ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ປຽບທຽບລະວ່າງ Nook ກັບ Kindle ວ່າອັນໃດດີກວ່າກັນ

ຂ່າວໄອທີ

ຂໍ​ອະນຸຍາດ​ເວົ້າ​ເຖິງ​ເລື່ອງ​ສົງຄາມ​ເຄື່ອງ​ອ່ານ​ອີ​ບຸ໊​ກ​ລະຫວ່າງ​ຄິນ​ເດີ້ນ (Kindle) ຂອງ​ Amazon ກັບ​ນູກ (Nook) ຂອງ B&N ອີກ​ເທື່ອ​ ເພາະ​ໃນ​ຂະນະ​ທີ່​ຕະ​ຫລາດ​ກຳ​ລັງ​ໃຫ້​ຄວາມ​ສົນ​ໃຈ​ກັບ iPad ທີ່​ລາຍ​ງານ​ລ່າ​ສຸດ​ມີ​ຍອດ​ຂາຍ​ທະ​ລຸ 3 ລ້ານ​ໄປ​ແລ້ວ (ຍັງ​ບໍ່​ທັນຮອດສາມ​ເດືອນສ້ຳ​) ກຸ່ມ​ຜູ້​ໃຊ້​ທີ່​ຕ້ອງ​ການ​ອີ​ລີດ​ເດີລ໌​ແທ້ໆ ຍັງ​ຄົງ​ຕັດ​ສິນ​ໃຈ​ບໍ່​ຖືກ​ຢູ່​ດີ​ວ່າ ຈະ​ເລືອກ​ຫຍັງ​ລະຫວ່າງ Kindle ກັບ Nook

ລ່າ​ສຸດ​ທາງ​ເວັບ​ໄຊຕ໌​ຊີ​ເນັດ​ໄດ້​ເຮັດ ການ​ປຽບທຽບ​ຄຸນສົມບັດ​ຂອງ​ເຄື່ອງ​ອ່ານ​ອີ​ບຸ໊​ກທັງ​ສອງ​ເຈົ້າ​ອອກ​ມາ ໂດຍ​ພິຈາລະນາ​ໃນ​ມິ​ຕິ​ຕ່າງໆ ຕັ້ງ​ແຕ່​ເລື່ອງ​ຂອງ​ດີ​ໄຊນ໌ ຊຶ່ງ​ອັນ​ນີ້​ຫລາຍ​ຄົນ​ຍອມ​ຮັບ​ວ່າ ດ້ວຍ​ອິນ​ເຕີລ໌​ເຟ​ຊຈໍ LCD ລະບົບ​ສຳ​ຜັດ​ທີ່​ເພີ່ມ​ເຂົ້າ​ມາ​ໃນ Nook ເຮັດໃຫ້​ມັນ​ໂດດ​ເດັ່ນ​ກວ່າ Kindle ແຕ່​ໃນ​ຂະນະ​ດຽວ​ກັນ​ອິນ​ເຕີລ໌​ເຟ​ຊ​ທີ່​ເປັນ​ປຸ່ມ​ນ້ອຍ​ໆ ທີ່​ເຮັດ​ຫນ້າທີ່​ຄ້າຍ​ຈອຍ​ສະຕິ​​ກ ເວລາ​ໃຊ້​ງານ​ຂອງ Kindle ກັບ​ສະ​ດວກ​ກວ່າ​ອິນ​ເຕີລ໌​ເຟ​ຊຈໍ​ສຳ​ຜັດ​ຂອງ Nook ນອກ​ຈາກ​ນີ້​ຍັງມີ​ເລື່ອງ​ຂອງ​ການ​ສັ່ງ​ຊື້​ຫນັງສື ແລະ​ລາ​ຄາ​ຂອງ​ເຄື່ອງ​ອ່ານ​ອີ​ບຸ໊​ກ​ທັງ​ສອງ​ເຈົ້າ ເອົາ​ເປັນ​ວ່າ ຖ້າ​ຢາກ​ຮູ້​ແທ້ໆ ວ່າ​ໃຜ​ເປັນ​ຜູ້​ຊະນະ ແນະ​ນຳ​ໃຫ້​ຊົມ​ຄິບ​ຂ້າງ​ລຸມ​ນີ້​ເບິ່ງ​ກໍ​ແລ້ວ​ກັນ ເຫັນ​ດ້ວຍ ຫລື​ບໍ່​ເຫັນ​ດ້ວຍ​ຢ່າງໃດ ເລົ່າ​ສູ່​ກັນ​ຟັງ​ເເນ່

ທີ່ມາ: techeblog, Arip

ລອງອ່ານກ່ຽວກັບ  Facebook ອະນຸຍາດໃຫ້ຜູ້ໃຊ້ໂອນ Profile ໄປເປັນ Business Page ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.