ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ແອບເປິ້ນຕຽມເປີດຕົວ Safari 5, Mac OS X 10.6.4 ເເລະ Xcode 4 ທີ່ງານ WWDC10

ຂ່າວໄອທີ

ເວັບ Mac Generation ລາຍ​ງານ​ວ່າ​ແອບ​ເປີນ​ຈະ​ກໍ່ການ​ເປີດ​ຕົວ Safari 5 ແລະ Mac OS X ອັບ​ເດດ​ເວີລ໌​ຊັ່ນ 10.6.4 ທີ່​ງານ WWDC10 ທີ່​ຈະ​ເລີ່ມ​ຕົ້ນ​ຂຶ້ນ​ໃນ​ມື້​ອັງ​ຄານ​ທີ່​ຈະ​ເຖິງ​ນີ້ ໂດຍ​ຈາກ​ລາຍ​ງານ​ຂອງ Mac Generation ນັ້ນ Safari 5 ຈະ​ມີ​ຟີ​ເຈີລ໌​ໃໝ່​ໄດ້​ແກ່

  • Safari Reader ອ່ານ​ບົດ​ຄວາມ​ເທິງ​ເວັບ​ໄດ້​ງ່າຍ​ຂຶ້ນ
  • ໄວ​ຂຶ້ນ​ກວ່າ​ເກົ່າ ໂດຍ​ຈາ​ວາສ​ຄິບທ໌​ເຮັດວຽກ​ໄວ​ຂຶ້ນ 25% ມີ​ລະບົບ Caching ທີ່​ດີກວ່າ​ເກົ່າ​ແລະ​ມີ DNS pre-fetching
  • ສະ​ຫລັບ​ຈາກ​ການ​ໃຊ້ Google ໃນ​ການ​ຄົ້ນ​ຫາ​ມາ​ເປັນ Bing ໄດ້
  • ເພີ່ມ​ການ​ສະໜັບສະໜູນ​ໃຫ້​ກັບ HTML5
  • Safari Developer Tools ໃໝ່
  • Smart Address Field
  • ການຕັ້ງ​ຄ່າ​ສຳລັບ Tabs ໃໝ່
  • Hardware Acceleration ສຳລັບ​ເວີລ໌​ຊັ່ນ​ເທິງ Windows

ນອກ​ຈາກ​ນີ້​ຍັງ​ໄດ້​ລາຍ​ງານ​ອີກວ່າ​ແອບ​ເປີນ​ອາດ​ກໍ່ການ​ປະ​ກາດ Xcode 4 ທີ່​ຕອນ​ນີ້​ຢູ່ໃນ​ລະຫວ່າງ​ການ​ພັດທະນາ ໂດຍ​ການ​ປະ​ກາດ​ໃນ​ເທື່ອ​ນີ້​ອາດ​ເປັນພຽງ​ການ​ນຳ​ສະເໜີ​ໃຫ້​ເບິ່ງ​ຊື່ໆ

ທີ່​ມາMacRumors,Blognone

ລອງອ່ານກ່ຽວກັບ  Microsoft ໂຊ Street Slide ແຂ່ງກັບ Street View

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.