ເລື່ອງລາວຂອງ TECH, STARTUP, ແລະ DIGITAL

TeamViewer ໂປຼແກຼມ Remote Access ທີ່ໃຊ້ງ່າຍ

FREE WARE

ໃຜທີ່ມີຄອມພິມເຕີ່ຫລາຍຫລາຍຫນ່ວຍ ຫລື ມີຫມູ່ທີ່ມັກໂທຫາເວລາຄອມພິວເຕີ່ມີບັນຫາ ເເຕ່ຂີ້ຄ້ານໄປ. ບັນຫານີ້ຈະຫມົດໄປເມື່ອທ່ານໃຊ້ TeamViewer. TeamViewer ເປັນໂປຼແກມ Remote Access ຜ່ານເຄຶອຄ່າຍອິນເຕີເນັດ, ໂດຍມັນຈະເຮັດໃຫ້ເຮົາຮູ້ສຶກຄືກັບວ່ານັ່ງຢູ່ຫນ້າຄອມອີກຫນ່ວຍຫນື່ງ. ເເຕ່ມັນບໍ່ເປັນພຽງໂປຼແກຼມ Remote Access ເທົ່ານັ້ນ ມັນຍັງມີຟັງຊັ່ນອີກຫລາຍຢ່າງ ເຊັນ: ສາມາດຖ່າຍໂອນໄຟລ໌ ໄດ້, ສາມາດລົມກັນໄດ້ ເເລະຍັງມີຄວາມສາມາດອື່ນໆອີກຫລາຍຢ່າງ. ເເລະທີ່ສຳຄັນມີສຳຫລັບ Windows, Mac, Linux ລວມທັງ iPhone.

  • ໃນການຕິດຕັ້ງໃຫ້ເລືອກໃນໂຫມດ  Personal /  non-commercial use

  • ຫລັງຈາກນັ້ນກໍ່ Next ໄປຈົນສຸດ
  • ການໃຊ້ງານກໍ່ງ່າຍໆ ພຽງເເຕ່ນຳ ID ກັບ Password ຂອງຄອມພິວເຕີ່ທີເຮົາຈະເຂົ້າໄປຄວບຄຸມເທົ່ານັ້ນ ກໍ່ສາມາດໄປຄຸມຄອມພິວເຕີເຄື່ອງນັ້ນໄດ້ປານກັບນັ່ງຢູ່ຫນ້າຄອມດັ່ງກາວເລີຍ

ປ.ລ ID ກັບ Password  ຈະມີການປ່ຽນເເປງເເລະບໍ່ສາມາດກຳນົດເອງໄດ້

ດາວໂຫລດ: www.teamviewer.com

ລອງອ່ານກ່ຽວກັບ  iOS Game: ແຈກ Angry Birds (Free verison) ທຸກເວີຊັ່ນ

Souliyo

Co-Founder and CTO of BIZGITAL and LOCA

Comments
  1. ເປັນໂຕທີ່ຫນ້າສົນໃຈດີເນາະ ແຕ່ໃຊ້ເຂົ້າໄປຫາຄອມຄົນອື່ນໄດ້ບ່ໍ ຫາກກະເຈົ້າບໍ່ແຊ

  2. @paphanh: ກ່ອນທີ່ຈະເຂົ້າໄປໄດ້ຄອມຫນ່ວຍນັ້ນຕ້ອງອອນໄລ໌ ເເລະ ຈະຕ້ອງມີ ID ກັບ Password (ID ກັບ Password ຈະມີການປ່ຽນເເປງຕະຫລອດເເລະບໍ່ສາມາດກຳນົດເອງໄດ້)

  3. ໜ້າສົນໃຈ,ແຕ່ຂ້ອງໃຈໜ່ວຍໜື່ງ ຢາກຮູ້ວ່າເຄື່ອງທີ່ຕ້ອງການໃຊ້ແລະເຄື່ອງທີ່ໃຊ້ຜ່ານຕ້ອງລົງໂປຼແກຼມນີ້ແມ່ນບໍ່? ແລະຖ້າ IDກັບpasswordປ່ຽນໄປເລື້ອຍແລ້ວເຮົາຈະຮູ້ໄດ້ຈັ່ງໃດ?

Leave a Reply to SAMASIC Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.