ເລື່ອງລາວຂອງ TECH, STARTUP, ແລະ DIGITAL

MSI WindPad tablet ເປີດໂຕແລ້ວ

ຂ່າວໄອທີ, ແທັບເລັດ

ບໍ່ແມ່ນ​ອັດ​ຊຸດ (Asus) ເທົ່າ​ນັ້ນ​ທີ່​ເປີດ​ຕົວ​ແທັບ​ເລັດ​ຢ່າງ​ເປັນ​ທາງ​ການ​ໃນ​ງານ Computex 2010 ແຕ່​ເອັມ​ເອດ​ໄອ (MSI) ກໍ​ເປັນ​ອີກ​ບໍລິສັດ​ໜຶ່ງ​ທີ່​ເປີດ​ຕົວ​ແທັບ​ເລັດ​ເຖິງ 2 ລຸ້ນ​ໃນ​ງານ​ນີ້​ດ້ວຍ​ຄືກັນ​ໄດ້​ແກ່ MSI Wind Pad 100 ແລະ Wind Pad 110 ໂດຍ​ໜ້າ​ຈໍ​ສຳ​ຜັດ​ຂອງ​ແທັບ​ເລັດ​ທັງ​ສອງ​ລຸ້ນ​ຈະ​ມີ​ຂະໜາດ 10 ນິ້ວ​ເທົ່າ​ກັນ ຢ່າງໃດ​ກໍ​ດີ ສະ​ເປັກ​ທີ່​ຢູ່​ພາຍ​ໃນ​ຂອງ​ແຕ່​ລະ​ເຄື່ອງ​ຈະ​ແຕກ​ຕ່າງ​ກັນ​ທັງ​ຮາລ໌​ດ​ແວລ໌ ແລະ​ໂອ​ເອດ​ທີ່​ໃຊ້

MSI Wind Pad 100: ແທັບ​ເລັດ​ລຸ້ນ​ແຮກ​ຈະ​ໃຊ້​ໂພ​ເຊດ​ເຊີລ໌ Intel Atom Z530 ຄວາມ​ໄວ 1.6GHz ແລະ​ເຮັດວຽກ​ດ້ວຍ​ລະບົບ​ປະຕິບັດການ Windows 7 Ultimate ໂດຍ​ທາງ MSI ໄດ້​ພັດທະນາ​ໂປ​ແກມ Wind Touch ເພື່ອ​ຊ່ວຍ​ໃຫ້​ຜູ້​ໃຊ້​ສາມາດ​ຮຽກ​ໃຊ້​ງານ​ແອບ​ພິ​ເຄ​ຊັນ​ຕ່າງໆ ດ້ວຍ​ປາຍ​ນິ້ວ​ສຳ​ຜັດ​ໄດ້​ຢ່າງ​ງ່າຍ​ດາຍ​ຍິ່ງ​ຂຶ້ນ ສ່ວນ​ສະ​ເປັກ​ອື່ນໆ ກໍ​ຈະ​ມີ​ຍູ​ເອດ​ບີ 2 ພອລ໌​ດ ເວັບ​ແຄມ ແລະ​ພອລ໌​ດ HDMI ສຳລັບ​ການ​ເຊື່ອມ​ຕໍ່​ເອົາຕ໌​ພຸດ​ວິ​ດີ​ໂອ​ໄຮ​ເດ​ຟຯ 720p ນ້ຳ​ໜັກ​ຕົວ​ເຄື່ອງ 1.7 ປອນ ແລະ​ມີ​ໜ້າ​ຈໍ capacitive (ແບບ​ໄອ​ແພດ) ຂະໜາດ 10.1 ນິ້ວ ຄວາມ​ລະອຽດ 1024 x 600 ພິກ​ເຊວ ສ່ວນ​ລາ​ຄາ​ຂອງ Wind Pad 100 ຈະ​ຢູ່​ທີ່ 499 ຫລຽນຯ ແລະ​ຄາດ​ວ່າ​ຈະ​ວາ​ງຕະຫ​ລາດ​ໃນ​ຊ່ວງ​ປາຍ​ປີ​ນີ້


MSI Wind Pad 110: ສຳລັບ​ແທັບ​ເລັດ​ລຸ້ນ​ນີ້​ຈະ​ໃຊ້​ຊິບ​ເຊດ NVIDIA Tegra 2 ໂດຍ​ໃຊ້​ໜ້າ​ຈໍ​ສຳ​ຜັດ​ເທກ​ໂນ​ໂລ​ຍີ capacitive ຂະໜາດ 10 ນິ້ວ​ເຊັ່ນ​ດຽວ​ກັນ ພ້ອມ​ພອລ໌​ດ USB ແລະ ​ພອລ໌​ດຕໍ່​ສັນຍາ​ນ​ວິ​ດີ​ໂອ ນອກ​ຈາກ​ນີ້ Wind Pad 110 ຈະ​ເຮັດວຽກ​ດ້ວຍ​ລະບົບ​ປະຕິບັດການ Android 2.1 ແລະ​ມີສະໄຕລ໌​ຂອງ​ການ​ອອກ​ແບບ​ທີ່​ບໍ່​ຄື​ກັບ Wind Pad 100 ນັ້ນ​ກໍ​ຄື ການ​ອອກ​ແບບ​ໃຫ້​ດ້ານ​ຫລັງ​ຂອງ​ເຄື່ອງ​ມີ​ສີ​ສັນ​ຕ່າງໆ ສ່ວນ​ລາ​ຄາ​ຂອງ​ເຄື່ອງ​ຢູ່​ທີ່ 399 ຫລຽນຯ ໂດຍ​ຄາດ​ວ່າ​ຈະ​ວາ​ຕະຫ​ລາດ​ປາຍ​ປີ​ນີ້

Credit: i4u, Arip.co.th

ລອງອ່ານກ່ຽວກັບ  Apple ປ່ອຍ GarageBand ສຳລັບ iPad ລົງໃນ App Store ແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.