ເລື່ອງລາວຂອງ TECH, STARTUP, ແລະ DIGITAL

ເອກະສານລັບ Windows 8 ຮົ່ວເທິງເນັດ

ຂ່າວໄອທີ

ຫລັງ​ຈາກ​ວິນ​ໂດວສ໌ 7 (Windows 7) ວາ​ງຕະຫລາດ​ໄດ້ 8 ເດືອນ ບລັອກ​ເກີລ໌​ລາຍ​ໜຶ່ງ​ໄດ້​ອອກ​ມາ​ໂພດຕ໌​ຂໍ້ຄວາມ​ໂດຍ​ອ້າງ​ວ່າ ພີ​ເຊນ​ເທ​ຊັ່ນ​ກ່ຽວກັບ​ຄຸນສົມບັດ​ການເຮັດວຽກຂອງ Windows 8 ຂອງ​ໄມ​ໂຄ​ຊອຟົທ໌​ໄດ້​ຕົກ​ຢູ່ໃນ​ມື​ຂອງ​ພວກເຂົາ​ແລ້ວ

ເອກະສານ​ນຳ ສະເໜີ​ດັ່ງ​ກ່າວ​ໄດ້​ຖືກ​ໂພດຕ໌​ໄວ້​ໃນ Microsoft Journal blog ໂດຍ Francisco Marin Garcia ຊຶ່ງ​ມີ​ການ​ເວົ້າ​​ເຖິງ​ຄຸນສົມບັດ​ການເຮັດວຽກ​ຕ່າງໆ ຫລວງຫລາຍ​ທີ່​ອາດຈະ​ພົບ​ໄດ້​ໃນ​ລະບົບ​ປະຕິບັດການ Windows 8 ຊຶ່ງ​ລວມ​ເຖິງ ຄວາມ​ສາມາດ​ໃນ​ການ​ຮູ້​ຈຳ​ໃບ​ໜ້າ (facial recognition) ການ​ເລີ່ມ​ຕົ້ນ​ເຮັດວຽກ​ທີ່​ໄວ​ຂຶ້ນ​ກວ່າ​ເດີມ ແລະ​ການ​ສະແດງ​ຜົນ​ທີ່​ຢ້ຽມ​ຍອດ ພ້ອມ​ດ້ວຍ​ການ​ເຊື່ອມ​ໂຍງ​ການເຮັດວຽກງານ​ຂອງ​ລະບົບ​ຕ່າງໆ ທີ່​ເຮັດໃຫ້​ການ​ໃຊ້​ງານ​ງ່າຍ​ຂຶ້ນ​ກວ່າ​ເດີມ

ໃນ​ເອກະສານ​ດັ່ງ​ກ່າວ​ອ້າງ​ວ່າ ລະບົບ​ຮູ້​ຈຳ​ໃບ​ໜ້າ​ຜູ້​ໃຊ້​ເທິງ​ຄອມພິວເຕີ​ທີ່​ລັນ​ວິນ​ໂດວສ໌ 8 ຈະ​ສາມາດ​ບອກ​ໄດ້​ວ່າ ໃຜ​ກຳ​ລັງ​ໃຊ້​ງານ​ຄອມພິວເຕີ​ຢູ່ໃນ​ຂະນະ​ນັ້ນ​ດ້ວຍ​ເທກ​ໂນ​ໂລ​ຍີ​ການສ້າງ​ລະ​ຫັດ​ຈາກ​ໂຄງ ສ້າງ​ຂອງ​ໃບ​ໜ້າ (ID’s facial struction) ແຖມ​ຍັງ​ບອກ​ອີກ​ດ້ວຍ​ວ່າ ໄມ​ໂຄ​ຊອ​ຟົທ໌​ຕ້ອງ​ການ​ໃຫ້ Windows 8 ສາມາດ​ເປີດ​ລະບົບ​ເພື່ອ​ເລີ່ມ​ຕົ້ນ​ການເຮັດວຽກໄດ້​ໄວ​ເທົ່າ​ໆ ກັບ​ອຸປະກອນ​ໂມ​ບາຍ ຫລື​ມື​ຖື ອີກ​ທັງ​ຍັງ​ສະໜັບສະໜູນ​ສື່ 3D ແລະ​ທໍລະທັດໄຮ້​ສາຍ ຫາກ​ເອກະສານ​ດັ່ງ​ກ່າວ​ເປັນ​ຂອງ​ຈິງ ໄມ​ໂຄ​ຊອຟົທ໌​ຄົງ​ຈະ​ຕ້ອງ​ໃຊ້​ຄວາມ​ພະຍາຍາມ​ອີກ​ພໍ​ສົມຄວນ​ກວ່າ​ລະບົບ​ປະຕິບັດການ​ລຸ້ນ​ໃໝ່​ຈະ ສາມາດ​ອອກ​ມາ​ໃຫ້​ເຮົາ​ໄດ້​ໃຊ້​ກັນ ໂດຍ​ສະເພາະ​ເລື່ອງ​ຂອງ​ຄວາມ​ໄວ​ໃນ​ການ​ບູ໊​ດທີ່​ເທົ່າ​ກັບ​ມື​ຖື (ຂ້າງ​ລຸມ​ເປັນ​ພາບ​ຕົ້ນ​ແບບ​ພີ​ຊີ​ທີ່​ລັນ Windows 8 )

ທີ່ມາ: pcmag, Arip

ລອງອ່ານກ່ຽວກັບ  Youtube ມີສະຖິຕິ ຜູ້ໃຊ້ອັບໂຫລດ ວິດີໂອ ເຖິງ 35ຊົ່ວໂມງ ຕໍ່ນາທີ

Souliyo

Co-Founder and CTO of BIZGITAL and LOCA

Comments

Leave a Reply to souliyo Cancel reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.