ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ໂປ​ເຈັກ​ເຕີລ໌​ຈິ໋ວ​ແຕ່ ແຈ໋ວ​ຈາກ Samsung

ຂ່າວໄອທີ

ໃນ​ທີ່ສຸດ ຊຳ​ຊຸງ (Samsung) ກໍ​ຕັດ​ສິນ​ໃຈ​ກະ​ໂດດ​ເຂົ້າ​ມາ​ເຮັດ​ຕະ​ຫລາດ​ເຄື່ອງ​ສາຍ​ໂປ​ເຈັກ​ເຕີລ໌​ຂະໜາດ​ນ້ອຍ (pico projector) ຊຶ່ງ​ຫາກ​ເບິງຜ່ານໆ​ອາດຈະ​ເຂົ້າໃຈ​ໄປ​ວ່າ Samsung SP-H03 ເປັນ​ກ້ອງ​ໂພ​ລາ​ລອຍດ໌ ດ້ວຍ​ຂະໜາດ​ແລະ​ດີ​ໄຊນ໌​ທີ່​ນ້ອຍ​ຫລາຍ​ຂອງ​ມັນ ແຕ່​ປະ​ສິດ​ທິ​ພາບ​ບໍ່​ທຳມະດາ​ເລີຍ

ໂປ​ເຈັກ​ເຕີລ໌ Samsung SP-H03 ຈະ​ມາ​ພ້ອມ​ກັບ​ຫນ່ວຍ​ຄວາມ​ຈຳ​ພາຍ​ໃນ 1GB (ເພີ່ມ​ໄດ້​ສູງ​ສຸດ 16GB ໃນ​ຊ່ອງ​ກາດ​ໜ່ວຍ​ຄວາມ​ຈຳ microSD ທີ່​ຢູ່​ດ້ານ​ຂ້າງ) ຄວາມ​ສະຫວ່າງ​ຂອງ​ເຄື່ອງ​ສາຍ​ຢູ່​ທີ່ 30 ລູ​ເມນສ໌ ໜ້າ​ຈໍ​ຄວາມ​ລະອຽດ WVGA (854×480) ພ້ອມ​ລຳ​ໂພງ 1 ວັດຕ໌ ຈຸດ​ເດັ່ນ​ຂອງ SP-H03 ນອກ​ຈາກ​ເລື່ອງ​ຂອງ​ຂະໜາດ ແລະ​ຄວາມ​ສະຫວ່າງ​ແລ້ວ ມັນ​ຍັງ​ສະໜັບສະໜູນ​ການ​ເປີດ​ໄຟລ໌​ວິ​ດີ​ໂອ​ທີ່​ເຂົ້າ​ລະ​ຫັດ​ດ້ວຍ codec ທີ່​ຫລາກ​ຫລາຍ​ອີກ​ດ້ວຍ ນັ້ນ​ໝາຍ​ຄວາມ​ວ່າ ທ່ານສາມາດ​ຫລິ້ນ​ໄຟລ໌​ວິ​ດີ​ໂອ AVI, MP4, ASF, MPG, RM, FLV ແລະ WMV ໃນ​ຂະນະ​ທີ່​ໄຟລ໌​ສຽງ​ກໍ​ຈະ​ມີ MP3, MP2, WAV, WMA, FLAC, APE ແລະ RA

LED ຂອງ SP-H03 ຈະ​ມີ​ອາ​ຍຸ​ໃຊ້​ງານ​ໄດ້​ດົນ 30,000 ຊົມ. ສ່ວນ​ແບດຯ​ໃນ​ເຄື່ອງ​ສາມາດ​ຫລິ້ນ​ໄດ້​ດົນ​ຕໍ່​ເນື່ອງ 2 ຊົມ. ຕໍ່​ການ​ຊາກຈະ​ໜຶ່ງ​ເທື່ອ ນ້ຳ​ໜັກ​ເຄື່ອງພຽງແຕ່ 6 ອອນຊ໌ ​ດ້ວຍ​ຂະໜາດ​ເຄື່ອງ​ທີ່​ຖື​ໄວ້​ໃນ​ອຸ້ງ​ມື​ໄດ້​ຢ່າງ​ສະບາຍ​ໆ ນອກ​ຈາກ​ການ​ໃຊ້​ງານ​ເພື່ອ​ຄວາມ​ບັນ​ເທີງ​ແລ້ວ ສຳລັບ​ທຸລະກິດ ຫລື​ການສຶກສາ ຊຳ​ຊຸງ​ໄດ້​ພັດທະນາ​ໂປ​ແກມ​ວິວ​ເວີລ໌​ໄຟລ໌​ເອກະສານ​ໄວ້​ດ້ວຍ ເຮັດໃຫ້​ເຮົາ​ສາມາດ​ສາຍ​ເອກະສານ​ຂຶ້ນ​ຈໍ​ໄດ້​ໂດຍ​ບໍ່​ຕ້ອງ​ຕໍ່​ພີ​ຊີ ຊຶ່ງ​ໄຟລ໌​ເອກະສານ​ທີ່​ຮອງ ຮັບ​ການ​ໃຊ້​ງານ​ກໍ​ໄດ້​ແກ່ Microsoft Office Suite (PowerPoint, Excel, Word) ແລະ Adobe PDF ສຳລັບ​ພາບ​ທີ່​ສາຍ​ອອກ​ມາ​ຈະ​ສາມາດ​ຂະຫຍາຍ​ໃຫຍ່​ໄດ້​ສູງ​ສຸດ​ເຖິງ 80 ນິ້ວ ສ່ວນ​ລາ​ຄາ​ຢູ່​ທີ່ 299 ຫລຽນຯ

credit: ecoustics, Arip.co.th

ລອງອ່ານກ່ຽວກັບ  [ສົງຄາມສິດທິບັດ] Apple ຟ້ອງ Samsung ຖານລະເມີດສິດທິບັດ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.