ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Win 7 ຍອດຂາຍທະລຸ 150 ລ້ານກັອບປີ້!!!

ຂ່າວໄອທີ

ບໍ່ແມ່ນ​ວ່າ ໄອ​ແພດ (iPad) ຂອງ​ແອບ​ເປີ້ນ (Apple) ຈະ​ຂາຍ​ໄດ້​ໄວ​ຈົນ​ທະ​ລຸ 3 ລ້ານ​ເຄື່ອງ​ພາຍ​ໃນ 80 ມື້ ຫລື​ຄິດ​ເປັນ 2 ວິ​ນາ​ທີ​ຕໍ່​ເຄື່ອງ​ເທົ່າ​ນັ້ນ ລ່າ​ສຸດ​ໄມ​ໂຄ​ຊອຟົທ໌ (Microsoft) ຂໍ​ໂຊວ໌​ພາວ​ນຳ​ດ້ວຍ​ສະຖິຕິ ​ຍອດ​ຂາຍ Windows 7 ສະຫລຽວ​ ນາ​ທີລະ 7 ກັອບ​ປີ້ ແລະ​ຫາກ​ນັບ​ຍອດ​ຂາຍ​ຕັ້ງ​ແຕ່​ເປີດ​ຕົວ​ເມື່ອ​ຕຸລາ​ປີ​ທີ່​ແລ້ວ ເຖິງ​ຕອນ​ນີ້​ທະ​ລຸ 150 ລ້ານ​ກັອບ​ປີ້​ໄປ​ຮຽບຮ້ອຍ​ແລ້ວ

“ເຮົາ​ຮູ້ສຶກ​ຕື່ນ​ເຕັ້ນ​ເຫລືອ​ເກີນ​ທີ່​ຈະ​ປະ​ກາດ​ວ່າ ເຖິງ​ມື້​ນີ້ Windows 7 ມີ​ຍອດ​ຈຳ​ໜ່າຍ​ໄປ​ແລ້ວ 150 ລ້ານ​ໄລ​ເຊນສ໌​ແລ້ວ” ຂໍ້ຄວາມ​ທີ່​ໂພດຕ໌​ໃນ​ບລັອກ Windows ຂອງ​ໄມ​ໂຄ​ຊໍ​ຟົທ໌ “ປະ​ມານ 75% ຂອງ​ທຸລະກິດ​ກຳ​ລັງ​ພິຈາລະນາ Windows 7 ສຳລັບ​ອົງກອນ​ຂອງ​ພວກ​ພວກເຂົາ ແລະ​ແນ່ນອນ​ຜູ້​ໃຊ້​ທົ່ວ​ໄປ​ກໍ​ຍັງ​ຄົງ​ຕື່ນ​ເຕັ້ນ​ກັບ​ຄຸນສົມບັດ​ການເຮັດວຽກ ແລະ​ປະໂຫຍດ​ທີ່​ໄດ້ຮັບ​ຈາກ Windows 7 ຂະນະ​ດຽວ​ກັນ ເຮົາ​ຍັງ​ໄດ້ຮັບ​ການ​ສະໜັບສະໜູນ​ຈາກ​ບໍລິສັດ​ຜູ້​ຜະລິດ​ພີ​ຊີ​ໃນ​ການ​ເລືອກ Windows 7ໃຫ້​ກັບ​ຜູ້​ໃຊ້” ໄມ​ໂຄ​ຊອ​ຟົທ໌​ຍັງ​ກ່າວ​ຢ້ຳ​ອີກ-ວ່າ Windows 7 ເປັນ​ລະບົບ​ປະຕິບັດການ​ທີ່​ມີ​ຍອດ​ຈຳ​ໜ່າຍ​ໄວ​ທີ່ສຸດ​ໃນ​ປະຫວັດສາດ​ຂອງ​ທາງ​ບໍລິສັດ

ກ່ອນ​ໜ້າ​ນີ້​ໄມ​ໂຄ​ຊອຟົທ໌​ໄດ້​ປະ​ກາດ ວ່າ ທາງ​ບໍລິສັດ​ໄດ້​ຈຳ​ໜ່າຍ Windows 7 ໄປ​ແລ້ວ 90 ລ້ານ​ກັອບ​ປີ້​ໃນ​ເດືອນ​ມີ​ນາ ແລະ​ອັບ​ເດດ​ຍອດ​ຂາຍ​ທີ່ 100 ລ້ານ​ໃນ​ວັນທີ່ 23 ເດືອນ​ເມ​ສາ ຊຶ່ງ​ຈາກ​ຕົວ​ເລກລ່າ​ສຸດ​ທີ່​ເປີດ​ເຜີຍ​ອອກ​ມາ ສະແດງ​ວ່າ ໄມ​ໂຄ​ຊອ​ຟົທ໌​ສາມາດ​ຂາຍ Windows 7 ໄດ້​ເຖິງ 50 ລ້ານ​ກັອບ​ປີ້​ພາຍ​ໃນ 2 ເດືອນ (ຕົກ​ເດືອນ​ລະ 25 ລ້ານ​ກັອບ​ປີ້) ຫາກ​ແນວ​ໂນ້ມ​ຍັງ​ຄົງ​ດຳ​ເນີນ​ເຊັ່ນ​ນີ້​ໄປ​ເລື່ອຍ​ໆ ໄມ​ໂຄ​ຊອ​ຟົທ໌​ຈະ​ຂາຍ Windows 7 ໄດ້​ຢ່າງ​ນ້ອຍ 300 ລ້ານ​ໄລ​ເຊັນສ໌ ເມື່ອ​ເຖິງ​ສິ້ນ​ປີ 2010 ນັບ​ເປັນ​ຕົວ​ເລກ​ທີ່​ບໍ່​ທຳມະດາເລີຍ​ສຳລັບ​ຍຸກ​ສະໄໝ​ທີ່​ເກີດ​ໄອ​ເດຍ​ຜະລິດຕະພັນ​ໃໝ່​ໆ ຫລວງຫລາຍ​ຫລັງ​ຈາກ​ພີ​ຊີ (post-PC)

ນອກ​ຈາກ​ນີ້ ໄມ​ໂຄ​ຊອຟົທ໌​ຍັງ​ໄດ້​ປະ​ກາດ​ວ່າ ບລາວ​ເຊີລ໌ IE9 Platfrom Preview 3 ກຳ​ລັງ​ຈະ​ອອກ​ມາ​ໃນ​ໄວ​ໆນີ້​ດ້ວຍ ແລະ​ໃນ​ມື້​ນີ້ ທາງ​ບໍລິສັດ​ຈະ​ອອກ Windows Live Essenstial ເວີລ໌​ຊັນ​ທົດສອບ​ທີ່​ເຜີຍແຜ່​ໃຫ້​ໃຊ້​ກັນ​ໄດ້​ໂດຍ​ທົ່ວ​ໄປ ຊຶ່ງ​ເປັນ​ເວີລ໌​ຊັນ​ທີ່​ໄດ້ຮັບ​ການ​ພັດທະນາ​ໃຫ້​ມີ​ການເຮັດວຽກ​ຮ່ວມ​ກັບ Windows 7, Vista ໄດ້​ໃນ​ຮູບ​ແບບ​ກັບ Windows Live Mail, Windows Live Movie Maker, Windows Live Messenger ແລະ ອື່ນໆ

ຊໍ້​ມູນ​ຈາກ: techie-buzz, Arip

ລອງອ່ານກ່ຽວກັບ  Samsung ຈັບມືກັບ Google ເປີດໂຕ Galaxy Nexus ແລະ Android 4.0

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.