ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Xbox 360 ລຸ້ນໃຫມ່ເຜີຍເສີມໃນງານ E3 2010

ຂ່າວໄອທີ

ຫລັງ​ຈາກ​ທີ່​​ນຳ​ສະເໜີ​ຂ່າວ​ພາບ​ຫລຸດ​ຂອງ​ເຄື່ອງ​ຫລິ້ນ​ເກມສ໌ Xbox 360 ເທິງ​ເວັບ​ໄຊຕ໌​ແຫ່ງ​ໜຶ່ງ​ໃນ​ອິ​ຕາ​ລີ ລ່າ​ສຸດ​ໃນ​ງານ E3 ເມື່ອ​ວານ​ນີ້ ທາງ​ໄມ​ໂຄ​ຊອ​ຟົທ໌ (Microsoft) ໄດ້​ເປີດ​ຕົວ​ເຄື່ອງ​ຫລິ້ນ​ເກມສ໌ Xbox 360 ລຸ້ນ​ໃໝ່​ອອກ​ມາ​ແທ້ໆ ໂດຍ​ມີ​ດີ​ໄຊນ໌​ໂສບ​ສ່ຽວ ແລະ​ມີ​ຂະໜາດ​ນ້ອຍ​ລົງ​ກວ່າ​ເດີມ ແຖມ​ຍັງມີ​ຄວາມ​ບາງ ແລະ​ຊ່ອງ​ລະບາຍ​ຄວາມ​ຮ້ອນ​ດ້ານ​ຂ້າງ​ພາຍໃຕ້​ຕົວ​ຖັງ​ສີ​ດຳ​ມັນ​ວາວ ພຽງແຕ່ເຫັນ​ຮູບ​ລັກ​​ພາຍນອກ​ກໍ​ປະຕິເສດ​ບໍ່​ລົງ​ແລ້ວ

ໃນ​ສ່ວນ​ຂອງ​ຄຸນສົມບັດ​ພາຍ​ໃນ​ຂອງ Xbox 360 ລຸ້ນ​ໃໝ່​ຈະ​ມາ​ພ້ອມ​ກັບ​ຄວາມ​ສາມາດ​ໃນ​ການ​ເຊື່ອມ​ຕໍ່​ໄຮ້ສາຍ 802.11n Wi-Fi (ສຳລັບ​ບໍລິການ Xbox Live) ຊຶ່ງ​ບໍ່​ພົບ​ໃນ​ເຄື່ອງ​ຫລິ້ນ​ລຸ້ນ​ກ່ອນ​ໜ້າ​ນີ້ ພ້ອມ​ກັນ​ນີ້​ຍັງ​ເພີ່ມ​ຂະໜາດ​ຂອງ​ຮາລ໌​ດ​ດິດກ໌​ຂຶ້ນ​ເປັນ 250GB (ຈາກ​ເດີມ 120GB) ນອກ​ຈາກ​ນີ້​ທີ​ດ້ານ​ຫລັງ​ຂອງ​ຕົວ​ເຄື່ອງ​ຈະ​ມີ​ພອລ໌​ຕ​ໃໝ່​ທີ່​ມີ​ລັກສະນະ​ຄ້າຍ ພອລ໌​ຕ ExtUSB (ສະ​ໄຕລ໌​ແບບ HTC) ຄາດ​ວ່າ ໜ້າ​ຈະ​ໃຊ້​ເຊື່ອມ​ຕໍ່​ການເຮັດວຽກ​ກັບ Kinect ສ່ວນ​ຂອງ​ພາວ​ເວີລ໌​ຊັບ​ພາຍ​ກໍ​ເບິ່ງ​ຄືຈະ​ຍ້າຍ​ເຂົ້າໄປ​ຢູ່ໃນ​ຕົວ​ເຄື່ອງ​ດ້ວຍ

Xbox 360 ລຸ້ນ​ໃໝ່​ຍັງ​ໄດ້ຮັບ​ການ​ປັບປຸງ​ເລື່ອງ​ປະ​ສິດ​ທິ​ພາບ​ການເຮັດວຽກ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າດ້ວຍ ຢ່າງ​ເຊັ່ນ ປຸ່ມ Eject ແຜ່ນ​ເກມຈະ​ໃຊ້​ເປັນ​ລະບົບ​ສຳ​ຜັດ ແລະ​ໄດ​ລົຟ໌​ເວລາ​ຫລິ້ນ​ເກມ ຫລື​ແຜ່ນ DVD ຫນັງກໍ​ຈະ​ມີ​ສຽງ​ທີ່​ເບົາ​ລົງ​ກວ່າ​ເກົ່າ ສຳລັບ​ຊ່ອງ​ຕໍ່​ສັນ​ຍານ​ພາບ​ນອກ​ກໍ​ຈະ​ມີ AV, HDMI ແລະ Optical Audio ສ່ວນ CPU+GPU ຈະ​ຢູ່ໃນ​ຊິບ 45nm ຕົວ​ດຽວ​ກັນ ສ່ວນລາ​ຄາ​ຂອງ Xbox 360 ລຸ້ນ​ໃໝ່​ຈະ​ຢູ່​ທີ 299 ຫລຽນຯ ໂດຍ​ຈະ​ວາ​ງຕະຫລາດ​ໃນ​ປາຍ​ອາທິດ​ນີ້

ຂໍ້​ມູນ ຈາກ: engadget, Arip.co.th

ລອງອ່ານກ່ຽວກັບ  Microsoft ອອກ Windows 8 Consumer Preview ໃຫ້ທົດລອງໃຊ້ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.