ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ກ້ອງ​ວິ​ດິ​ໂອ​ໄຕ້​ນ້ຳ​ຟູໄຮ​ເດ​ຟຯ​ຕົວ​ທຳອິດ​ຂອງ​ໂລກ

Gadget

ລາຍ​ງານ​ຂ່າວ​ລ່າ​ສຸດ ຊັນ​ໂຍ (Sanyo) ເປີດ​ຕົວ Sanyo Xacti DMX-CA100 ກ້ອງ​ບັນ​ທຶ​ກວິ​ດີ​ໂອ​ດິ​ຈິ​ຕອນ ແລະ​ພາບ​ນິ້ງ​ທີ​ມາ​ພ້ອມ​ກັບ​ລະບົບ​ກັນ​ນ້ຳ ອີກ​ທັງ​ຍັງ​ສາມາດ​ຖ່າຍ​ວິ​ດີ​ໂອ​ຄຸນນະພາບ​ລະ​ດັບ​ຟູໄຮ​ເດ​ຟຯ (1080p) ທີ່​ອັດຕາ​ເຟມ 60 fps ຂະນະ​ຢູ່​ໃຕ້​ນ້ຳ​ໄດ້​ອີກ​ດ້ວຍ

Sanyo Xacti DMX-CA100 ແຄມ​ຄອລ໌​ເດີລ໌​ລຸ້ນ​ໃໝ່​ລ່າ​ສຸດ​ທີ່​ທາງ​ບໍລິສັດ​ອ້າງ​ວ່າ ມັນ​ເປັນ​ກ້ອງ​ຖ່າຍ​ວິ​ດີ​ໂອ​ຕົວທຳອິດຂອງ​ໂລກ​ທີ່​ສາມາດ​ບັນ​ທຶກ​ຄິບ​ວິ​ດີ​ໂອ​ຄຸນນະພາບ​ລະ​ດັບ 1080p Full HD ໄດ້ ປະ​ເດັນ​ມັນ​ບໍ່​ໄດ້​ພຽງແຕ່ການເຮັດໃຫ້​ກ້ອງ​ລຸ້ນ​ນີ້​ກັນ​ນ້ຳ​ໄດ້​ເທົ່າ​ນັ້ນ ແຕ່​ມັນ​ຢູ່​ທີ່​ຄວາມ​ສາມາດ​ໃນ​ການ​ບັນ​ທຶ​ກວິ​ດີ​ໂອ​ໃຕ້​ນ້ຳ​ທີ່​ລະ​ດັບ​ຄວາມ​ເລິກ 10 ຟຸດ ​ທີ່​ຄວາມ​ລະອຽດ 1080p (H.264) ດ້ວຍ​ອັດຕາ​ເຟ​ລມ​ທີ່​ສູງ​ເຖິງ 60 ເຟ​ລມ​ຕໍ່​ວິ​ນາ​ທີ ຊຶ່ງ​ບໍ່ແມ່ນ​ເລື່ອງ​ງ່າຍ​ເລີຍ

ນອກ​ຈາກ​ເຈົ້າ​ຈະ​ສາມາດ​ໃຊ້ Sanyo Xacti DMX-CA100 ຖ່າຍ​ຄິບ​ຟູ​ໄຮ​ເດ​ຟຯ​ໃຕ້​ນ້ຳ​ໄດ້​ແລ້ວ ເຈົ້າ​ຍັງ​ສາມາດ​ໃຊ້​ມັນ​ຖ່າຍ​ພາບ​ດິ​ຈິ​ຕອນ (ຊູມ​ອອບ​ຕິ​ຄໍອ​ໄດ້ 6 ເທົ່າ) ທີ່​ຄວາມ​ລະອຽດ 14 ລ້ານ​ພິກເຊວ​ແລະ​ສາມາດ​ຖ່າຍ​ພາບ​ຕໍ່​ເນື່ອງ​ໄດ້ 22 ພາບ​ດ້ວຍ​ອັດຕາ​ເຟ​ມ 7 fps ທີ່​ຄວາມ​ລະອຽດ 2 ລ້ານ​ພິກ​ເຊນ​ໃນ Burst mode ໄດ້​ອີກ​ຕ່າງ​ຫາກ ຊັນ​ໂຍ​ຕັ້ງ​ໃຈ​ທີ່​ຈະ​ວາ​ງຕະຫລ​ລາດ​ກ້ອງ​ຖ່າຍ​ວິ​ດີ​ໂອ​ລຸ້ນ​ນີ້​ໃນ​ເດືອນ​ມິ​ຖຸ​ນາ ໂດຍ​ມີ​ໃຫ້​ເລືອກ 3 ສີ​ນຳກັນ​ໄດ້​ແກ່ ດຳ ເຫລືອງ ແລະ​ບົວ ຢ່າງໃດ​ກໍ​ຕາມ ທາງ​ບໍລິສັດ​ຍັງ​ບໍ່​ໄດ້​ເປີດ​ເຜີຍ​ເລື່ອງ​ລາ​ຄາ​ຂອງ​ມັນ​ໃຫ້​ຮູ້​ແຕ່​ຢ່າງ​ໃດ

Credit:Sanyo, Arip.co.th

ລອງອ່ານກ່ຽວກັບ  Crux 360 ເຄສ໌ ທີ່ຈະມາຊ່ວຍປ່ຽນ iPad ຂອງທ່ານເປັນ Netbook

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.