ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Twitter ຈະຫຍໍ້ລິ້ງອັດຕະໂນມັດ (ອີກຄັ້ງ) ໃນຊື່ t.co

ຂ່າວໄອທີ

ຖ້າ​ໃຜ​ເຄີຍ​ໃຊ້ Twitter ໃນ​ລຸ້ນທຳອິດ ອາດຈະ​ພໍ​ຈືໄດ້​ວ່າ Twitter ຈະ​ຫຍໍ້​ລິ້ງຍາວໆ ໃຫ້​ເຮົາ​ໂດຍ​ອັດຕະໂນ​ມັດ ໃນ​ກໍລະນີ​ໂພສຜ່ານ​ໜ້າ​ເວັບ ໂດຍ​ໃຊ້​ບໍລິການ​ຂອງ tinyurl ແລະ bit.ly ແຕ່​ພາຍ​ຫລັງ​ຟີ​ເຈີລ໌​ນີ້​ຖືກ​ຖອດ​ອອກ​ໄປ ຖ້າ​ຢາກ​ໃຫ້​ຫຍໍ້​ລິ້ງອັດຕະໂນມັດ ເຮົາ​ຈຳ​ເປັນ​ຕ້ອງ​ໃຊ້ Twitter client ແທນ

ຕອນ​ນີ້​ຟີ​ເຈີລ໌​ຫຍໍ້​ລິ້ງອັດ​ໂນມັດ​ກຳ​ລັງ​ຈະ​ກັບ​ມາສູ່​ໜ້າ​ເວັບ​ຂອງ Twitter ອີກ​ເທື່ອ ແຕ່​ເປັນ Twitter ເຮັດ​ເອງ​ໃນ​ຊື່ t.co

ການເຮັດ t.co ດ້ວຍ​ຕົວ​ເອງ​ນັ້ນ ເປັນ​ຈຸດ​ເລີ່ມ​ຕົ້ນ​ຂອງ​ບໍລິການ​ອື່ນໆ ໃນ​ອະນາຄົດ​ຂອງ Twitter ເຊັ່ນ Promoted Tweet ທີ່​ອາດ​ລວມ​ກັບ URL ສັ້ນ​ແບບ​ສວຍງາມ ຫລື Resonance ບໍລິການ​ນັບ​ສະ​ຖິ​ຕິ​ການ​ຄິກ​ຂອງ Twitter ເອງ ທາງ​ບໍລິສັດ​ຍັງ​ຢືນຢັນ​ວ່າ​ບໍລິການ​ລິງສັ້ນ​ອື່ນໆ ຢ່າງ bit.ly ຍັງ​ສາມາດ​ໃຊ້​ກັບ Twitter ໄດ້​ບໍ່​ມີ​ບັນຫາ ພຽງ​ແຕ່​ຈະ​ຕ້ອງ​ແຂ່ງ​ກັບ t.co ດ້ວຍ​ອີກ​ຕໍ່​ໜຶ່ງ ຍຸດທະສາດ​ຂອງ Twitter ໃນ​ຊ່ວງ​ຫລັງ​ເລີ່ມ​ອອກ​ມາ​ແຂ່ງ​ກັບ​ບໍລິການ​ເສີມ​ອື່ນໆ ເຮັດໃຫ້​ນັກ​ພັດທະນາ​ບາງ​ກຸ່ມ​ເລີ່ມ​ກັງ​ວົນ

ກ່ອນ​ໜ້າ​ນີ້ Twitter ເຄີຍ​ມີ​ບໍລິການ​ລິງ​ຫຍໍ້​ຂອງ​ຕົວ​ເອງ​ໃນ​ຊື່ twt.tl

ທີ່ມາ – Twitter, VentureBeat, Blognone

ລອງອ່ານກ່ຽວກັບ  Apple ເປີດນຳໃຊ້ບັນຊີ Twitter ສຳລັບ App Store ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.