ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Nintendo 3DS ເລື່ອນວາງຕະຫລາດເປັນປີ 2011

ຂ່າວໄອທີ

ກ່ອນ​ໜ້າ​ນີ້​ມີ​ລາຍ​ງານ​ຂ່າວ​ວ່າ ເຄື່ອງ​ຫລິ້ນ​ເກມພົກ​ພາ Nintendo 3DS ຈະ​ວາ​ງຕະຫ​ລາດ​ໃນ​ເດືອນ​ຕຸລາ 2010 ແຕ່​ລ່າ​ສຸດ Reggie Fils-Aime ປະ​ທານ​ບໍລິສັດ​ນິນ​ເທນ​ໂດ​ໃນ​ອາ​ເມ​ລິ​ກາ​ໄດ້​ອອກ​ມາ​ປະ​ກາດ​ໃນ​ຊ່ວງ​ວັນພັກ​ອາທິດ​ທີ່ ຜ່ານມາ​ວ່າ Nintendo 3DS ຍັງ​ບໍ່​ພ້ອມ​ວາ​ງຕະຫ​ລາດ​ຈົນ​ກວ່າ​ຈະ​ເຖິງ​ປີ​ໜ້າ

ເວັບ​ໄຊຕ໌ GamesBeat ຕັ້ງ​ຂໍ້​ສັງເກດ​ວ່າ ການ​ເລື່ອນກຳນົດ​ວາ​ງຕະຫລາດ Nintendo 3DS ໜ້າ​ຈະ​ມີ​ສາ​ເຫດ​ມາ​ຈາກ Nitendo ຕ້ອງ​ການ​ຄວາມ​ແນ່​ໃຈ​ວ່າ ທາງ​ບໍລິສັດ​ຈະ​ສາມາດ​ຜະລິດເຄື່ອງ​ຫລິ້ນ​ເກມໄດ້​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການ​ເມື່ອ​ເລີ່ມ​ເປີດ ວາງ​ຈຳ​ໜ່າຍ ສຳລັບ​ກຳນົດ​ການ​ວາ​ງຕະຫລາດ ແມ່ນ​ຈະ​ຍັງ​ບໍ່​ໄດ້​ລະ​ບຸ​ວັນທີ່​ແນ່ນອນ ແຕ່​ທາງ​ບໍລິສັດ​ກໍ​ຄາດ​ວ່າ​ຈະ​ສາມາດ​ວາ​ງຕະຫ​ລາດ​ໄດ້​ກ່ອນ​ເດືອນ​ມີ​ນາ 2011

ເຮົາ​ບໍ່​ຄິດວ່າ Nintendo ເລື່ອນ​ກຳນົດ​ການ​ວາ​ງຕະຫ​ລາດ 3DS ອອກ​ໄປ ເນື່ອງ​ຈາກ​ກັງ​ວົນ​ວ່າ ມັນ​ຈະ​ກະທົບ​ຍອດ​ຂາຍ​ເຄື່ອງ​ຫລິ້ນ Nintendo DS ລຸ້ນ​ປະຈຸບັນ​ທີ່​ຈາກ​ລາຍ​ງານ​ມັນ​ຍັງ​ຄົງ​ມີ​ອັດຕາ​ການ​ເຕີບໂຕ​ໃນ​ຕະ​ຫລາດ​ທີ​ດີ ຊຶ່ງ​ໃນ​ງານ E3 ທີ່​ຜ່ານມາ Nintendo ໄດ້​ແນະ​ນຳໄຕ​ເຕີນ​ຂອງ​ເກມຕ່າງໆ ສຳລັບ​ຫລິ້ນ​ເທິງ 3DS ບໍ່​ວ່າ​ຈະ​ເປັນ Mario Kart ເວີລ໌​ຊັນ​ໃໝ່ Starfox, Paper Mario ແລະ Kid Icarus ສ່ວນ​ເກມ​ທີ່​ມາ​ຈາກ​ຜູ້​ຜະລິດ​ລາຍ​ອື່ນໆ ກໍ​ຈະ​ມີ Metal Gear Solid, The Sims 3 ແລະ Resident Evil

ທີ່ມາ: venturebeat, Arip

ລອງອ່ານກ່ຽວກັບ  ມາແລ້ວ Angry Birds ສຳຫລັບ Netbook Windows 7 ແລະ XP

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.