ເລື່ອງລາວຂອງ TECH, STARTUP, ແລະ DIGITAL

MS ຕຽມປ່ອຍ Internet Explorer 9 Beta ໄວໆນີ້?

ຂ່າວໄອທີ

ໄມ​ໂຄ​ຊອຟົທ໌​ໄດ້​ປ່ອຍ​ອັບ​ເດດ​ດ້ານ​ຄວາມ​ປອດ​ໄພ​ແລະ​ການ​ປັບປຸງ​ສະຖຽນລະພາບ​ປະຈຳ​ເດືອນ ມິ​ຖຸ​ນາ​​ອອກ​ມາ​ຫລາຍ​ລາຍ​ການ ແຕ່​ມີ​ອັບ​ເດດ​ຢູ່​ກຸ່ມ​ໜຶ່ງ​ສຳລັບ Windows 7 ຄື KB2028551, KB2028560 ແລະ KB2120976 ທີ່​ລະ​ບຸ​ວ່າ​ເປັນ ” Install this update to support features in Internet Explorer 9 Beta” ຈຶ່ງ​ມີ​ຄວາມ​ໄປ​ໄດ້​ຫລື​ບໍ່​ວ່າ​ໄມ​ໂຄ​ຊອ​ຟົທ໌​ກຳ​ລັງ​ຈະ​ປ່ອຍ Internet Explorer 9 Beta ໃນ​ໄວ​ໆ​ນີ້?

ໄມ​ໂຄ​ຊໍ​ຟົທ໌​ຍັງ​ບໍ່​ໄດ້​ເປີດ​ເຜີຍ​ລາຍ​ລະອຽດ​ກ່ຽວກັບ​ຊຸດ​ອັບ​ເດດ​ດັ່ງ​ກ່າວ​ຜ່ານ Microsoft Support ແຕ່​ຢ່າງໃດ ຫາກ​ໃຜ​ສົນ​ໃຈ​ຫາ​ຂໍ້​ມູນ​ເພິ່ມເຕິມ​ຫລື​ດາວນ໌​ໂຫລດ​ກໍ​ເຂົ້າໄປ​ໄດ້​ທີ່ Microsoft Download Center

ທີ່​ມາ: Microsoft Download Center, Blognone

ລອງອ່ານກ່ຽວກັບ  Microsoft ປະກາດວັນວາງຈຳໜ່າຍ Windows 8 ຢ່າງເປັນທາງການແລ້ວ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.