ່າ iPhoto ມີ​ໜາວໆ ເລີຍ.

Windows Live Movie Maker ມີ​ລະບົບ AutoMovie ຫລື​ການ​ໃສ່​ທີມ​ແລະ transition ໃຫ້​ກັບ​ຄິບ​ແລະ​ຮູບ​ພາບ​ໂດຍ​ອັດ​ຕະໂນມັດ

ຕອນ​ນີ້​ຍັງ​ບໍ່​ມີ​ຂໍ້​ມູນ​ວ່າ​ຈະ​ອອກ​ລຸ້ນ​ຈິງ​ເມື່ອໃດ​ ຄາດ​ວ່າຈະ​ພ້ອມ Windows 7 SP1

ມາເບິງຄິບໂຄສະນາ

ທີ່​ມາ – Windows Live Blog, Ars Technica, blognone

ລອງອ່ານກ່ຽວກັບ  ມາຕິດຕາມສະຖານະຂອງ Windows Phone 7 ວ່າໄປຮອດໃສແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.