ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Scareware ແພ່​ລະ​ບາດ​ພີ​ຊີ​ນັບ​ລ້ານ​ເຄື່ອງ

ຂ່າວໄອທີ

ຍັງ​ຄົງ​ຕ້ອງ​ເຕືອນ​ຜູ້​ໃຊ້​ກັນ​ອີກ​ເທື່ອ ເພາະ​ມື້​ນີ້​ໄພ​ຄຸກ​ຄາມ​ຜູ້​ໃຊ້​ເທິງ​ອິນ​ເຕີເນັດ​ທີ່​ເອີ້ນວ່າ Scareware ທີ່​ມັກ​ເຮັດ​ຕົວ​ຫວັງ​ດີ​ມາ​ແຈ້ງ​ວ່າ ເຄື່ອງ​ຄອມພິວເຕີ​ຂອງ​ທ່ານມີ​ໄວ​ຣັສ (virus) ກ່ອນທີ່ຈະ​ແນະ​ນຳ​ໃຫ້​ທ່ານ​ຕິດ​ຕັ້ງ​ຕົວ​ມັນ​ເຂົ້າໄປ​ໃນ​ເຄື່ອງ ໂດຍ​ສະເພາະ​ຊອຟົຕ໌​ແວລ໌​ທີ່​ໃຊ້​ຊື່​ວ່າ Anti-Virus 2010 ແລະ Windows Police ອີກ​ທັງ​ຍັງ​ໃຊ້​ພາບ​ທີ່​ເບິ່ງ​ຄ້າຍ​ລະບົບ​ຮັກສາ​ຄວາມ​ປອດ​ໄພ​ຂອງ Vista ຂອງ​ໄມ​ໂຄ​ຊອ​ຟົທ໌

Scareware ມັກ​ຈະ​ໃຊ້​ວິທີ​ປ໊ອບ​ອັບ ໂດຍ​ພວກ​ມັນ​ອ້າງ​ວ່າ​ກວດ​ພົບ​ໄວ​ຣັສໃນ​ເຄື່ອງ​ຂອງ​ເຈົ້າ ແຕ່​ຄວາມ​ຈິງ​ມັນ​ນັ້ນ​ລະ​ຄື​ໄວຣັສ ຫລື​ມັນ​ແວລ໌​ຕົວ​ຮ້າຍ ຊຶ່ງ​ຜູ້​ໃຊ້​ຫາກໍ່​ຈະ​ຍິນ​ດີ​ຕ້ອນ​ຮັບ​ມັນ​ເຂົ້າໄປ​ໃນ​ເຄື່ອງ​ຫລັງ ຈາກ​ຄິກ​ໃຫ້​ມັນ​ຊ່ວຍ​ຈັດການ​ໃຫ້ ຜູ້​ຊ່ຽວຊານ​ກ່າວ​ວ່າ Scareware ແຝງ​ອັນຕະລາຍ​ທີ່​ຮ້າຍແຮງ​ສອງ​ປະ​ການ​ນຳກັນ​ຄື ການ​ທີ່​ຜູ້​ໃຊ້​ຫລົງ​ເຊື່ອ​ໃຫ້​ຂໍ້​ມູນ​ບັດ​​ເຄ​ດິດ ເພື່ອ​ໃຫ້​ມັນ​ຊ່ວຍ​ກຳຈັດ​ໄວ​ລັດ ໃນ​ຂະນະ​ດຽວ​ກັນ ມັນ​ຈະ​ດາວໂຫລດ​ເພື່ອນ​ໆ ຕົວ​ຮ້າຍ​ຂອງ​ມັນ​ເຂົ້າ​ມາ​ໃນ​ເຄື່ອງ​ຂອງ​ເຈົ້າ​ອີກ​ດ້ວຍ ຊຶ່ງ​ນອກ​ຈາກ​ຈະ​ຖືກ​ລັກ​ຂໍ້​ມູນ​ບັດ​ເດບິດ​ໄປ​ແລ້ວ ເຄື່ອງ​ຄອມພິວເຕີ​ຍັງ​ຖືກ​ປ່ວນ​ດ້ວຍ​ມັນ​ແວລ໌​ຕ່າງໆ ທີ່​ດາວໂຫລດ​ເຂົ້າ​ມາ​ໃນ​ເຄື່ອງ​ອີກ​ດ້ວຍ

ສະຖິຕິໃນ​ຊ່ວງ​ເຄິ່ງ​ປີ​ທີ່​ຜ່ານມາ Scareware ແພ່​ລະ​ບາດ​ຢ່າງ​ໜັກ ໂດຍ​ໄມ​ໂຄ​ຊອຟົທ໌​ກ່າວ​ວ່າ Malicious Software Removal Tool ຂອງ​ທາງ​ບໍລິສັດ​ໄດ້​ທຳ​ຄວາມ​ສະ​ອາດ​ພີ​ຊີ​ທີ່ຖືກ Scareware ຫລິ້ນ​ງານ​ແລ້ວ​ບໍ່​ຕ່ຳ​ກວ່າ 8 ລ້ານ​ເຄື່ອງ ຢ່າງໃດ​ກໍ​ຕາມ ມັນ​ຍັງ​ບໍ່​ມີ​ວິທີ​ກວດ​ຈັບ​ພວກ​ມັນ​ໄດ້ 100% ຄຳ​ແນະ​ນຳ​ທີ່​ດີ​ທີ່ສຸດ​ຄື ຄວນ​ຕິດ​ຕັ້ງ​ຊອຟົຕ໌​ແວລ໌​ແອນ​ຕີ້​ໄວ​ຣັສ​ໄວ້​ໃນ​ເຄື່ອງ​ຄອມພິວເຕີ​ຂອງ​ທ່ານຈະ​ດີກວ່າ ເພາະ​ຫາກ​ປ໊ອບອັບ​ທີ່​ໂຜ່​ຂຶ້ນ​ມາ​ບໍ່ແມ່ນ​ແອນ​ຕີ້​ໄວ​ລັດ​ທີ່​ເຈົ້າ​ຕິດ​ຕັ້ງ​ເຂົ້າໄປ ກໍ​ບໍ່​ຄວນ​ຈະ​ຄິກ​ຍອມ​ຮັບ​ມັນ (ຫລື​ບໍລິເວນ​ໃດໆ ເທິງ​ໄດ​ອະ​ລັອກ​ບ໊ອກທີ່ປ໊ອບ​ອັບ​ຂຶ້ນ​ມາ) ແລະ​ບໍ່​ມີ​ບໍລິການ​ຂອງ​ແອນ​ຕີ້​ໄວ​ລັດ​ຕົວ​ໃດ​ທີ່ ໃຊ້​ວິທີ​ນີ້ ເພື່ອ​ຮຽກຮ້ອງ​ຄ່າ​ບໍລິການ​ນັບ 100 ຫລຽນຯ ຈາກ​ຜູ້​ໃຊ້ ຈັງໃດ​ກໍ​ກັນ​ໄວ້​ດີກວ່າ​ແກ້ ແລະ​ຢ່າ​ເຊື່ອ​ພວກ​ມັນ​ໂດຍ​ງ່າຍ

ຂໍ້​ມູນ ຈາກ: wspa, Arip.co.th

ລອງອ່ານກ່ຽວກັບ  Microsoft Security Essentials ອອກເວີຊັ່ນ 2 ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.