ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Safari 5 ໄວ​ຂຶ້ນ 30% ແຮງ​ກວ່າ Chrome 5

ຂ່າວໄອທີ

ຫລັງ​ຈາກ​ເປີດ​ຕົວ iPhone 4 ໃນ​ງານ WWDC 2010 ໄປ​ແລ້ວ ງານ​ນີ້​ທາງ​ແອບ​ເປີ້ນ (Apple) ກໍ​ບໍ່​ພາດ​ທີ່​ຈະ​ແນະ​ນຳ​ບຼາວ​ເຊີລ໌​ເວີລ໌​ຊັນ​ໃໝ່​ລ່າ​ສຸດ​ທີ​ເຮັດວຽກ​ເທິງ​ເດ​ກສ​ທອບ​ນັ້ນ​ຄື Safari 5 ໂດຍ​ທາງ​ບໍລິສັດ​ອ້າງ​ວ່າ ມັນ​ມີ​ປະ​ສິດ​ທິ​ພາບ​ໃນ​ການເຮັດ​ທີ່​ໄວ​ກວ່າ Safari 4 ເຖິງ 30% ແຮງ​ເປັນ 2 ເທົ່າ​ຂອງ Firefox 3.6 ເລົ້າ​ໃຈ​ກວ່າ Chrome 5 ຊຶ່ງ​ແອບ​ເປີ້ນ​ໄດ້​ເປີດ​ໃຫ້​ດາວໂຫລດ​ໄດ້​ຟ​ຣີ​ແລ້ວ​ຕັ້ງ​ແຕ່​ມື້​ນີ ທັງ​ເວີລ໌​ຊັນ​ເທິງ Mac ແລະ Windows

ບຼາວ​ເຊີລ໌ Safari 5 ມາ​ພ້ອມ​ກັບ​ການ​ສະໜັບສະໜູນ​ມາດຕະຖານ HTML5 ເຕັມ​ສູບ ໂດຍ​ໃຊ້​ພື້ນ​ຖານ​ການເຮັດວຽກງານ​ຂອງ HTML5 ໃນ​ການ​ເພີ່ມ​ຄວາມ​ສາມາດ​ໃຫ້​ກັບ​ບຼາວ​ເຊີລ໌​ເວີລ໌​ຊັນ​ນີ້ ບໍ່​ວ່າ​ຈະ​ເປັນ HTML5 Geolocation (ການ​ລະ​ບຸ​ຕຳແໜ່ງ) ການ​ແບ່ງ​ເຊັກ​ຊັນ ແລະ​ອົງ​ປະກອບ​ຕ່າງໆ ເທິງ​ໜ້າ​ເວັບ​ດ້ວຍ HTML5 ຫລື​ແມ່ນແຕ່​ຄວາມ​ສາມາດ​ໃນ​ການ​ລາກ (dragable) ອົງປະກອບ​ຕ່າງໆ ເທິງ​ໜ້າ​ເວັບ​ໄດ້ ນອກ​ຈາກ​ນີ້ ການ​ກວດ​ສອບ​ຄວາມ​ຖືກ​ຕ້ອງ​ຂອງ​ຂໍ້​ມູນ​ທີ່​ກອກ​ໃນ​ແບບ​ຟອລ໌​ມ (HTML5 Form Validation) HTML5 Ruby, HTML5 AJAX History ແລະ​ອື່ນໆ ອີກ​ຫລວງຫລາຍ

Safari 5 ຍັງ​ສະໜັບສະໜູນ​ມາດຕະຖານ​ເວັບ​ຢ່າງ CSS3 ແລະ JavaScript ໃນ​ການສ້າງ​ສ່ວນ​ເພີ່ມ​ຂະຫຍາຍ​ການເຮັດວຽກ (extension) ໃໝ່​ໆ ອີກ​ດ້ວຍ ສຳລັບ​ຄຸນສົມບັດ​ໃໝ່​ຂອງ Safari ທີ່​ໜ້າ​ຈະ​ຖືກ​ໃຈ​ຜູ້​ໃຊ້​ກໍ​ເຊັ່ນ Safari Reader ທີ່​ສະແດງ​ໄຮ​ໄລທ໌​ຂອງ​ບົດ​ຄວາມ​ທີ່​ອ່ານ​ຂຶ້ນ​ມາ​ຈາກ​ໜ້າ​ເວັບ​ໄດ້  ແລະ​ຫລັງ​ຈາກ​ທີ່​ເປັນ​ຄູ່​ກັດ​ກັບ Google ໄປ​ຮຽບຮ້ອຍ​ແລ້ວ ລ່າ​ສຸດ​ໃນ Safari 5 ທາງ​ແອບ​ເປີ້ນ​ໄດ້ built-in  ເ​ສິດ Bing ຂອງ​ໄມ​ໂຄ​ຊອ​ຟົທ໌​ເຂົ້າໄປ​ດ້ວຍ ສົນ​ໃຈ Safari 5 ສາມາດ​ດາວນ໌​ໂຫລດ​ໄດ້​ທີ່ apple.com/safari

ຂໍ້​ມູນ ຈາກ: slashgear, Arip.co.th

ລອງອ່ານກ່ຽວກັບ  ກູ​ເກີນ​ຊື້​ບໍລິສັດ​ຂາຍ​ປິ້ຍົນ​ອອນ​ໄລນ໌ ITA

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.