ເລື່ອງລາວຂອງ TECH, STARTUP, ແລະ DIGITAL

Motorola Flipout ແອນດລອຍດ໌​ໂຟນ ​ດີ​ໄຊນ໌​ສຸດເກ໋

ຂ່າວໄອທີ, ໂທລະສັບ

ລາຍ​ງານ​ຂ່າວ​ຜະລິດຕະພັນ​ແອ​ນດ​ລອຍດ໌​ໂຟນ​ລຸ້ນ​ໃໝ່​ຈາກ​ໂມ​ໂຕໂລ​ລ່າ (Motorola) ທີ່​ຫາກໍ່​ເປີດ​ຕົວ​ຢ່າງ​ເປັນ​ທາງ​ການ​ໃນ​ ເອີຣົບ ສຳລັບ Flipout ເປັນ​ດລອຍດ໌​ໂຟນ​ທີ່​ເນັ້ນ​ດີ​ໄຊນ໌​ແປກ​ຕາ​ໂດຍ​ມີ​ລັກສະນະ​ເປັນ​ຮູບ​ສີ່​ລ່ຽມຈະຕຸລັດ ແລະ​ແທນ​ທີ່​ຈະ​ໃຊ້​ການ​ເລື່ອນ​ຄີບອລ໌​ດ​ລົງ​ມາ​ກັບໃຊ້​ວິທີ​ການ​ບິດ​ໝຸນ​ອອກ​ມາ

Motorola Flipout ສະ​ມາດໂຟນ​ດີ​ໄຊນ໌​ເກ໋​ເຮັດວຽກ​ດ້ວຍ​ລະບົບ​ປະຕິບັດການ Android 2.1 ທີ່​ຫາກໍ່​ເປີດ​ຕົວ​ໃນ​ເອີຣົບ ແລະ​ປະ​ຊາ​ສຳພັນ​ຜ່ານ​ຄິບ​ເທິງ​ຊ່ອງ​ຂອງ​ບໍລິສັດ​ໃນ YouTube ໂດ​ຍສະເປັກ​ຂອງ​ເຄື່ອງ ໜ້າ​ຈໍ QVGA ເຮັດວຽກ​ໃນ​ລະບົບ​ສຳ​ຜັດ ແລະ​ມີ​ຂະໜາດ 2.8 ນິ້ວ ຄວາມ​ລະອຽດ 320 x 240 ພິກ​ເຊວ (ງານ​ນີ້​ອອກ​ມາ​ຂ້າ Kin ຂອງ​ໄມ​ໂຄ​ຊອ​ຟົທ໌ ຫລື​ບໍ່) ກ້ອງ 3 ລ້ານ​ພິກ​ເຊນ ພ້ອມ​ຟັງກ໌​ຊັນ one-touch ທີ່ພຽງແຕ່​ສຳ​ຜັດ​ດຽວ​ກໍ​ສາມາດ​ອັບ​ໂຫລດ Facebook, MySpace ແລະ​ພາບ​ຖ່າຍ​ດິ​ຈິ​ຕອນ​ຂຶ້ນ​ເທິງ​ເວັບ​ໄຊຕ໌​ທີ່​ໃຫ້​ບໍລິການ​ໄດ້​ແລ້ວ


ນອກ ຈາກ​ຈະ​ເປີດ​ຕົວ​ດລອຍດ໌​ໂຟນ​ລຸ້ນ​ໃໝ່​ແລ້ວ ທາງ​ໂມ​ໂຕໂລ​ລ່າ​ ຍັງ​ປັບປຸງ​ອິນ​ເຕີລ໌​ເຟ​ຊ Motoblur ໃໝ່​ດ້ວຍ ຊຶ່ງ​ລ່າ​ສຸດ​ຈະ​ສາມາດ​ປັບ​ແຕ່ງ​ຂະໜາດ​ຂອງ​ວິດ​ເຈັດ (widget) ກາ​ນກອງ (filter) ລະບົບ​ຮັບ​ຂ່າວ​ສານ (feed) ຕ່າງໆ ຕະຫລອດ​ຈົນ​ການ​ໃຊ້ push mail ອີກ​ດ້ວຍ ຈະ​ສວຍງາມ​ໜ້າ​ໃຊ້​ສ່ຳໃດ ກະລອງ​ເບິງ​ຄິບ​ທີ່​ນຳ​ມາ​ຝາກ​ດີກວ່າ

Credit: techeblog, Arip.co.th

ລອງອ່ານກ່ຽວກັບ  WiGig SD Card, ໂອນຂໍ້ມຸນລະດັບແຜ່ນ DVD ພາຍໃນ 60 ວິນາທີ

Souliyo

Co-Founder and CTO of BIZGITAL and LOCA

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.