ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Droid X ຕົວ​ຈິງ​ມາ​ແລ້ວ, ໜ້າ​ຈໍ​ລະອຽດ​ກວ່າ iPhone 4?

ຂ່າວໄອທີ, ໂທລະສັບ

ຂ່າວ Droid X ນັ້ນ​ບໍ່ແມ່ນ​ເລື່ອງ​ໜ້າ​ແປກ​ໃຈ​ເພາະ​ມັນເປີດ​ຕົວ​ໄປ​ຕັ້ງ​ແຕ່​ເມື່ອ​ວານພ້ອມ ກັບ​ມີ​ສຳ​ນັກ​ຂ່າວ​ໄດ້​ລອງ​ຫລິ້ນ​ກັນ​ແລ້ວ ແຕ່​ມື້​ນີ້​ເມື່ອ​ມັນ​ເປີດ​ຕົວ​ເທິງ​ໜ້າ​ເວັບ​ຂອງ Verizon ຫລາຍໆ ຄົນ​ກໍ​ຕ້ອງ​ປະ​ຫລາດ​ໃຈ​ເມື່ອ​ມີ​ການ​ປະ​ກາດ​ວ່າ​ໜ້າ​ຈໍ​ຂອງ Droid X ເປັນ​ໜ້າ​ຈໍ 720P ຫລື 1280×720. ເປັນ​ໄປ​ໄດ້​ຢ່າງ​ຍິ່ງ​ວ່າ​ການ​ລົງ​ຄວາມ​ລະອຽດ​ໜ້າ​ຈໍ​ນີ້​ມີ​ຄວາມ​ສັບ​ສົນ​ກັບ​ຄວາມ ສາມາດ​ໃນ​ການ​ອັດ​ວີ​ດີ​ໂອ ເພາະ​ໜ້າ​ຈໍ​ຂອງ​ເຄື່ອງ​ທົດສອບ​ທີ່​ຫລາຍ​ສຳ​ນັກ​ໄດ້ຮັບ​ນັ້ນ​ເປັນ​ຄວາມ​ລະອຽດ 854×480 ຊຶ່ງ​ເປັນ​ຄວາມ​ລະອຽດ​ສູງ​ສຸດ​ທີ່ Android ຮອງ​ຮັບ​ໃນ​ຕອນ​ນີ້ ແຕ່​ຫາກ​ເປັນ​ຈິງ​ໜ້າ​ຈໍ​ຂອງ Droid X ຈະ​ມີ​ຄວາມ​ລະອຽດ​ເຖິງ 341ppi ສູງ​ທີ່ສຸດ​ໃນ​ຕອນ​ນີ້

ທີ່​ມາ – Verizon, Engadget, Blognone

ລອງອ່ານກ່ຽວກັບ  Android 2.3.4 ກຳລັງຈະສົ່ງໃຫ້ອັບເດດໃນ Nexus S ພ້ອມ Video Chat

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.