ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ກຳຈັດເຊຶ້ອໂລກແລະແບັກ​ທີ​ເລຍ ໃຫ້ກັບອຸປະກອນໄອທີ

Gadget

ສຳລັບ​ທ່ານໃດ ທີ່​ຮັກ​ຄວາມ​ສະ​ອາດ ແລະ​ມັກ​ກັງ​ວົນ​ກ່ຽວກັບ​ເລື່ອງ​ຂອງ​ເຊື້ອ​ພະຍາດ​ທີ່​ຕິດ​ຕາມ​ອຸປະກອນ​ໃຊ້​ງານ​ສ່ວນ​ຕົວ​ຕ່າງໆ ໂດຍ​ສະເພາະ​ມື​ຖື ຈະ​ໃຊ້​ງານ​ກະເຊັດ​ແລ້ວ​ເຊັກ​ອີກ ແຕ່​ກໍ​ຍັງ​ບໍ່​ແນ່​ໃຈ​ວ່າ ມັນ​ສະ​ອາດ​ພໍ ຫລື​ຍັງ ທາງນີ້​ເຮົາ​ມີ​ຄຳ​ຕອບ​ໃຫ້​ກັບ​ທ່ານຜູ້​ອ່ານ​ທີ່​ຮັກ​ອະນາໄມ​ຢາກ​ໃຊ້​ມື​ຖື​ສະ​ອາດ​ໝົດ​ຈົດ ປາດສະຈາກ​ເຊື້ອ​ພະຍາດ ແລະ​ແບກ​ທີ​ເລຍ​ເຖິງ 99%

VIOlight ແກັດ​ເຈັດ​ທີ່​ສາມາດ​ຂ້າ​ເຊື້ອ​ພະຍາດ​ທີ່​ຊ່ອນ​ຕົວ​ຢູ່​ຕາມ​ຊອກ​ຫລືບ​ຕ່າງໆ ຕະຫລອດ​ຈົນ​ເທິງ​ໜ້າ​ຈໍ​ເທິງ​ມື​ຖື​ຂອງ​ເຈົ້າ​ໄດ້​ເຖິງ 99% ໂດຍ​ຄວາມ​ລັບ​ຂອງ​ການເຮັດວຽກກໍ​ຄື ການ​ໃຊ້​ແສງ Ultra Violet (UV) ແລະ​ໂອ​ໂຊນ (Ozone) ໃນ​ການ​ຂ້າ​ເຊື້ອ​ພະຍາດ ແລະ​ແບັກ​ທີ​ເລຍ ອີ​ໂຄ​ໄລ ຊານ​ໂມ​ເນ​ເລຍ ແລະ​ສິ່ງ​ມີ​ຊີວິດ​ນ້ອຍ​ໆ ທີ່​ພ້ອມ​ຈະ​ເຂົ້າ​ສູ່​ຮ່າງກາຍ​ຜູ້​ໃຊ້​ຜ່ານ​ການ​ສຳ​ຜັດ ຊຶ່ງ VIOlight ສາມາດ​ຂ້າ​ເຊື້ອ​ພະຍາດ​ເຫລົ່າ​ນີ້​ໄດ້​ພາຍ​ໃນ 5 ນາ​ທີ​ເທົ່າ​ນັ້ນ ການ​ໃຊ້​ງານ​ກໍ​ແສນ​ງ່າຍ​ດາຍ ພຽງ​ແຕ່ນຳ​ແກັດ​ເຈັດ​ຢ່າງ ເຄື່ອງ​ຫລິ້ນ​ໄອ​ພອດ ມື​ຖື​ ແລະ ອື່ນໆ ຊຸດ​ຫູ​ຟັງ​ເພງ ຫລື​ຫູ​ຟັງ​ບລູ​ທູດ ຕະຫລອດ​ຈົນ​ແກັດ​ເຈັດ​ທີ່​ມີ​ຂະໜາດ​ບໍ່​ໃຫຍ່​ເທົ່າໃດ​ທີ່​ທ່ານຕ້ອງ​ການ​ຮັກສາ​ຄວາມ​ອະນາໄມ​ໃນ​ການ​ໃຊ້ ງານ ຊຶ່ງ​ການ​ໃຊ້​ເທກ​ໂນ​ໂລ​ຍີ UV ໃນ​ການ​ຂ້າ​ເຊື້ອ​ພະຍາດ​ກໍ​ເປັນ​ຫຍັງ​ທີ່​ໂຮງຫມໍ​ໃຊ້​ກັນ​ຢູ່​ແລ້ວ ຈຶ່ງ​ໜ້າ​ເຊື່ອ​ຖື​ໄດ້​ພໍ​ສົມຄວນ​ວ່າ ມັນ​ເຮັດວຽກ​ໄດ້​ຈິງ VIOlight ເຮັດວຽກ​ດ້ວຍ​ແບດ​ເຕີ​ລີ່ AA 3 ກ້ອນ ວາ​ງຕະຫລາດ​ເດືອນ​ຕຸລາ 2010

ຂໍ້​ມູນ ຈາກ: VIOlight, Arip

ລອງອ່ານກ່ຽວກັບ  iLoveHandles ສະເຫນີແກັດເຈັດເຮັດໃຫ້ iPod nano ເປັນໂມງໃສ່ແຂນ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.